ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄົ້ນຫາ ຜູ້ລອດຊີວິດ ຈາກແຜ່ນດິນໄຫວ ຢູ່ເອກົວດໍ ຍັງດຳເນີນ ຢູ່ຕໍ່ມາ


ທ້າວ Ruben Mero ໄດ້ຮັບການຊ່ອຍເຫຼືອ ໂດຍເຈົ້າໜ້າທີ່ແພດ ຫຼັງຈາກໄດ້ເປັນລົມ ໃນພິທີສົງສະການ ຫຼານສາວຂອງລາວ ທີ່ເສຍຊີວິດ ຍ້ອນແຜ່ນດິນໄຫວ ຢູ່ເມືອງ Montecristi. (ວັນທີ 19 ເມສາ 2016)
ທ້າວ Ruben Mero ໄດ້ຮັບການຊ່ອຍເຫຼືອ ໂດຍເຈົ້າໜ້າທີ່ແພດ ຫຼັງຈາກໄດ້ເປັນລົມ ໃນພິທີສົງສະການ ຫຼານສາວຂອງລາວ ທີ່ເສຍຊີວິດ ຍ້ອນແຜ່ນດິນໄຫວ ຢູ່ເມືອງ Montecristi. (ວັນທີ 19 ເມສາ 2016)

ທີ່​ປະ​ເທດ​ເອກົວ​ດໍ ພວກ​ກູ້​ໄພ​ຍັງ​ສືບ​ຕໍ່​ຊອກ​ຄົ້ນຫາ ​ພວກ​ທີ່​ລອດຊີວິດ​ມາ​ໄດ້ ​ຢູ່ຕາມ​ຊາກ​ຫັກ​ພັງ​ຂອງ​ແຜ່ນດິນ​ໄຫວ​ ທີ່​ມີ​ຄວາມ​ແຮງ 7.8 ​ໃນ​ຂະນະ​ທີ່​ ພິທີ​ສົ່ງສະການ​ໃຫ້​ແກ່​ພວກ ​ເຄາະ​ຮ້າຍ​ຫລາຍ​ກວ່າ 500 ຄົນ​ເລີ້ມຂຶ້ນ​ແລ້ວ.

ມີ​ທ່າ​ທາງ​ວ່າ​ຈຳນວນຜູ້​ເສຍ​ຊີວິດ​ຄົງ​ຈະ​ເພີ້ມຂຶ້ນຕື່ມ ​ໂດຍ​ທີ່ເຈົ້າໜ້າ​ທີ່​ບາງ​ຄົນ​ກ່າວ​ວ່າ ມີ​ຫຼາຍ​ກວ່າ 1,700 ຄົນ​ຍັງ​ຫາຍ​ສາບ​ສູນ​ມາ​ໄດ້ 3 ມື້ແລ້ວຫຼັງຈາກ​ໄດ້​ເກີດແຜ່ນດິນ​ໄຫວ​ໃນ​ຂັ້ນຕົ້ນ. ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ເຮົາ​ມີ​ລາຍ​ຊື່ 2,000 ຄົນ ​ທີ່ກຳລັງ​ຊອກ​ຫາ ​ແຕ່​ມາ​ຮອດປັດຈຸບັນ​ນີ້ ມີ​ແຕ່ 300 ຄົນ​ເທົ່າ​ນັ້ນ ​ໄດ້​ຖືກ​ຄົ້ນ ພົບ. ​ແຕ່​ແນວ​ໃດ​ກໍ​ຕາມກະຊວງປ້ອງກັນ​ປະ​ເທດ​ເອກົວ​ດໍ ​ກ່າວ​ວ່າ ຈຳນວນ​ຜູ້​ຫາຍ​ສາບ​ສູນ​ມີ​ແຕ່ 231 ຄົນ​ເທົ່ານັ້ນ.

ອີງ​ຕາມ​ການ​ກະ​ປະມານ​ຂອງ​ລັດຖະບານ​ແລ້ວ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ກວ່າ 4,600 ຄົນ.

ພວກ​ກູ້​ໄພແລະ​ປະ​ຊາ​ຊົນ ​ຢູ່​ເລາະ​ຕາມ​ແຄມ​ຝັ່ງ​ມະຫາ​ສະມຸດ​ປາຊີ​ຟິກ ​ໄດ້​ນຳ​ໃຊ້ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ມີ​ນັບ​ແຕ່​ມື​ເປົ່າ ໝາ​ສືບ​ກິ່ນ ​ຕະຫລອດ​ທັງ​ອຸບປະກອນ​ໜັກ ຂຸດ​ຄົ້ນຢູ່​ຕາມ​ບ້ານ​ເຮືອນ​ແລະ​ຫ້າງ​ຮ້ານ​ ທີ່​ຫັກພັງ​ລົງ​ມາ ​ແລະ​ກໍ​ຟັງສຽງ​ຮ້ອງ​ຂໍ​ການຊ່ອຍ​ເຫລືອ ທີ່ມາ ຈາກພາຍໃນ.

ມີ​ການ​ຊ່ອຍເອົາ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຈຳນວນ​ນຶ່ງ​ອອກ​ມາຈາກ​ຊາກ​ຫັກ​ພັງ ​ແຕ່​ເຈົ້າ ໜ້າ​ທີ່​ກ່າວ​ວ່າ ການ​ໂທລະສັບ​ແລະ​ສົ່ງ​ຂໍ້ຄວາມ ຈາກ​ພວກ​ທີ່​ຖືກຖົມ​ ຢູ່ຕາມ​ຊາກ​ຫັກ​ພັງ​ກຳລັງ​ຄ່ອຍໆ​ໝົດ​ໄປ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂທລະສັບ​ໄປ​ໂອ້​ລົມ​ກັບປະທານາ ທິບໍດີ​ເອກົວ​ດໍ ທ່ານ Rafael Correa ​ເພື່ອ​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ​ຂອງ​ຊາວ​ອ​າ​ເມຣິກັນ ກັບ​ພວກ​ທີ່​ເສຍ​ຊີວິດ​ຍ້ອນ​ໄພ​ແຜ່ນດິນ​ໄຫວ. ທ່ານໄດ້​ໃຫ້ການ​ຄ້ຳປະກັນ​ແກ່​ປະ ທານາທິບໍດີ Correa ວ່າ ສະຫະລັດ​ຈະ​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງ​ທີ່​ຕົນ​ສາມາດ​ເພື່ອ​ຊ່ອຍ​ເອກົວ​ດໍ​ກັບ​ຄືນ​ສູ່​ສະພາບ​ເດີມ.

Ecuador Earthquake
please wait
Embed

No media source currently available

0:00 0:01:51 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG