ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດແລະເກົາຫລີ​ໃຕ້ ຈະເຈລະຈາ​ເລື່ອງການຄ້າເສລີ ຄືນໃໝ່


ສະຫະລັດແລະເກົາຫລີ​ໃຕ້ໄດ້ຕົກລົງກັນທີ່ຈະທຳການເຈລະຈາ​ເລື່ອງການຄ້າເສລີກັນຄືນໃໝ່ ຫລັງຈາກທີ່ຢຸດຊະງັກມາດົນນານ ແລະ​ເລື່ອນເວລາ​ປະຕິບັດແຜນການສຳລັບໃຫ້ກຸງໂຊນ​ເຂົ້າຄວບຄຸມການປະຕິບັດ ການດ້ານທະຫານຂອງຕົນໃນຍາມເສິກສົງຄາມນັ້ນອອກ​ໄປ.

ຫລັງຈາກໄດ້ພົບປະກັນເມື່ອວັນເສົາວານນີ້ ກັບທ່ານ ລີ ມິອຸ​ງ-ບັກ ປະທານາທິບໍດີເກົາຫລີໃຕ້ ທີ່ກອງ ປະຊຸມສຸດຍອດຂອງ​ກຸ່ມ G20 ທີ່ນະຄອນ Toronto ປະເທດການາດາ ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າທ່ານຕ້ອງການຈະແກ້ໄຂບັນຫາຕ່າງໆທີ່ຍັງ​ຄ້າງ​ຄາ​ຢູ່ ກ່ຽວກັບຂໍ້ຕົກລົງ ການຄ້າເສລີ​ໃຫ້​ແລ້ວ ກ່ອນກອງປະຊຸມສຸດຍອດ G20 ຄັ້ງຕໍ່ໄປ ໃນເດືອນພະຈິກ ​ແລະວ່າທ່ານຈະນຳ​ສະ​ເໜີຂໍ້ຕົກລົງຕໍ່ ສະພາຄອງແກຣສ ພາຍໃນສອງສາມເດືອນຫລັງຈາກນັ້ນ.

ນອກນີ້ແລ້ວ ຜູ້ນຳທັງສອງຍັງໄດ້ຕົກລົງກັນ ​ເລື່ອ​ນເວລາໃນ​ການ​ໂອນ ການ​ຄວບ​ຄຸມກຳລັງທະຫານ​ໃນຍາມເສິກສົງຄາມ ໃຫ້​ເກົາຫລີ​ໃຕ້​ນັ້ນອອກໄປ ຈົນກວ່າປີ 2015 ເພື່ອສ້າງຄວາມເຂັ້ມແຂງແກ່ ແຜນການປ່ຽນແປງນັ້ນຂຶ້ນ​ຕື່ມ.

XS
SM
MD
LG