ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ລັດຖະມົນຕີກະຊວງການເງິນ ຂອງກຸ່ມ 20 ປະເທດ ໃນ​ອິນ​ເດຍ ສິ້ນ​ສຸດ​ລົງ​ໂດຍ​ປາດ​ສະ​ຈາກຄວາມ​ເປັນ​ເອກະ​ສັນ​ກັນ

ລັດຖະມົນຕີກະ​ຊວງການເງິນອິນເດຍ, ທ່ານນາງ​ເນຍ​ມາ​ລາ ສີ​ທະຣາ​ມັນ (ກາງ) ທີ່​ກ່າວ​ຕໍ່​ນັກ​ຂ່າວ​ຫລັງ​ກອງ​ປະ​ຊຸມຂອງ​ກຸ່ມ G20 ຂອງ​ຫົວ​ໜ້າ​ກະ​ຊວງ​ການ​ເງິນ ແລະ​ຜູ້​ວ່າ​ທະ​ນາ​ຄານ​ກາງໃນ​ນະ​ຄອນ Gandhinagar ຂອງ​ອິນ​ເດຍ, ວັນ​ທີ 18 ກໍ​ລະ​ກົດ, 2023.

ຄວາມເຫັນພ້ອມເປັນເອກະສັນກັນຂອງກອງປະຊຸມລັດຖະ ມົນຕີກະຊວງການເງິນແລະຜູ້ວ່າການທະນາຄານກາງຂອງກຸ່ມ 20 ປະເທດ ຫລື G20 ທີ່ສິ້ນສຸດລົງໃນວັນອັງຄານວານນີ້ໃນອິນເດຍບໍ່ສາມາດເກີດຂຶ້ນໄດ້ເນື່ອງຈາກວ່າ ບັນດາສະມາຊິກບໍ່ສາມາດລຶບຊ່ອງຫວ່າງຄວາມແຕກຕ່າງຂອງພວກເພິ່ນ ກ່ຽວກັບສົງຄາມຂອງຣັດເຊຍໃນຢູເຄຣນໄດ້.

"ພວກເຮົາຍັງບໍ່ມີຄຳເວົ້າອັນດຽວກັນກ່ຽວກັບສົງຄາມຣັດເຊຍກັບຢູເຄຣນ," ນັ້ນຄືຄຳເວົ້າຂອງລັດຖະມົນຕີກະຊວງການເງິນອິນເດຍ, ທ່ານ​ນາງເນຍມາລາ ສີທະຣາມັນ ກ່າວຕໍ່ ບັນດານັກຂ່າວ ຫລັງຈາກກອງປະຊຸມສອງມື້ ໄດ້ສິ້ນສຸດລົງ ທີ່​ເມືອງ ການດີນາກາ (Gandhinagar) ໂດຍບໍ່ມີການອອກຖະແຫຼງການຮ່ວມອັນໃດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ, ທ່ານ​ຫລີວ ຄະ​ນ (ທີ 2 ຈາກ​ຂວາ) ເຂົ້າ​ຮ່ວມກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນຂອງ​ກຸ່ມ G20 ທີ່​ນະ​ຄອນ Gandhinagar ຂອງ​ອິນ​ເດຍ, ວັນ​ທີ 18 ກໍ​ລະ​ກົດ, 2023.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ, ທ່ານ​ຫລີວ ຄະ​ນ (ທີ 2 ຈາກ​ຂວາ) ເຂົ້າ​ຮ່ວມກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນຂອງ​ກຸ່ມ G20 ທີ່​ນະ​ຄອນ Gandhinagar ຂອງ​ອິນ​ເດຍ, ວັນ​ທີ 18 ກໍ​ລະ​ກົດ, 2023.

ກົງການຂ້າມ ອິນເດຍ, ເຊິ່ງເປັນປະທານຂອງກຸ່ມໃນປີນີ້ ໄດ້ອອກສິ່ງທີ່ເອີ້ນວ່າ ບົດ ສະຫຼຸບຂອງປະທານ ແລະເອກະສານຜົນຂອງກອງປະຊຸມເຊິ່ງມັນໄດ້ ສະຫຼຸບຜົນ ການພົບປະ ແລະບັນທຶກຂໍ້ທີ່ບໍ່ເຫັນພ້ອມນຳກັນ ມາແທນ.

ອີງຕາມບົດສະຫຼຸບຂອງປະທານນັ້ນ ຈີນແລະຣັດເຊຍໄດ້ຄັດຄ້ານຕໍ່ວັກທີ່ກ່າວເຖິງສົງ ຄາມທີ່ເວົ້າວ່າ ມັນເຮັດໃຫ້ "ເກີດຄວາມທຸກທໍລະມານຕໍ່ມະນຸດຢ່າງໃຫຍ່ຫຼວງ" ແລະ "ເຮັດໃຫ້ຄວາມອ່ອນແອຂອງເສດຖະກິດໂລກທີ່ມີຢູ່ແລ້ວນັ້ນ ຮ້າຍແຮງຍິ່ງຂຶ້ນ."

ຄວາມລົ້ມແຫລວໃນການບັນລຸຂໍ້ຕົກລົງບໍ່ແມ່ນເປັນເລື້ອງທີ່ບໍ່ຄາດຄິດໄວ້ແຕ່ຢ່າງໃດເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG