ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ລາວ ຈະນໍາເຄືອຂ່າຍໂທລະສັບມືຖືລະບົບ 5G ມາໃຊ້ຢ່າງເປັນທາງການ ໃນທ້າຍປີນີ້ 


ບໍລິສັດຫົວເຫວີຍ ຈີນ ໃນ ສປປ ລາວ
ບໍລິສັດຫົວເຫວີຍ ຈີນ ໃນ ສປປ ລາວ

ສປປ ລາວ ເຖິງຈະເປັນປະເທດທີ່ມີພົນລະເມືອງໜ້ອຍ ແລະປະຊາຊົນສ່ວນໃຫຍ່ ມີ
ລາຍຮັບບໍ່ສູງກໍຕາມ ແຕ່ກໍຍັງນອນຢູ່ໃນປະເທດທີ່ບໍລິສັດຍັກໃຫຍ່ທາງເທັກໂນໂລຈີ
ຫົວເວີຍຂອງຈີນກໍາລັງຂະຫຍາຍຕະຫລາດໄປ ຊຶ່ງບໍລິສັດດັ່ງກ່າວໄດ້ທໍາການທົດ
ລອງນໍາສະເໜີລະບົບ 5G ຊຶ່ງເປັນລະບົບເຄືອຂ່າຍໂທລະສັບມືຖື ທີ່ມີຄວາມໄວສູງ
ທີ່ສຸດຂອງໂລກຢູ່ໃນປັດຈຸບັນນີ້. ສ່ວນລັດຖະບານລາວເອງກໍມີຄວາມຍິນດີຕ້ອນຮັບ
ການນໍາສະເໜີເຄືອຂ່າຍໂທລະສັບທີ່ຍັງມີການຖົກຖຽງ ກັນຢູ່ໃນໂລກກ່ຽວກັບຄວາມ
ປອດໄພດ້ານຂໍ້ມູນສ່ວນຕົວ ແລະຂອງລັດຖະບານນີ້ເຂົ້າມາໃຊ້ໃນປະເທດຂອງຕົນຢູ່
ຊຶ່ງຄາດວ່າຈະມີການເລີ້ມໃຊ້ຢ່າງ ເປັນທາງການໃນທ້າຍປີນີ້. ລາຍລະອຽດຄືເປັນ
ແນວໃດນັ້ນ ຂໍເຊີນທ່ານໄປຮັບ ຟັງຈາກນັກຂ່າວ ວີໂອເອ ຂອງພວກເຮົາໄດ້ໃນອັນ
ດັບຕໍ່ໄປ.

ດັ່ງທີ່ບັນດາທ່ານຄົງໄດ້ຮູ້ກັນດີແລ້ວວ່າ ການນໍາສະເໜີເຄືອຂ່າຍໂທລະສັບໃນຄວາມ
ໄວລະດັບ 5G ຂອງບໍລິສັດຍັກໃຫຍ່ທາງເທັກໂນໂລຈີ ຫົວເວີຍຂອງຈີນ ເປັນບັນຫາທີ່
ຍັງຖົກຖຽງກັນຢູ່ໂດຍສະເພາະໃນກຸ່ມບັນດາປະເທດຕາເວັນຕົກ.

