ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ G-20 ສັນຍາທີ່ຈະສິ້ນສຸດ ການໃຫ້ເງິນທຶນ ສຳລັບໂຮງງານໄຟຟ້າ ພະລັງງານຖ່ານຫີນ ຢູ່ຕ່າງປະເທດ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມ ກ່ຽວກັບ ຄວາມຍືດຢຸ່ນຂອງຕ່ອງໂສ້ສິນຄ້າໂລກຜ່ານໂຣກລະບາດ COVID-19 ແລະ ການຟື້ນຟູ ຢູ່ນອກກອງປະຊຸມສຸດຍອດຂອງຜູ້ນຳ G20 ໃນນະຄອນຫຼວງ ໂຣມ, ປະເທດ ອິຕາລີ, 31 ຕຸລາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມ ກ່ຽວກັບ ຄວາມຍືດຢຸ່ນຂອງຕ່ອງໂສ້ສິນຄ້າໂລກຜ່ານໂຣກລະບາດ COVID-19 ແລະ ການຟື້ນຟູ ຢູ່ນອກກອງປະຊຸມສຸດຍອດຂອງຜູ້ນຳ G20 ໃນນະຄອນຫຼວງ ໂຣມ, ປະເທດ ອິຕາລີ, 31 ຕຸລາ, 2021.

ບັນດາຜູ້ນຳກຸ່ມ 20 ປະເທດ ຫຼື G-20 ທີ່ປະຊຸມກັນໃນນະຄອນຫຼວງ ໂຣມ ປະເທດ ອິຕາລີ ໄດ້ຕົກລົງທີ່ຈະເຮັດວຽກເພື່ອບັນລຸຄວາມເປັນກາງໃນການປ່ອຍອາຍຄາບັອນ “ພາຍໃນປະມານກາງສັດຕະວັດ” ແລະ ໄດ້ສັນຍາທີ່ຈະສິ້ນສຸດການຈັດຫາແຫຼ່ງເງິນທຶນສຳລັບໂຮງງານຜະລິດໄຟຟ້າພະລັງງານຖ່ານຫີນຢູ່ຕ່າງປະເທດພາຍໃນທ້າຍປີນີ້, ແຕ່ແນວໃດກໍຕາມ, ເຂົາເຈົ້າບໍ່ສາມາດທີ່ຈະຕົກລົງກັນ ກ່ຽວກັບ ການຍົກເລີກຖ່ານຫີນພາຍໃນປະເທດ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ໄດ້ຂຽນຂໍ້ຄວາມລົງໃນ Twitter ວ່າ “ໃນຂະນະທີ່ຂ້າພະເຈົ້າໄດ້ມີຄວາມຍິນດີກັບການໃຫ້ຄຳໝັ້ນສັນຍາຄືນຂອງກຸ່ມ 20 ປະເທດ ຕໍ່ສະຖານະການໃນໂລກນັ້ນ, ຂ້າພະເຈົ້າໄດ້ເດີນທາງອອກຈາກນະຄອນຫຼວງ ໂຣມ ໂດຍທີ່ຂ້າພະເຈົ້າບໍ່ໄດ້ຄວາມຫວັງສົມປາຖະໜາ ແຕ່ຢ່າງໜ້ອຍມັນກໍບໍ່ໄດ້ແຕກຫັກ.”

ບັນດາຜູ້ນຳໄດ້ອອກຖະແຫຼງການສະບັບສຸດທ້າຍຂອງເຂົາເຈົ້າໃນວັນອາທິດວານນີ້ ເພື່ອສິ້ນສຸດກອງປະຊຸມສຸດຍອດສອງວັນ, ກ່ອນການເຈລະຈາໃນກອງປະຊຸມສະພາບອາກາດປ່ຽນແປງສະຫະປະຊາຊາດທີ່ໃຫຍ່ກວ່າ, COP26, ໃນນະຄອນຫຼວງ ກລາສໂກ ປະເທດ ສກັອດແລນ ໃນອາທິດນີ້.

ເຂົາເຈົ້າຍັງໄດ້ແກ້ໄຂຄວາມພະຍາຍາມເພື່ອບັນລຸເປົ້າໝາຍຂອງການຈຳກັດຄວາມອົບອຸ່ນຂອງໂລກເຖິງ 1.5 ອົງສາແຊວຊຽສ, ທີ່ສອດຄ່ອງກັບຄຳໝັ້ນສັນຍາຂອງໂລກໃນປີ 2015 ດ້ວຍຂໍ້ຕົກ ລົງສະພາບອາກາດ ປາຣີ ເພື່ອຮັກສາຄວາມອົບອຸ່ນຂອງໂລກ “ຕໍ່າກວ່າ” 2 ອົງສາ ແຊວຊຽສ ເໜືອລະດັບກ່ອນຍຸກອຸດສາຫະກຳ, ແລະ ຕາມອຸດົມຄະຕິແມ່ນ 1.5 ອົງສາ.

ຖະແຫຼງການໄດ້ກ່າວວ່າ “ພວກເຮົາຮັບຮູ້ວ່າຜົນກະທົບຂອງສະພາບອາກາດປ່ຽນແປງຢູ່ 1.5 ອົງສາແຊວຊຽສ ແມ່ນຕໍ່າກວ່າ 2 ອົງສາຫຼາຍ. ການທີ່ຈະຮັກສາ 1.5 ອົງສາໃຫ້ໄດ້ແມ່ນຈະຮຽກຮ້ອງໃຫ້ມີການດຳເນີນການທີ່ມີຄວາມໝາຍ ແລະ ປະສິດທິພາບ ແລະ ຄວາມມຸ່ງໝັ້ນຂອງທຸກປະເທດ.”

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນການໃຫ້ຄຳປາໄສຢູ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ໂຣມ ເມື່ອວັນອາທິດວານນີ້ໄດ້ກ່າວວ່າ “ໃນຂະນະທີ່ຄົນແມ່ນຜິດຫວັງທີ່ຜູ້ນຳຂອງ ຣັດເຊຍ ແລະ ຈີນ “ບໍ່ໄດ້ປາກົດຕົວ” ດ້ວຍຄຳໝັ້ນສັນຍາ ກ່ຽວກັບ ສະພາບອາກາດປ່ຽນແປງນັ້ນ, ບັນດາຜູ້ນຳຄົນອື່ນໆຜູ້ທີ່ໄດ້ເຂົ້າຮ່ວມກອງປະຊຸມແມ່ນ “ໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG