ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຈີ 8 ກຽມຫາລື ວິກິດການໜີ້ສິນ ຂອງຢູໂຣບ (ສະໄລດ໌ກັບວີດີໂອ)


ກຸ່ມຈີ 8 ກະກຽມຫາລືກ່ຽວກັບວິກິດການໜີ້ສິນຂອງຢູໂຣບ (19 ພຶດສະພາ 2012)
ກຸ່ມຈີ 8 ກະກຽມຫາລືກ່ຽວກັບວິກິດການໜີ້ສິນຂອງຢູໂຣບ (19 ພຶດສະພາ 2012)

ບັນດາ​ຜູ້ນຳ​ຈາກ​ປະ​ເທດ​ອຸສາ​ຫະກຳ​ທີ່​ໃຫຍ່​ທີ່​ສຸດ ຈະ​ພາກັນ​ເພັ່ງ​ເລັງ​ໃສ່​ຄວາມວຸ້ນວາຍ​ທາງ​
ດ້ານເສດຖະກິດ​ໃນ​ຢູ​ໂຣບເວລາ​ພວກ​ທ່ານ​ເລີ່​ມຫາລື​ກັນອີກ​ໃນ​ວັນ​ເສົາ​ມື້ນີ້​ໃນ​ກອງ​ປະຊຸມ​ສຸດ​
ຍອດ​ທາງ​ດ້ານ​ເສດຖະກິດ​ປະຈຳ​ປີ​ຂອງ​ພວກ​ທ່ານ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຈະ​ກົດ​ດັນ​ໃຫ້​ພວກ​ຜູ້ນຳ​ ຂອງກຸ່ມ 8 ປະ
​ເທດທີ່​ຈະ​ເລີ​ນທາງ​ດ້ານ​ອຸສາ​ຫະກຳຫຼືຈີ 8 ພິຈາລະນາ​ກ່ຽວ​ກັບ​ແຜນການ​ເຕີບ​ໂຕ ​ໃນ​ຂະນະ
​ທີ່​ພວກ​ທ່ານ​ສົນທະນາ​ຫາລື​ກັນເພື່ອ​ຊອກ​ຫາ​ຊ່ອງ​ທາງແກ້​ໄຂ​ບັນຫາ​ໜີ້ສິນ​ທີ່​ພວມ​ເພີ່ມ​ທະວີ​
ຂຶ້ນ ທີ່​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ​ໃນ​ເຂດ​ທີ່​ໃຊ້ເງິນ​ຢູ​ໂຣນັ້ນ.

ບັນຫາ​ທາງ​ດ້ານ​ເສດຖະກິດ​ທີ່​ພົວພັນ​ກັບ​ກຸ່ມ 17 ປະ​ເທດ​ທີ່​ໃຊ້​ເງິນຕາ​ສະກຸນດຽວ​ກັນນັ້ນ
ອາດ​ຈະ​ມີ​ຜົນ​ກະທົບ​ຕໍ່​ປະ​ເທດ​ອື່ນໆ ຮວມທັງ​ສະຫະລັດ​ນຳ​ດ້ວຍ.