ປະເທດມະຫາອໍານາດໂລກຢູ່ເຂດດັ່ງກ່າວເປັນຕົ້ນແມ່ນສະຫະລັດ ແລະອັງກິດ ໄດ້
ຫ້າມບໍລິສັດຫົວເວີຍຂອງຈີນບໍ່ໃຫ້ເຂົ້າຮ່ວມໃນການພັດທະນາເຄືອຂ່າຍໂທລະສັບ
ໃນຄວາມໄວລະດັບ 5G ໃນສອງປະເທດດັ່ງກ່າວ ຍ້ອນຄວາມເປັນຫ່ວງທາງດ້ານ
ຄວາມໝັ້ນຄົງຂອງຊາດ ແລະຄວາມເປັນສ່ວນຕົວຂອງບຸກຄົນ. ແຕ່ສໍາລັບສປປ ລາວ
ແລ້ວ ແມ່ນມີແຜນທີ່ຈະນໍາເອົາເຄືອຂ່າຍຂອງໂທລະສັບໃນລະບົບດັ່ງກ່າວມາໃຊ້ໃນ
ໄວໆນີ້ ເຖິງວ່າຕົນຈະເປັນປະເທດທີ່ມີເສດຖະກິດນ້ອຍ ແລະທັງຍັງບໍ່ທັນມີຄວາມ
ພ້ອມໃນການດ້ານເທັກໂນໂລຈີຄຸ້ມຄອງທາງອິນເຕີເນັດເທື່ອ. ດັ່ງຢູ່ໃນການໃຫ້ສໍາ
ພາດຕໍ່ວີໂອເອຂອງພະນັກງານຂັ້ນສູງຜູ້ນຶ່ງຢູ່ຝ່າຍປະຕິບັດການຂອງບໍລິສັດລາວໂທ
ລະຄົມ ຫລື LTC ເຂດນະຄອນຫລວງວຽງຈັນ ຊຶ່ງທ່ານກ່າວກ່ຽວກັບແຜນການນໍາເອົາ
ເຄືອຂ່າຍຂອງໂທລະສັບມືຖືລະບົບ 5G ນີ້ມາໃຊ້ໃນລາວວ່າ: ​
“5G ຍັງບໍ່ທັນໄດ້ເປີດເທື່ອ. ກໍາລັງທົດລອງຢູ່. ເພິ່ນກະເອົາມາໃຊ້ຫລະເດ ເພິ່ນກະເອົາ
ມາເປີດທົດລອງນໍາໃຊ້ ກະບໍ່ທັນໄດ້ເປີດຕົວຢ່າງເປັນທາງການເທື່ອ. ບໍ່ທັນໄດ້ນໍາໃຊ້
ທາງການເທື່ອ ເອີເຮົາກະຊິກ້າວໄປເປີດໄວໆນີ້ຫລະ, ໃກ້ໆນີ້ຫລະ. ພວກເຮົາຊິກ້າວ
ໄປຢ່າງໄວ.”

ບໍລິສັດລາວໂທລະຄົມ ຫລື LTC ເປັນບໍລິສັດລັດວິສາຫະກິດ ແລະຖືວ່າ ເປັນບໍລິສັດ
ໂທລະຄົມມະນາຄົມໃຫຍ່ທີ່ສຸດໃນລາວທັງມີຍຸດທະສາດໃນການ ຕະຫລາດທີ່ດີສຸດໃນ
ປະເທດອີກດ້ວຍ, ອີງຕາມການບອກເລົ່າຂອງເຈົ້າ ໜ້າທີ່ທ່ານນີ້.

ພ້ອມກັນນັ້ນ ສາຂາຂອງບໍລິສັດຫົວເວີຍທີ່ນະຄອນຫລວງວຽງຈັນກໍໄດ້ໃຫ້ການ ຢືນຢັນ
ວ່າ ທາງບໍລິສັດໄດ້ນໍາເອົາເຄືອຂ່າຍຂອງໂທລະສັບມືຖື ລະບົບ 5G ທີ່ມີຄວາມໄວທີ່ສຸດ
ຂອງໂລກນີ້ມາທົດລອງໃຊ້ຢູ່ໃນລາວແລ້ວ ແລະເຫັນວ່າມີຜົນສໍາເລັດ ແຕ່ກໍຍັງຕ້ອງໄດ້
ສໍາຫລວດເບິ່ງຄວາມພ້ອມຫຼາຍດ້ານໃນລະບົບເຄືອຂ່າຍໂທລະສັບໃນລາວກ່ອນ ດັ່ງ
ການເປີດເຜີຍຂອງພະນັກງານຂັ້ນສູງຝ່າຍການຜະລິດ ຫລື Operation ຂອງບໍລິສັດ
ຫົວເວີຍໃນນະຄອນຫລວງວຽງຈັນສູ່ຟັງວ່າ: ​
“ສ່ວນ 5G(ຈີ)ນີ້ ເຮົາຍັງບໍ່ທັນໄດ້ໃຊ້ເປັນທາງການ ມີແຕ່ທົດລອງຫວ່າງປີກາຍນີ້ ທົດ
ລອງສໍາເລັດ ແລະໃຊ້ໄດ້ເນາະ, ແຕ່ວ່າລັດຖະບານຍັງລຽບລຽງເລື້ອງຄວາມຖີ່ເດ ເພາະ
ຄວາມຖີ່ຂອງ 5G ມັນຈະນໍາໃຊ້ຄວາມຖີ່ຂອງຈານດາວທຽມ ເພີ່ນກະຕ້ອງໄດ້ຈັດແຈງ
ຄວາມຖີ່ຂອງດາວທຽມຫັ້ນແລ້ວກ່ອນ ຈຶ່ງອະນຸຍາດໃຫ້ນໍາໃຊ້, ຢ່າງໄວກະປະມານທ້າຍ
ປີນີ້ຫັ້ນຫລະເຂົາຈິ່ງຄ່ອຍໃຫ້ໃຊ້.”

ເມື່ອເວົ້າເຖິງລູກຄ້າຂອງບໍລິສັດຫົວເຫວີຍໃນລາວນັ້ນ ແມ່ນມີຫລາຍບໍລິສັດ ຊຶ່ງພະນັກ
ງານຂັ້ນສູງຂອງຝ່າຍການຜະລິດນີ້ທ່ານນີ້ເລົ່າສູ່ຟັງວ່າ:

“ນັບທັງສະກາຍນໍານໍ, ລະກະມີທັງສະວິກນໍາ ນອກຈາກນີ້ພວກເຮົາກະຍັງມີທາງລັດ
ຖະບານນໍານໍ, ຂາຍຍ່ອຍເຮົາມີແຕ່ມືຖື ເຮົາຈະເຊັນສັນຍາກັບບໍລິສັດເອັນເຄອີ (NKE)
ມັນເປັນບໍລິສັດໃຫຍ່ລວມ. ເຮົາກະມີແຕ່ເຊັນສັນຍາກັບເຂົາ ແລ້ວ NKE ເຂົາຈະໄປ
ສ້າງຈັກຮ້ານ ຈັກອັນນັ້ນ ຮ້ານຄ້າຍ່ອຍມັນກະເປັນເລື້ອງຂອງເຂົາ, ບໍລິສັດເຮົາບໍ່ໄດ້
ສົນນໍາ.”

ສະນັ້ນຖືວ່າ ເມື່ອໃດຫາກລັດຖະບານອະນຸຍາດໃຫ້ໃຊ້ເຄືອຂ່າຍໂທລະສັບມືຖືລະບົບ
5G ເປີດນໍາໃຊ້ໄດ້ແລ້ວ ກໍຖືວ່າບໍລິສັດຫົວເວີຍແມ່ນມີລູກຄ້າ ທີ່ເປັນສາຂາໃຫຍ່ພ້ອມ
ທີ່ຈະຊ່ວຍຜັນຂະຍາຍການນໍາໃຊ້ເຄືອຂ່າຍໂທລະສັບໃນລະບົບໃໝ່ ແລະໄວທີ່ສຸດ
ຂອງໂລກດັ່ງກ່າວນີ້.

ສະຫລຸບແລ້ວ ສປປ ລາວ ເຖິງຈະເປັນປະເທດທີ່ມີພົນລະເມືອງໜ້ອຍ ແລະປະຊາຊົນ
ສ່ວນໃຫຍ່ມີລາຍຮັບບໍ່ສູງກໍຕາມ ແຕ່ກໍຍັງນອນຢູ່ໃນບັນຊີຂອງປະເທດທີ່ບໍລິສັດຍັກ
ໃຫຍ່ທາງເທັກໂນໂລຈີຫົວເຫວີຍຂອງຈີນກໍາລັງດໍາເນີນ ແຜນການຂະຫຍາຍຕະ
ຫລາດສໍາລັບລະບົບ 5G ໄປຢູ່ ແລະລັດຖະບານລາວ ເອງກໍມີຄວາມຍິນດີໃຫ້ການ
ຕ້ອນຮັບລະບົບເຄືອຂ່າຍໂທລະສັບມືຖືທີ່ມີຄວາມໄວສູງສຸດຢູ່ໃນໂລກໃນເວລານີ້
ແຕ່ກໍຍັງຕ້ອງໄດ້ເບິ່ງຄວາມພ້ອມທາງດ້ານເທັກໂນໂລຈີ ຢູ່ວ່າຈະສາມາດຮອງຮັບ
ເຄືອຂ່າຍໂທລະສັບໃນລະບົບໃໝ່ ແລະໄວທີ່ສຸດຂອງໂລກນີ້ໄດ້ຫລືບໍ່.

XS
SM
MD
LG