ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ G20 ອັດກອງປະຊຸມ ສຸດຍອດ ທີ່ໂລສ ກາໂບສ (ວີດີໂອ)


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາແຫ່ງ​ສະຫະລັດ​ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈວ່າ ພວກ​ຜູ້
​ນໍາ​ປະເທດໃນ​ຢູ​ໂຣບຈະ​ສາມາດ​ແກ້​ໄຂ​ບັນຫາເສດຖະກິດ​ໃນ​ທະວີບ​ດັ່ງກ່າວໄດ້ ​ໂດຍເວົ້າ​ວ່າ
ພວກ​ປະ​ເທດ​ເຫຼົ່າ​ນີ້ ​ບໍ່​ໄດ້​ເປັນປະ​ເທດ​ທີ່​ວ່າປະຕິບັດ​ການບໍ່ໄດ້ ຫລືວ່າ​ບໍ່​ມີ​ຄວາມສາມາດ​ໃນ
​ການ​ຜະລິດ​ແຕ່ຢ່າງ​ໃດ​ເລີຍ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ ຫຼັງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G20 ຍຸດຕິ​ລົງ​ທີ່​
ເມືອງ Los Cabos ​ຂອງ​ເມັກ​ຊິ​ໂກ​ ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາກ່າວ​ວ່າ ບັນຫາ​ທັງ
​ໝົດ​ຂອງ​ຢູ​ໂຣບສາມາດ​ແກ້​ໄຂ​ໄດ້. ທ່ານ​ບັນ​ລະ​ຍາຍ​ວ່າ ວິ​ກິດ​ການ​ເສດຖະກິດ​ເປັນ​ບັນຫາ
ໜີ້ສິນຮວມກັນທີ່​ສະ​ລັບ​ຊັບຊ້ອນ​ທັງຂອງ​ລັດຖະບານ ​ແລະ​ຂອງ​ພາກ​ສ່ວນເອກະ​ຊົນ.

​ແຕ່​ທ່ານ​ກ່າວ​ວ່າ ພວກ​ຜູ້​ນໍາ​ຢູ​ໂຣບ ​ເຂົ້າ​ໃຈດີ​ກ່ຽວ​ກັບ​ຄວາມ​ຮີບ​ດ່ວນ ເພື່ອ​ທໍາ​ການ​ເຄື່ອນ​
ໄຫວ​ໃນ​ການ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ ​ແລະ​ສ້າງວົງ​ຈອນ​ໃນ​ທາງ​ບວກຂຶ້ນ​ໃນ​ພວກ​ຕະຫຼາດ
​ແລະ​ກ່າວ​ຕໍ່​ໄປ​ວ່າ ການກະທໍາ​ເຊ່ນ​ນີ້ຈະ​ທໍາລາຍ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ຄວາມ​ຕື່ນ​ເຕ້ນ​ແຫ່ງ​
ຄວາມບໍ່​ແນ່​ໃຈ​ໃນ​ບັນດາ​ປະຊາຊົນ​ຢູ​ໂຣບນັ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຢູ​ໂຣບຈະ​ແກ້​ໄຂ​ບັນ
ຫາ​ຂອງ​ຕົນ​ເອງ ​ແລະ​ການ​ແກ້​ໄຂ​ບັນຫາ​ນີ້​ ຈະ​ບໍ່​ມາ​ຈາກ​ສະຫະລັດ​ຫຼືຈາກ​ປະ​ເທດ​ອື່ນໆ.

ບັນດາ​ຜູ້​ນໍາ​ຂອງກຸ່ມ G20 ຮັບ​ຮູ້​ຢູ່​ໃນ​ຄໍາ​ປະກາດ​ບັ້ນ​ສຸດ​ທ້າຍຂອງ​ພວກ​ເຂົາ​ເຈົ້າວ່າ ​ເສດ
ຖະກິດ​ຂອງ​ໂລກ​ເປັນ​ອັນຕະລາຍ​ທີ່​ຫຼໍ່​ແຫຼມ ​ແລະ​ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ຕໍ່​ຊີວິດ​ແລະ​ວຽກ
​ການ​ຂອງ​ປະຊາຊົນໃນ​ແຕ່ລະມື້​ນັ້ນ.

ພວກ​ຜູ້​ນໍາ​ເຫຼົ່າ​ນີ້​ ໄດ້​ຕົກລົງ​ທີ່​ຈະ​ດໍາ​ເນີນງານ​ຮ່ວມ​ກັນ ​ເພື່ອ​ແກ້​ໄຂ​ຄວາມເຄ່ງ​ຕຶງ​ໃນ​ຕະຫຼາດ​ການ​ເງິນ ​ໃນ​ຂະນະ​ດຽວ​ກັນກໍ​ເພີ່ມ​ໂອກາດຫຼາຍ​ຂຶ້ນ​ສໍາລັບ​ພວກ​ປະຊາຊົນ​ໃນ​ບັນດາ​ປະ​ເທດ​ກໍາລັງ​ພັດທະນາ​ນັ້ນ.

XS
SM
MD
LG