ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພິທີສົ່ງສະການ ຂອງຊາວລາວ ໃນເຂດອໍເຣັນຈ໌ ຄາວຕີ ໄດ້ຖືກປັບໃຫ້ເໝາະສົມ ກັບຂໍ້ບັງຄັບ ໄວຣັສໂຄວິດ


ຍານາງບຸນມີ ບອນນີ ຖາວອນ, ກາງ, ແລະຍາດຕິພີ່ນ້ອງ ຢູ່ທີ່ວັດແຫ່ງນຶ່ງໃນເຂດອໍເຣນຈ໌ ຄາວຕີ ທາງພາກໃຕ້ຂອງລັດຄາລີຟໍເນຍ.
ຍານາງບຸນມີ ບອນນີ ຖາວອນ, ກາງ, ແລະຍາດຕິພີ່ນ້ອງ ຢູ່ທີ່ວັດແຫ່ງນຶ່ງໃນເຂດອໍເຣນຈ໌ ຄາວຕີ ທາງພາກໃຕ້ຂອງລັດຄາລີຟໍເນຍ.


ໃນຂະນະທີ່ໂຄວິດ-19 ຍັງສືບຕໍ່ລະບາດ ໂດຍມີສາຍພັນໃໝ່ເພີ້ມຂຶ້ນອີກສອງຊະນິດ ຄື ແດລຕາ ແລະໂອໄມຄຣອນ ເຮັດໃຫ້ທັງປະຊາຊົນຜູ້ທີ່ໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາ ແລ້ວສອງເຂັມ ທັງເຂັມທີສາມ ຫຼືທີ່ເອີ້ນກັນວ່າ ບຸສເຕີນັ້ນ ກໍຍັງຕິດໄວຣັສໂຄໂຣນາຊະນິດໃດນຶ່ງດັ່ງກ່າວ. ແຕ່ຜູ້ທີ່ບໍ່ໄດ້ສັກຢາວັກຊີນເລີຍ ທັງຜູ້ນ້ອຍແລະຜູ້ໃຫຍ່ ທີ່ມີໂຣກປະຈຳຕົວນັ້ນ ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຈົນໄດ້ເຂົ້າຮັກສາຢູ່ໂຮງໝໍຫຼາຍຂຶ້ນນັບມື້ ແລະຖ້າພູມຕ້ານທານອ່ອນເພຍບໍ່ສາມາດຕໍ່ສູ້ກັບໄວຣັດດັ່ງກ່າວໄດ້ ໃນທີ່ສຸດກໍ່ຕ້ອງເສຍຊີວິດ ຊຶ່ງໃນປັດຈຸບັນນີ້ ມີຄົນຕິດເຊື້ອໄວຣັສ 60 ກວ່າລ້ານຄົນ ໃນສະຫະລັດ ແລະໄດ້ເສຍຊີວິດແລ້ວ 837,594 ຄົນ ອີງຕາມເວັບໄຊຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ລວມຢູ່ໃນຜູ້ທີ່ເສຍຊີວິດດັ່ງກ່າວ ກໍຄົງຈະມີຊາວລາວຈຳນວນບໍ່ໜ້ອຍ ຜູ້ທີ່ອາໄສຢູ່ໃນເຂດອໍເຣນຈ໌ຄາວຕີ ທາງພາກໃຕ້ຂອງລັດຄາລີຟໍເນຍ ທີ່ມີຊຸມຊົນຊາວລາວ ອາໄສຢູ່ຢ່າງຫຼວງຫຼາຍ ຊຶ່ງຄະນະຮັບຜິດຊອບພິທີສາປະນາກິດສົບ ທາງດ້ານສາສະໜາ ແມ່ນຂຶ້ນຢູ່ກັບຄະນະກຳມະການວັດ ໂດຍມີຍານາງ ບຸນມີ ບອນນີ ຖາວອນ ເປັນຜູ້ປະສານງານກັບບັນດາພະສົງທີ່ຈຳສິນຢູ່ວັດແຫ່ງຕ່າງໆ ຮ່ວມກັບຄອບຄົວຜູ້ທີ່ເສຍຊີວິດ ໃນການຈັດພິທີທາງດ້ານສາສະໜາຕ່າງໆ ຕາມຮີດ ຄອງປະເພນີ ໃນລະຫວ່າງທີ່ມີໂຣກລະບາດສືບຕໍ່ຕິດແປດປະຊາຊົນຢ່າງບໍ່ຢຸດຢັ້ງ ດັ່ງທີ່ຍານາງ ກ່າວໃຫ້ວີໂອເອລາວ ຟັງດັ່ງນີ້:

ໂດຍສ່ວນໃຫຍ່ຄອຍຄົວຊາວລາວ ບໍ່ຄ່ອຍຢາກບອກໃຫ້ຄົນຮູ້ຈັກເຖິງສາເຫດຂອງການເສຍຊີວິດ ຍ້ອນຄວາມລະອາຍຕໍ່ສັງຄົມ ຫຼືເຫດຜົນອື່ນໆ ເຖິງແມ່ນຈະບໍ່ແຈ້ງໃຫ້ເພື່ອນມິດຂອງຜູ້ທີ່ເສຍຊີວິດຊາບກໍຕາມ ສ່ວນຫຼາຍກໍຈະສັນນິດຖານວ່າ ຜູ້ກ່ຽວຕາຍຍ້ອນໄວຣັສໂຄໂຣນາ ນອກຈາກນັ້ນ ສະຖານທີ່ເຜົາສົບສ່ວຍໃຫຍ່ ກໍຕ້ອງໄດ້ມີຂໍ້ຈຳກັດ ຂອງຈຳນວນຄົນທີ່ຈະເຂົ້າໄປຮ່ວມໃນພິທີສົ່ງ ສະການເຊັ່ນກັນ ແລະອີກປະການນຶ່ງ ໄວຣັສນີ້ຕິດແປດກັນໄດ້ງ່າຍຂຶ້ນແລະຫຼາຍຂຶ້ນອີກດ້ວຍ.

XS
SM
MD
LG