ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມ G20 ຈະບັງຄັບໃຫ້ ພວກບໍລິສັດໃຫຍ່ໆ ເສຍພາສີ ຫລາຍຂຶ້ນ


ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຍ່າງເຂົ້າປະຈໍາທີ່ ສໍາລັບຖ່າຍຮູບໝູ່ ຫລັງຈາກເສັດສິ້ນ ກອງປະຊຸມທີ່ St.Petersburg, ວັນທີ 6 ກັນຍາ 2013. REUTERS/Sergei Karpukhin (RUSSIA
ທ່ານ Vladimir Putin ປະທານາທິບໍດີຣັດເຊຍ ຍ່າງເຂົ້າປະຈໍາທີ່ ສໍາລັບຖ່າຍຮູບໝູ່ ຫລັງຈາກເສັດສິ້ນ ກອງປະຊຸມທີ່ St.Petersburg, ວັນທີ 6 ກັນຍາ 2013. REUTERS/Sergei Karpukhin (RUSSIA
ກຸ່ມ G-20 ຫລື 20 ​ເສດຖະກິດ​ທີ່​ນໍາ​ໜ້າ​ຂອງ​ໂລກ ​ໄດ້​ຕັດສິນ
​ໃຈ​ທີ່​ຈະບັງຄັບ​ໃຫ້​ພວກບໍລິສັດ​ນາໆ​ຊາດ ​ທີ່​ໃຫຍ່​ທີ່​ສຸດ​ຂອງ
​ໂລກ​ນັ້ນ ​ເສຍ​ພາສີ​ຫລາຍ​ຂຶ້ນ.

ບັນດາປະມຸກ​ລັດ ທີ່​ໄປ​ຮ່ວມ​ກອງ​ປະຊຸມ ຈີ-20 ປະ​ຈໍາປີ ທີ່​ນະຄອນ St. Petersburg ປະ​ເທດຣັດ​ເຊຍ ​ໄດ້​ຕົກລົງ​ກັນ​ໃນ​ວັນ​ສຸກ​ວານ​ນີ້ທີ່​ຈະສະໜັບສະ​ໜຸນ​ແຜນການ​ເກັບ​ພາສີ ທີ່​ຮ່າງ​ຂຶ້ນ​ໂດ​ຍອົງການ​ເພື່ອ​ການ​ຮ່ວມ​ມື​ດ້ານ​ເສດຖະກິດແລະ​ການ​ພັດທະນາ ຫລື OECD ນັ້ນ. ​ແຜນ​ການດັ່ງກ່າວ​ຈະ​ກໍາຈັດ​ຊ່ອງ​ໂວ່ຕ່າງໆ ທີ່​ອໍານວຍ​ໃຫ້ຫລາຍໆ​ບໍລິສັດ ​ເຊື່ອງ​ເງິນ​ກໍາ​ໄລ​ຂອງ​ຕົນ​ໄວ້​ໃນ​ປະ​ເທດ​ທີ່​ບໍ່​ເກັບພາສີ​ນັ້ນ ​ແລະ​ບັງຄັບ​ໃຫ້​ເຂົາ​ເຈົ້າເສຍ​ພາສີ​ໃຫ້​ແກ່​ປະ​ເທດ ບ່ອນ​ທີ່​ເຂົາ​ເຈົ້າ​ໄປ​ສ້າງ​ກໍາ​ໄລ.

​ໃນ​ຄໍາ​ຖະ​ແຫລ​ງອອກ​ຕອນ​ອັດ​ກອງ​ປະຊຸມ​ນັ້ນ ກຸ່ມ ຈີ20 ​ໄດ້​ຮັບຮອງ​ເອົາ​ແຜນການ​ແລກ
ປ່ຽນ​ຂໍ້​ມູນ​ກັນ​ແບບ​ອັດຕະ​ໂນ​ມັດ ລະຫວ່າງ​ບັນດາ​ປະ​ເທດ​ຕ່າງໆ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ບໍລິສັດ​ໃຫຍ່​ສາມາດເອົາ​ເງິນ​ກໍາ​ໄລ ​ໄປ​ໄວ້​ຢູ່​ໃນ​ທະ​ນາຄາ​ນຕ່າງປະ​ເທດ​ທີ່​ບໍ່​ເປີ​ດ​ເຜີຍຂໍ້​ມູນ​ຂອງ​ລູກ​ຄ້າ​ນັ້ນ.

ຄາດ​ວ່າ ຄະນະ​ລັດຖະມົນຕີ​ການ​ເງິນ​ຂອງ​ກຸ່ມ 20 ປະ​ເທດ​ດັ່ງກ່າວ ທີ່​ຜະລິດ 90% ຂອງ​ຜົນ​ຜະລິດ​ດ້ານ​ເສດຖະກິດ​ຂອງ​ໂລກ​ນັ້ນ ຈະ​ຮັບຮອງ​ເອົາ​ແຜນການ​ດັ່ງກ່າວ ໃນ​ຕອນທ້າຍ​
ຂອງ​ກອງ​ປະຊຸມ​ເປັ​ນ​ເວລາ​ສອງ​ມື້​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ນະຄອນຫລວງ​ມອສ​ໂຄ ​ໃນ​ວັນເສົາ​ມື້​ນີ້.
XS
SM
MD
LG