ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ຍິນດີ ຈະໃຫ້ ລັດຖະບານ ປິດອີກ ຖ້າສະພາແກ້ໄຂ ເລື່ອງຄົນເຂົ້າເມືອງ ບໍ່ໄດ້

ປະທານາທິບໍດີ ດໍໂນລ ທຣຳ ນັ່ງຟັງ ໃນລະຫວ່າງ ກອງປະຊຸມ ກັບບັນດາເຈົ້າໜ້າທີ່ ພິທັກກົດໝາຍ ກ່ຽວກັບເລື່ອງ ພວກແກັ່ງອັນຕະພານ MS-13 ແລະການຮັກສາຄວາມປອດໄພ ຢູ່ຊາຍແດນ, ຢູ່ໃນຫ້ອງປະຊຸມຄະນະລັດຖະບານ ທີ່ທຳນຽບຂາວ, ວັນທີ 6 ກຸມພາ 2018.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ທ່ານ
ຍິນດີທີ່ຈະໃຫ້ລັດຖະບານກາງ ປິດອີກຄັ້ງນຶ່ງ ຖ້າລັດຖະສະພາ ບໍ່ສາມາດຕົກລົງກັນໄດ້
ກ່ຽວກັບ ຂໍ້ຈຳກັດດ້ານຄົນເຂົ້າເມືອງ ທີ່ເຂັ້ມງວດກວ່າເກົ່າ.

ທ່ານທຣຳ ໄດ້ກ່າວບອກ ຄະນະກຳມະການພິທັກກົດໝາຍ ຢູ່ທຳນຽບຂາວ ທີ່ພວມ
ປຶກສາຫາລືກັນ ກ່ຽວກັບຄວາມຮຸນແຮງ ທີ່ກໍ່ຂຶ້ນໂດຍພວກແກັ່ງອາຊະຍາກອນ ປາກເວົ້າ
ພາສາສະເປນ ມາຣາ ຊາລວາທຣູຈາ (Sara Salvatrucha) ຫຼື ທີ່ຮູ້ຈັກກັນດີ ໃນຊື່
MS-13 ນັ້ນ ວ່າ “ຖ້າພວກເຮົາບໍ່ຫາກປ່ຽນແປງກົດໝາຍ ຖ້າພວກເຮົາຫາກບໍ່ກຳຈັດ
ຊ່ອງຫວ່າງທາງກົດໝາຍເຫຼົ່ານີ້ ທີ່ອະນຸຍາດ ໃຫ້ພວກຄາດຕະກອນ ເຂົ້າມາໃນ
ປະເທດຂອງພວກເຮົາ ແລະໃຫ້ພວກເຂົາສືບຕໍ່ເຂັ່ນຂ້າ...ຖ້າພວກຫາກເຮົາບໍ່ປ່ຽນ
ແປງມັນ ກໍໃຫ້ມີການປິດລັດຖະບານ ເສຍ.”

Uncertainty Dominates White House, Hill Immigration Negotiations
please wait

No media source currently available

0:00 0:02:28 0:00

ທ່ານທຣຳ ໄດ້ກ່າວອີກວ່າ “ຂ້າພະເຈົ້າ ຢາກຈະເຫັນການປິດລັດຖະບານ ຖ້າພວກ
ເຮົາຫາກບໍ່ສາມາດແກ້ໄຂ ເລື່ອງພວກນີ້ໄດ້.”

ການຮຽກຮ້ອງຂອງທ່ານທຣຳ ທີ່ອາດເຮັດໃຫ້ມີການປິດລັດຖະບານນັ້ນ ມີຂຶ້ນຫລັງຈາກ
ສະພາຕ່ຳ ສະຫະລັດໄດ້ຮັບຜ່ານ ມາດຕະການກ່ຽວກັບການໃຊ້ຈ່າຍໄລຍະສັ້ນ ໃນຕອນ
ແລງວັນອັງຄານວານນີ້ ແລະ ບັນດາຜູ້ນຳຂອງສະພາສູງ ກຳລັງໃກ້ຈະຕົກລົງກັນ ໃນ
ເລື່ອງທີ່ໃຫຍ່ກວ່າ ເຊັ່ນຂໍ້ຕົກລົງໄລຍະຍາວ.

ມາດຕະການໃຊ້ຈ່າຍໄລຍະສັ້ນ ໃນປັດຈຸບັນ ສຳລັບອົງການຕ່າງໆ ຂອງລັດຖະບານ
ຈະໝົດອາຍຸລົງ ໃນທ່ຽງຄືນວັນພະຫັດຈະມາເຖິງນີ້. ໄດ້ມີການປິດລັດຖະບານ ເປັນ
ບາງສ່ວນ ໄລຍະ 3 ວັນ ໃນກາງເດືອນມັງກອນຜ່ານມາ ອັນເປັນຄັ້ງທຳອິດຂອງປະເທດ
ນັບແຕ່ປີ 2013 ທີ່ຍັງແມ່ນກ່ຽວພັນ ກັບບັນຫາຕ່າງໆ ດ້ານຄົນເຂົ້າເມືອງ ນັ້ນ.

