ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການເງິນ ຂອງກຸ່ມ G20 ເສັດສິ້ນ ກອງປະຊຸມ ຢູ່ອອສເຕຣເລຍ


Delegates of the G20 Finance Ministers and Central Bank Governors Meeting talk as they arrive for an official photograph in the northern Australian city of Cairns, Sept. 20, 2014.
Delegates of the G20 Finance Ministers and Central Bank Governors Meeting talk as they arrive for an official photograph in the northern Australian city of Cairns, Sept. 20, 2014.

ບັນດາ​ລັດຖະມົນຕີ​ການ​ເງິນ​ແລະ​ຫົວໜ້າ​ທະນາຄານ​ແຫ່ງ​ຊາດ​
ຈາກກຸ່ມ G20 ​ໄດ້​ເສັດ​ສິ້ນ​ການ​ພົບ​ປະກັນ​ເປັນ​ເວລາ 2 ມື້​ທີ່​
ເມືອງ Cairns ​ລັດ Queensland ທີ່​ອອສ​ເຕຣ​ເລຍ.

​ຢູ່ໃນ​ຖະ​ແຫຼງການ​ຮ່ວມອັດ​ກອງ​ປະຊຸມ ​ໃນ​ວັນອາທິດ​ມື້​ນີ້ ບັນ
ດາ​ຜູ້ຕາງ​ໜ້າ​ຈາກ 20 ປະ​ເທດ ​ທີ່​ມີ​ການ​ເສດຖະກິດ​ໃຫຍ່​ທີ່​
ສຸດ​ຂອງ​ໂລກ ​ໄດ້ປະກາດອັນ​ທີ່​ເອີ້ນ​ວ່າ ​ໂຄງການ​ລິ​ເລີ້ມ​ໂຄງ​
ລ່າງ​ພື້ນຖານ​ຂອງ​ໂລກ ​ເພື່ອ​ເພີ້​ມມາດ​ຕະການ​ກະ​ຕຸ້ນການ
​ລົງທຶນ​ໃນພາກ​ເອກະ​ຊົນ​ ​ໄລຍະ​ສັ້ນ​ຂຶ້ນ ເພື່ອສົ່ງ​ເສີມ​ພວກ
ເສດຖະກິດ​ທີ່​ກຳລັງ​ຢູ່​ໃນ​ສະພາບບໍ່​ທຸ່ງທ່ຽງ​ໃນ​ເວລາ​ນີ້.

ບັນດາ​ຜູ້ຕາງໜ້າ​ປະ​ເທດ​ເຫຼົ່າ​ນີ້ ຍັງ​ໄດ້​ໂອ້​ລົມ​ສົນທະນາ​ກັນເລື້ອງ​ການ​ປາບ​ປາມ​ຊ່ອງ​ຫວ່າງ​ໃນ​ດ້ານ​ພາສີ ທີ່​ພວກ​ບໍລິສັດນາໆ​ຊາດ​ສວຍ​ໃຊ້​ປະ​ໂຫຍ​ດ ເພື່ອ​ຫລີກລ່ຽງ​ການ​ເສຍ​ພາສີ​ນັ້ນ.

ອອສ​ເຕຣ​ເລຍ ທີ່​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ການ​ເງິນ​ດັ່ງ​ກ່າວ ​ເວົ້າ​ວ່າ ວິທີແກ້​ໄຂ​ຮ່ວມ​ກັນ​ຂອງ​ໂລກ ​ແມ່ນ​ຈຳ​ເປັນ​ເພື່ອ​ຮັບປະກັນ​ວ່າ ພວກ​ບໍລິສັດ​ເຫຼົ່າ​ນີ້​ຈະ​ຕ້ອງ​ເສຍ​ພາສີ ​ໃນ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເງິນ​ນັ້ນ.

​ເມືອງ Brisbane ​ໃນ​ລັດ Queensland ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດໂດຍ​ເຕັມຂອງ​ກຸ່ມ G20 ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ນີ້.

XS
SM
MD
LG