ມີລາຍງານວ່າ ຈີນໄດ້ປຽບດ້ານການຄ້າເປັນມູນຄ່າ 27
ຕື້ກັບ 150ລ້ານໂດລາໃນຊ່ວງເດືອນຕຸລາຜ່ານມາຊຶ່ງລື່ນ
ການໄດ້ປຽບທາງດ້ານການຄ້າຈໍານວນ 16 ຕື້ກັບ 900
ລ້ານໂດລາໃນຊ່ວງເດືອນກ່ອນນັ້ນຢ່າງຫລວງຫລາຍ.
ການກະໂດດຂຶ້ນຢ່າງຫລວງຫລາຍຂອງຈີນນີ້ ແມ່ນເປັນ
ຈຸດເພ່ງເລັງໃສ່ຄວາມບໍ່ກໍ້າເກິ່ງກັນ ໃນການເສດຖະກິດ
ຂອງໂລກໃນຂະນະທີ່ພວກຜູ້ນໍາຂອງກຸ່ມ20 ປະເທດຊັ້ນ
ນໍາທາງດ້ານເສດຖະກິດ ພົບປະກັນເປັນເວລາ 2 ມື້ທີ່
ເກົາຫລີໃຕ້ນັ້ນ. ມີການຄາດກັນວ່າ ສະຫະລັດຈະແຈ້ງ
ໃຫ້ຊາບກ່ຽວກັບການເສຍປຽບດ້ານການຄ້າຂອງຕົນໃຫ້ຊາບໃນຈໍານວນປະມານ 45
ຕື້ໂດລາໃນຕອນບ່າຍໆວັນພຸດມື້ນີ້.
ໂຕເລກຂອງຈີນທີ່ເປີດເຜີຍໃຫ້ຊາບໃນວັນພຸດມື້ນີ້ ສະທ້ອນໃຫ້ເຫັນການເພີ່ມຂຶ້ນຢ່າງ
ຫລວງຫລາຍໃນການແລກປ່ຽນການຄ້າກັນນັ້ນ ດ້ວຍການສົ່ງອອກສິນຄ້າ ເພີ່ມຂຶ້ນ
22.9 ເປີເຊັນ ແລະການນໍາເຂົ້າສິນຄ້າເພີ່ມຂຶ້ນ 25.3 ເປີເຊັນນັ້ນ.
ສະຫະລັດແລະພວກປະເທດຈະເລີນແລ້ວອື່ນໆ ພາກັນກ່າວຫາຈີນວ່າ ຮັກສາຄ່າເງິນ
ຕາຂອງຕົນໃນລາຄາຕໍ່າຢ່າງບໍ່ຍຸຕິທໍາເພື່ອວ່າຕົນຈະສາມາດຂາຍສິນຄ້າສົ່ງອອກຂອງ
ຕົນໃນລາຄາຖືກກວ່າໃນຕ່າງປະເທດນັ້ນ. ເລື້ອງເງິນຕານີ້ໄດ້ກະຕຸ້ນໃຫ້ເກີດການຖົກ
ຖຽງກັນຢ່າງເຜັດຮ້ອນ ໃນລະຫວ່າງການໂອ້ລົມສົນທະນາກັນ ຂັ້ນຕຽມການສໍາລັບ
ກອງປະຊຸມສຸດຍອດຂອງກຸ່ມ G20 ຊຶ່ງຈະໄຂຂຶ້ນໃນວັນພະຫັດແລະວັນສຸກສັບປະດາ
ນີ້ໃນກຸງໂຊນນັ້ນ.