ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຸ່ມຈີ 7 ຈະປຶກສາຫາລືກັນ ກ່ຽວກັບກໍານົດເສັ້ນຕາຍ ໃນການຖອນທະຫານ ອອກຈາກ ອັຟການິສຖານ


ຜູ້ປະທ້ວງຄົນນຶ່ງຍ່າງຖືທຸງອັຟການິສຖານ ທີ່ຈະຕຸລັດສະພາໃນນະຄອນຫລວງ London ຂອງອັງກິດ ໃນວັນທີ 18 ສິງຫາ 2021
ຜູ້ປະທ້ວງຄົນນຶ່ງຍ່າງຖືທຸງອັຟການິສຖານ ທີ່ຈະຕຸລັດສະພາໃນນະຄອນຫລວງ London ຂອງອັງກິດ ໃນວັນທີ 18 ສິງຫາ 2021

ບັນດາຜູ້ນຳຈາກກຸ່ມຈີ (G)-7 ມີກຳນົດຈະປະຊຸມກັນ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລືກ່ຽວກັບສະຖານະການໃນອັຟການິສຖານ, ໂດຍໄດ້ຊຸກຍູ້ໃຫ້ປະທານາທິບໍດີສະຫະລັດ, ທ່ານໂຈໄບເດັນຮັກສາກອງທະຫານສະຫະລັດຢູ່ໃນປະເທດນັ້ນ ເກີນກຳນົດເສັ້ນຕາຍ ວັນທີ 31 ສິງຫາຂອງທ່ານ ເພື່ອອຳນວຍຄວາມສະ ດວກໃຫ້ແກ່ຄວາມພະຍາຍາມ ໃນການຍົກຍ້າຍທີ່ກໍາລັງດໍາເນີນໄປຢູ່ນີ້.

ນາຍົກລັດຖະມົນຕີອັງກິດ, ທ່ານບໍຣີສ ຈອນສັນ (Boris Johnson) ກ່າວ ກ່ອນການເປີດກອງປະຊຸມທາງອອນລາຍວ່າ "ຂ້າພະເຈົ້າຈະຂໍໃຫ້ບັນດາເພື່ອນ ແລະພັນທະມິດຂອງພວກເຮົາ ຢືນຄຽງຂ້າງປະຊາຊົນອັຟການິສຖານແລະເພີ້ມການຊ່ວຍເຫຼືອຊາວອົບພະຍົບ ແລະການຊ່ວຍເຫຼືອດ້ານມະນຸດສະທຳຂຶ້ນ".

ໂດຍທີ່ຍັງເວລາອາທິດດຽວ ກໍຈະຮອດເສັ້ນຕາຍທີ່ກໍານົດໄວ້ຂອງທ່ານໄບເດັນແລ້ວ, ປະຊາຊົນຊາວຕາເວັນຕົກຫຼາຍສິບພັນຄົນ ແລະຊາວອັຟການິສຖານທີ່ສະໜັບສະໜູນຄວາມພະຍາຍາມຂອງສະຫະລັດ ໄດ້ພາກັນຫາທາງໄປຫາສະ ໜາມບິນສາກົນຮາມິດ ຄາຊາຍ (Hamid Karzai) ໂດຍຫວັງວ່າຈະຜ່ານໄປເຖິງປະຕູເຂົ້າສະໜາມບິນ ແລະບ່ອນມີການຮັກສາຄວາມປອດໄພຂອງຖ້ຽວບິນຂາອອກໄດ້.

ແຕ່ຢ່າງໃດກໍຕາມ, ຊາວອັຟການິສະຖານຫຼາຍຄົນເວົ້າວ່າ ມັນເປັນການຍາກ, ຫລືບໍ່ກໍເປັນໄປບໍ່ໄດ້ເລີຍທີ່ຈະຜ່ານດ່ານກວດຂອງກຸ່ມຕາລີບານທີ່ລຽນແຖວຍາມຢູ່ອ້ອມແອ້ມສະໜາມບິນນັ້ນໄດ້. ແລະເຈົ້າໜ້າທີ່ຂອງຕາລີບານເບິ່ງຄືວ່າ ບໍ່ຍິນດີທີ່ຈະໃຫ້ສະຫະລັດມີຍືດເວລາໄດ້, ໂດຍເອີ້ນກໍານົດເສັ້ນຕາຍທີ່ຈະມາເຖິງນີ້ວ່າເປັນ “ເສັ້ນແດງ” ເລີຍ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ທ່ານເຈກ ຊູລລີວານ (Jake Sullivan) ກ່າວຕໍ່ບັນດານັກຂ່າວທີ່ທຳນຽບຂາວໃນວັນຈັນວານນີ້ວ່າ "ພວກເຮົາ ກຳລັງເຈລະຈາ ກັບກຸ່ມຕາລີບານໃນແຕ່ລະມື້ ໂດຍຜ່ານຊ່ອງທາງການເມືອງແລະຄວາມໝັ້ນຄົງ" ກ່ຽວກັບ "ທຸກແງ່ທຸກມຸມຂອງສິ່ງທີ່ກໍາລັງເກີດຂຶ້ນ ຢູ່ໃນນະຄອນຫຼວງກາບູລໃນເວລານີ້."

ທ່ານໄບເດັນໄດ້ “ພິຈາລະນາເປັນແຕ່ລະມື້ໄປ ແລະຈະທໍາການຕັດສິນໃຈແບບເດັດຂາດເມື່ອຮອດເວລາສົມຄວນ” ນັ້ນຄືຄໍາເວົ້າຂອງທ່ານຊູລລີວານໂດຍກ່າວປ້ອງກັນການຈັດການຂອງທຳນຽບຂາວ ກ່ຽວກັບການຖອນທະຫານທີ່ໄດ້ເຫັນວ່າ ກຳລັງຮັກສາຄວາມປອດໄພອັຟການິສຖານສ່ວນໃຫຍ່ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດເກືອບຈະສະຫລາຍຕົວໄປເມື່ອກຸ່ມຕາລີບານໄດ້ຍຶດເອົາການຄວບຄຸມປະ​ເທດ.

ທ່ານກ່າວຕໍ່ໄປວ່າ "ພວກເຮົາປະຕິບັດໄດ້ດີເກີນຄາດໃນດ້ານຈໍານວນການຍົກ ຍ້າຍຄົນອອກ."

ການວິພາກວິຈານຈາກບັນດາສະມາຊິກສະພາສະຫະລັດ, ອະດີດເຈົ້າໜ້າທີ່ທະ ຫານ ແລະແມ່ນແຕ່ພັນທະມິດຂອງສະຫະລັດຈຳນວນນຶ່ງ ໄດ້ລຸລັ່ງອອກມານັບຕັ້ງແຕ່ກອງກຳລັງທະຫານ ຂອງກຸ່ມຕາລີບານໄດ້ເຂົ້າໄປໃນນະຄອນຫຼວງຂອງ ອັຟການິສຖານໃນວັນທີ 15 ສິງຫາຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG