ກອງປະຊຸມວ່າດ້ວຍການລົງທຶນ ຂອງ ຊາອຸດີ ອາຣາເບຍ ໄດ້ເປີດຂຶ້ນ ຕາມແຜນການ
ທີ່ໄດ້ວາງເອົາໄວ້ ໃນວັນອັງຄານມື້ນີ້ ສາມສັບປະດາ ພໍດີ ຫຼັງຈາກ ມີເລື້ອງການສັງຫານ
ທີີ່ສະຫຍອງຂວັນ ຂອງນັກຂ່າວ ແລະ ເປັນຜູ້ທີ່ຕ້ອງຕິ ລັດຖະບານ ທ່ານ ຈາມາລ
ຄາຊອກກີ ໃນສະຖານກົງສຸນ ຊາອຸດີ ປະຈຳ ປະເທດເທີກີ.
ບັນດາຜູ້ນຳນັກທຸລະກິດ ທີ່ມີຊື່ສຽງຈຳນວນນຶ່ງ ແລະບັນດາເຈົ້າໜ້າທີ່ລັດຖະບານ
ກຳລັງພາກັນໂຈະການເຂົ້າຮ່ວມ ໂຄງການລິເລີ້ມເພື່ອການລົງທຶນ ໃນອະນາຄົດ ຂອງ
ຣາຊາອານາຈັກດັ່ງກ່າວ ທີ່ນະຄອນຫຼວງຣິຢາດ ໃນການຕອບໂຕ້ ຕໍ່ການເສຍຊີວິດ
ຂອງທ່ານ ຄາຊອກກີ ແລະການປ່ຽນຄຳອະທິບາຍຕ່າງໆນາໆ ຂອງ ຊາອຸດີ ອາຣາເບຍ
ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນດັ່ງກ່າວນັ້ນ. ພາຍໃນ ກຸ່ມນັກທຸລະກິດ ທີ່ບໍ່ໄດ້ໄປຮ່ວມ ໃນ
ກອງປະຊຸມນັ້ນ ແມ່ນ ລັດຖະມົນຕີ ວ່າການກະຊວງການເງິນ ທ່ານ ສຕີບເວັນ ເມີນູຈິນ
ແລະ ຫົວໜ້າ ອົງການກອງທຶນສາກົນ ທ່ານນາງ ຄຣິສຕີນ ລາກາຣດ໌ ພ້ອມດ້ວຍ ບັນດາ
ຫົວໜ້າບໍລິສັດ ຍັກໃຫຍ່ ເຊັ່ນວ່າ ບໍລິສັດ JP Morgan Chase ເປັນຕົ້ນ.
ການຕອບໂຕ ຂອງນານາຊາດ ໄດ້ສົ່ງຜົນກະທົບໄປທົ່ວກອງປະຊຸມ ເຮັດໃຫ້ ເປັນຂີດ
ໝາຍທີ່ແຕກຕ່າງຢ່າງຊັດເຈນ ເມື່ອທຽບໃສ່ກອງປະຊຸມປະຈຳປີ ທີ່ມີຊີວິດຊີວາ ເມື່ອ
ປີກາຍນີ້ ທີ່ກໍ່ຕັ້ງຂຶ້ນໂດຍ ອົງມົງກຸດຣາຊະກຸມມານ ເຈົ້າຟ້າຊາຍ ໂມຮຳເມັດ ບິນ
ຊາລມານ ເພື່ອດຶງດູດເອົາການລົງທຶນຈາກຕ່າງປະເທດ ເຂົ້າໄປຕື່ມອີກ ທີ່ຈະຊ່ອຍ
ປ່ຽນແປງເສດຖະກິດ ຂອງຣາຊະອານາຈັກແຫ່ງນີ້ ທີ່ເປັນ ຜູ້ຜະລິດນ້ຳມັນ.
ນັກທຸລະກິດຍິງ ຜູ້ສຳຄັນ ແຫ່ງຊາອຸດີ ອາຣາເບຍ ທ່ານນາງ ລູບນາ ໂອລາຢານ ຜູ້ທີ່ໄດ້
ປົກປ້ອງປະເທດ ຂອງທ່ານນາງ ໃນຄຳເຫັນຂອງທ່ານນາງ ຢູ່ທີ່ ພິທີເປີດກອງປະຊຸມ
ໃນວັນອັງຄານມື້ນີ້ ໂດຍເອີ້ນ ການສັງຫານທ່ານຄາຊອກກີ ວ່າ “ບໍ່ເຄີຍມີ ໃນວັດທະ
ນະທຳ ຂອງພວກເຮົາ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