​ເປັນ​ທີ່​ຄາດ​ກັນ​ວ່າ ພວກ​ຜູ້ນຳ​ຂອງ​ກຸ່ມ​ຈີ 8 ທີ່​ປະກອບ​ດ້ວຍ​ສະຫະລັດ ອັງກິດ ​ເຢຍຣະມັນ
ຝຣັ່ງ ອີ​ຕາ​ລີ ຍີ່ປຸ່ນ ກາ​ນາ​ດາແລະຣັດ​ເຊຍ ຈະ​ພາ​ເພັ່ງ​ເລັງ​ໃສ່ກຣີສ ທີ່​ມີ​ໜີ້​ສິນ​ຖ້ວມ​ຫົວ ຊຶ່ງ​
ອາດ​ຈະ​ຢຸດ​ເຊົາ​ໃນ​ການ​ໃຊ້​ເງິນ​ຢູ​ໂຣບເພື່ອຫຼົບຫຼີກ​ບໍ່​ຢາກປະຕິບັດ​ຕາມມາດຕະການ​ປະຢັດ​
ມັດທະຍັດນັ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ມື້ວານ​ນີ້ ປະທານ​ກຳມາ​ທິການ​ຢູ​ໂຣບທ່ານ Jose Manuel
Barroso ກ່າວ​ວ່າ ມັນ​ເປັນ​ເລື່ອ​ງສຳຄັນ​ສຳ​ຫຼັບກຣີສ ​ແລະປະ​ເທດ​ສະມາຊິກ​ອື່ນໆ​ທີ່​ໃຊ້​ເງິນ
​ຢູ​ໂຣ ທີ່​ຈະ​ຕ້ອງໃຫ້ການ​ເຄົາລົບ​ຕໍ່​ຄວາມ​ໝາຍ ໝັ້ນຕ່າງໆ.

ພວກ​ຜູ້ນຳ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຊຶ່ງ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ທີ່ Camp David ບ່ອນ
​ພັກຜ່ອນ​ຂອງ​ປະທານາທິບໍດີ​ໃກ້ໆ​ກຸງ​ວໍ​ຊິງ​ຕັນ ​ໄດ້​ຫາລື​ກັນ ​ກ່ຽວກັບ​ຄວາມ​ໝັ້ນຄົງ​ຂອງ​
ໂລກ ​ໃນ​ລະຫວ່າງ​ຮັບ​ປະທານ​ອາຫານ​ຄໍ່າ​ໃນ​ມື້ວັນ​ສຸກວານ​ນີ້.

ເບິ່ງວີດີໂອກ່ຽວກັບກອງປະຊຸມທີ່ແຄມປ໌ເດວິດ ໃນວັນທີ 19 ພຶດສະພານີ້:

ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ທ່ານ​ໄດ້​ຕົກລົງ​ກັນ​ທີ່​ຈະ​ສືບ​ຕໍ່​ກົດ​ດັນ​ໃຫ້​ອີຣ່ານ ເປີດ​ເຜີຍ​ໃຫ້​
ຊາບ​ຕື່ມ​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ຕົນ​ແລະ​ຄວາມ​ຈຳ​ເປັນທີ່​ຈະເພັ່ງ​ເລັງ​ໃສ່​ການ​ປ່ຽນ
ແປງທາງ​ການ​ເມືອງ​ໃນ​ຊີ​ເຣຍ.

ພວກເຈົ້າໜ້າ​ທີ່​ເວົ້າວ່າ ບັນດາ​ຜູ້ນຳ​ຂອງ​ກຸ່ມ​ຈີ 8 ຍັງ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ຄວາມວິຕົກ​ກັງວົນ​
ທີ່​ວ່າ​ເກົາຫຼີ​ເໜືອ​ອາດ​ຈະ​ທຳ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍຄັ້ງ​ໃໝ່.

ກອງ​ປະຊຸມ​ສຸດ​ຍອດ​ທີ່ Camp David ​ແມ່ນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ເຄື່ອນ​ໄຫວທາງ​ດ້ານ​ການ
​ທູດ​ເປັນ​ເວລາ​ສີ່​ມື້ ຂອງປະທານາທິບໍດີ​ໂອ​ບາ​ມາ ທີ່ຈະເດີນທາ​ງ​ໃນ​ຕອນ​ແລງ​ຂອງວັນ​ເສົາ
​ມື້ນີ້ ​ໄປ​ຮວມກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ເນ​ໂຕ້ ທີ່​ນະຄອນ Chicago. ພວກ​ເຈົ້າໜ້າ​
ທີ່ເນ​ໂຕ້​ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ສົງຄາມ​ໃນ​ອັຟກາ​ນິສຖານ.

XS
SM
MD
LG