ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ກຸ່ມຈີ 7 ຫາທາງ ແກ້ໄຂ ຊ່ອງຫວ່າງ ດ້ານການຄ້າ ກັບ ປ. ທຣຳ


ປະທານາທິບໍດີ ດໍໂນລ ທຣຳ (ຊ້າຍ) ພົບປະກັບ ນາຍົກ ການາດາ ທ່ານຈັສຕິນ ທຣູໂດ ໃນລະຫວ່າງ ກອງປະຊຸມ ສຸດຍອດກຸ່ມ ຈີ 7. (ວັນທີ 8 ມິຖຸນາ 2018)
ປະທານາທິບໍດີ ດໍໂນລ ທຣຳ (ຊ້າຍ) ພົບປະກັບ ນາຍົກ ການາດາ ທ່ານຈັສຕິນ ທຣູໂດ ໃນລະຫວ່າງ ກອງປະຊຸມ ສຸດຍອດກຸ່ມ ຈີ 7. (ວັນທີ 8 ມິຖຸນາ 2018)

ມີການສະແດງອອກເຖິງຄວາມຮຸູ້ສຶກເວລາປະທານາທິບໍດີດໍໂນລ ທຣຳ ພົບປະກັບຜູ້
ນຳຄົນອື່ນໆຂອງກຸ່ມ G-7 ທີ່ກອງປະຊຸມປະຈຳປີ ຢູ່ປະເທດການາດາໃນວັນສຸກວານ
ນີ້ ແຕ່ການໂອ້ລົມກັນ ໄດ້ດຳເນີນໄປແບບຜູ້ທີ່ມີຄວາມສີວິໄລ ແລະການທູດ ອີງຕາມ
ລາຍງານຂອງແຫຼ່ງຂ່າວ.

Trump G-7
please wait
Embed

No media source currently available

0:00 0:01:38 0:00

ປະທານາທິບໍດີທຣຳໄດ້ຍຶດໝັ້ນໃນທ່າທີຂອງທ່ານ ໂດຍເວົ້າວ່າ ສະຫະລັດແມ່ນເສຍ
ປຽບເມື່ອເວົ້າເຖິງເລື້ອງການຄ້າກັບພັນທະມິດໃນຢູໂຣບ.

ເຈົ້າໜ້າທີ່ກຸ່ມ G-7 ຄົນນຶ່ງ ທີ່ຂໍສະຫງວນຊື່ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ “ພວກຜູ້
ນຳອື່ນໆໄດ້ສະເໜີໂຕເລກ ຂອງພວກເຂົາເຈົ້າ ແລະທ່ານທຣຳ ກໍໄດ້ສະເໜີໂຕເລກ
ຂອງທ່ານ. ຕາມທີ່ໄດ້ຄາດໝາຍໄວ້ ທ່ານບໍ່ໄດ້ປ່ຽນທ່າທີໃດໆ ນີ້ອາດຈະບໍ່ແມ່ນວ່າ
ທ່ານບໍ່ເຂົ້າໃຈ ແຕ່ເປັນຍ້ອນເຫດຜົນພາຍໃນປະເທດ.”

ປະທານາທິບໍດີທຣຳ ພົບປະ ກັບປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ
ປະທານາທິບໍດີທຣຳ ພົບປະ ກັບປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ

ທີ່ກອງປະຊຸມສອງຝ່າຍ ໃນເວລາຕໍ່ມາ ກັບເຈົ້າພາບ ຂອງກອງປະຊຸມສຸດຍອດທ່ານ
ຈັສຕິນ ທຣູໂດ ປະທານາທິບໍດີສະຫະລັດໄດ້ເວົ້າຢອກວ່າ ນາຍົກລັດຖະມົນຕີການາ
ດາ ໄດ້ຕົກລົງທີ່ຈະຕັດ “ພາສີທັງໝົດ.”

ເຖິງແມ່ນວ່າ ຜູ້ນຳທັງສອງໄດ້ຕ້ອງຕິນະໂຍບາຍການຄ້າຂອງກັນແລະກັນໃນມື້ກ່ອນ
ນີ້ກໍຈິງຢູ່ ທ່ານທຣຳໄດ້ກ່າວເຖິງຄວາມສຳພັນກ່ຽວກັບເລື້ອງການຄ້າ ຂ້າມຊາຍແດນ
ວ່າ ດີຫຼາຍ ໂດຍເວົ້າວ່າ “ທີ່ຈິງແລ້ວພວກເຮົາພວມເຮັດວຽກເພື່ອຕັດພາສີ ແລະເຮັດ
ໃຫ້ມີຄວາມເປັນທຳ ສຳລັບທັງສອງປະເທດ ແລະພວກເຮົາກໍມີຄວາມຄືບໜ້າໃນທຸກ
ມື້ນີ້ ພວກເຮົາຈະເບິ່ງວ່າ ມີຈະມີຜົນແບບໃດ.”

ໃນການໂອ້ລົມສົນທະນາກັບປະທານາທິບໍດີຝຣັ່ງ ທ່ານເອັມມານູແອລ ມາກຣົງ ໃນ
ເວລາຕໍ່ມານັ້ນ ທ່ານທຣຳກ່າວວ່າ “ສະຫະລັດໄດ້ຂາດດຸນການຄ້າຢ່າງຫຼວງຫຼາຍມາ
ເປັນເວລາຫຼາຍໆປີແລ້ວກັບສະຫະພາບຢູໂຣບ ແລະພວກເຮົາກຳລັງຫາທາງແກ້ໄຂ
ຢູ່ ແລະທ່ານເອັມມານູແອລ ກໍຊ່ອຍຫຼາຍກ່ຽວກັບເລື້ອງນີ້.”

ສ່ວນທ່ານມາກຣົງ ກໍໄດ້ຕອບວ່າ “ທ່ານໄດ້ໂອ້ລົມແບບກົງໄປກົງມາແລະເປີດກວ້າງ” ກັບທ່ານທຣຳ ແລະ “ກໍມີເສັ້ນທາງທີ່ສຳຄັນເພື່ອຈະສ້າງຄວາມກ້າວໜ້າດ້ວຍກັນ.”

ລັດຖະມົນຕີ ການຕ່າງປະເທດການາດາ ທ່ານນາງຄຣິສເຕຍ ຟຣີແລນ ໃຫ້ການຢືນ
ຢັນວ່າ ທ່ານນາງໄດ້ພົບປະກັບຜູ້ຕາງໜ້າທາງດ້ານການຄ້າສະຫະລັດ ທ່ານໂຣເບີດ
ໄລໄທເຊີ ເພື່ອຫາລືກ່ຽວກັບເລື້ອງພາສີ ແລະຊະຕາກຳຂອງຂໍ້ຕົກລົງການຄ້າໃນທະ
ວີບອາເມຣິກາເໜືອ ຫຼື NAFTA. ທ່ານນາງກ່າວວ່າ ແນວໃດກໍຕາມ ການາດາຈະບໍ່
ປ່ຽນໃຈ ກ່ຽວກັບການເກັບພາສີເຫຼັກກ້າແລະອາລູມີນຽມຂອງສະຫະລັດ ທີ່ທ່ານນາງ
ເອີ້ນວ່າ “ຜິດກົດໝາຍ” ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG