ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ ຈີ-20 ປະຊຸມກັນ ທີ່ການາດາ


ບັນດາ​ຜູ້ນຳ​ໂລກ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ທີ່ Toronto ປະ​ເທດ​ກາ​ນາ​ດາ ​ເພື່ອ​ຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ ຈີ-20 ຄື​ກຸ່ມ 8 ປະ​ເທດ​ຈະ​ເລີ​ນອຸສາ​ຫະກຳ ບວກ​ພວກ​ປະ​ເທດ​ພວມ​ພັດທະ​ນາ​ທີ່ໃຫຍ່ໆ​ຂອງ​ໂລກ ຫລື​ພວກ​ເສ​ດຖະກິດ​ທີ່​ກຳລັງໂຜ່​ໂຕ​ຂຶ້ນ​ມາມີ​ຄວາມ​ສຳຄັນ​ນັ້ນ ​ເພື່ອ​ປຶກ ສາ​ຫາລື​ກັນ​ກ່ຽວ​ກັບ​ວ່າ ​ເຮັດ​ແນວ​ໃດ​ຈຶ່ງ​ຈະຮັກສາ​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກທີ່​ບໍ່ແຂງແຮງ​ນັ້ນ ​ໃຫ້​ຍືນ​ຍົງ​ຕໍ່​ໄປ​ໄດ້.

ຖະ​ແຫລ​ງການທີ່ຮ່າງ​ໄວ້ ສຳລັບ​ອອກ​ລຸນ​ຫລັງກອງ​ປະຊຸມ​ໃນ​ວັນ​ອາ ທິດ​ມື້​ນີ້ ​ເວົ້າວ່າ ມາ​ຮ​ອດປັດຈຸບັນ​ນີ້ ກຸ່ມ ຈີ-20 ແມ່ນໄດ້​ຮັບ​ໝາກຜົນ​ ​ດີຈາກ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ກໍ ​“ຍັງຄົງມີ​ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ຫລາຍ​ຢ່າງຢູ່.”

ພວກ​ຜູ້ນຳ ຈີ-20 ກ່າວ​ວ່າ ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກຍັງ​ “ບໍ່ສະໝ່ຳສະ​ເໝີ​ແລະ​ບອບ​ບາງ​ຢູ່” ​ໂດຍ​ທີ່​ອັດຕາ​ວ່າງ​ງານ​ຢູ່​ໃນ​ຫລາຍ ຫລາຍປະ​ເທດ ​ຍັງ​ຢູ່​ໃນ​ລະດັບ​ທີ່​ຮັບ​ເອົາ​ບໍ່​ໄດ້ ​ແລະ​ວ່າ ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ທຳ​ງານ​ເພື່ອ​ປະຕິ​ຮູບ​ພວກ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ອີກຢູ່.

ໃນ​ວັນ​ເສົາ​ວານ​ນີ້ ທ່ານ Timothy Geithner ລມຕ ການ​ເງິນ​ຂອງ​ສະຫະລັດ ​ໄດ້​ຮຽກຮ້ອງ​ບັນດາ​ຜູ້ນຳ​ໂລກ ​ໃຫ້​ຊອກ​ຫາ​ຄວາມ​ສົມ​ດຸນ​ກັນ​ທີ່​ຖືກຕ້ອງ ​ໃນ​ລະຫວ່າງ​ການນຳ​ໃຊ້ງົບ​ປະມານ​ກະຕຸກ​ຊຸກຍູ້​ເສດຖະກິດ ​ແລະ​ການ​ລຸດຜ່ອນ​ການ​ຂາດ​ດຸນ​ງົບ​ປະມານ​ນັ້ນ. ທ່ານ​ກ່າວ​ວ່າ ຍີ່​ປຸ່ນ ​ແລະ​ພວກ​ປະ​ເທດ​ຢູ​ໂຣບຈຳນວນ​ນຶ່ງ ຕ້ອງ​ໄດ້ເຮັດ​ຫລາຍ​ກ່ວາ​ທີ່​ໄດ້ ເຮັດ​ມາ​ແລ້ວ ​ເພື່ອ​ຊຸກຍູ້​ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ຢູ່ພາຍ​ໃນ​ປະ​ເທດ ​ແທນ​ທີ່​ຈະ​ພຽງ​ແຕ່​ພະຍາຍາມ​ຕັດ​ງົບປະມານ​ຂອງ​ຕົນລົງ.

ສ່ວນ​ປະທານາທິບໍດີໂອ​ບາ​ມາ ກັບ​ພວກ​ຜູ້ນຳ​ຄົນ​ອື່ນໆ ກ່າວ​ວ່າ​ພວກ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງ ຫລາຍ​ເກີນ​ໄປ​ນັ້ນ ອາດ​ສາມາດ​ຍັບຍັ້ງຂັດຂວາງ​ການ​ເຕີບ​ໂຕ​ຂອງ ​ເສດຖະກິດ​ໄດ້.

XS
SM
MD
LG