ຮອງປະທານສຽງສ່ວນນ້ອຍ ຂອງສະພາຕ່ຳ ທ່ານສເຕັນນີ ໂຮຍເອີຣ (Steny Hoyer) ສັງກັດພັກເດໂມແຄຣັດ ຈາກລັດແມຣີແລນ, ກາງ, ໂອ້ລົມກັບພວກສະໜັບສະໜູນ ສິດທິຂອງພວກຄົນເຂົ້າເມືອງ ຢູ່ທີ່ລັດຖະສະພາ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກັນຍາ 2017.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ້ ແຊນເດີສ໌ ໄດ້ກ່າວ ໃນລະຫວ່າງ ກອງ
ປະຊຸມຖະແຫລງຂ່າວ ບໍ່ດົນໃນເວລາຕໍ່ມາວ່າ “ທ່ານປະທານາທິບໍດີ ບໍ່ໄດ້ສະໜັບ
ສະໜູນ ໃຫ້ປິດລັດຖະບານ ອັນນັ້ນ ແມ່ນຄວາມຜິດພາດຂອງພັກເດໂມແຄຣັດ
ທີ່ບໍ່ເຮັດໜ້າທີ່ຂອງພວກເຂົ້າເຈົ້າ. ທ່ານປະທານາທິບໍດີຢາກໄດ້ຂໍ້ຕົກລົງໄລຍະຍາວ
ແລະ ທ່ານຢາກໄດ້ຂໍ້ຕົກລົງ ກ່ຽວກັບຄົນເຂົ້າເມືອງ. ແລະພວກເຮົາຫວັງວ່າ ພັກ
ເດໂມແຄຣັດ ຈະມາເຈລະຈາ ແລະບັນລຸການຕົກລົງກັນ.”

ໃນຖະແຫລງການສະບັບນຶ່ງ ທີ່ຕິດຕາມມາ ທຳນຽບຂາວ ໄດ້ກ່າວວ່າ ຕົນຈະສະໜັບ
ສະໜູນ ຕໍ່ຮ່າງກົດໝາຍອະນຸມັດການໃຊ້ຈ່າຍຊົ່ວຄາວ ທີ່ຈະໃຫ້ລັດຖະບານ ເຮັດວຽກ
ໄປຈົນຮອດ ວັນທີ 23 ມີນາ ແລະ ຈະໃຫ້ບັນດາສະມາຊິກສະພາ ມີເວລາຕື່ມ ເພື່ອ
ພິຈາລະນາແກ້ໄຂ ຂໍ້ຕົກລົງດ້ານຄົນເຂົ້າເມືອງ.

ແມ່ຍິງຄົນນຶ່ງ ຍົກປ້າຍຂຶ້ນ ຢູດ້ານນອກໜ້າລັດຖະສະພາ ໃນການສະໜັບສະໜູນ ພວກຊາວໜຸ່ມທີ່ນຳເຂົ້າມາໃນສະຫະລັດໂດຍພໍ່ແມ່ໃນເວລາເຍົາໄວ ຫຼື DACA, ວັນທີ່ 5 ທັນວາ 2017.
ແມ່ຍິງຄົນນຶ່ງ ຍົກປ້າຍຂຶ້ນ ຢູດ້ານນອກໜ້າລັດຖະສະພາ ໃນການສະໜັບສະໜູນ ພວກຊາວໜຸ່ມທີ່ນຳເຂົ້າມາໃນສະຫະລັດໂດຍພໍ່ແມ່ໃນເວລາເຍົາໄວ ຫຼື DACA, ວັນທີ່ 5 ທັນວາ 2017.

​ບັນດາສະມາຊິກສະພາ ໄດ້ລາຍງານມາວ່າ ໃກ້ຈະຕົກລົງກັນໄດ້ແລ້ວ ກ່ຽວກັບ
ງົບປະມານ ໄລຍະຍາວ ທີ່ຈະເພີ້ມການໃຊ້ຈ່າຍເຖິງ 300 ຕື້ໂດລາ ຕະຫຼອດໄລຍະ
ສອງປີຂ້າງໜ້າ ໂດຍປະມານເຄິ່ງນຶ່ງນັ້ນ ແມ່ນສຳລັບ ໂຄງການຕ່າງໆດ້ານການປ້ອງ
ກັນປະເທດ ແລະ ຈຳນວນສ່ຳໆກັນນັ້ນ ແມ່ນສຳລັບ ໂຄງການຫຼາຍຢ່າງ ພາຍໃນ
ປະເທດ. ແຕ່ຂໍ້ຕົກລົງນີ້ຈະບໍ່ປະກອບດ້ວຍແຜນການດ້ານຄົນເຂົ້າເມືອງ ຫຼື ການແກ້ໄຂ
ສຳລັບພວກຊາວໜຸ່ມ ທີ່ຖືກນຳເຂົ້າມາຍັງສະຫະລັດທີ່ບໍ່ມີເອກກະສານ ຫຼື DACA ນັ້ນ.

Trump Congress Immigration
please wait

No media source currently available

0:00 0:00:38 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG