ສະຫະລັດ ອາເມຣິກາ ຊ່ຶງເປັນປະເທດທີ່ເລີ້ມເກີດຂຶ້ນ ຈາກຜູ້ສະແຫວງຫາອິດສະລະພາບ
ໃນການນັບຖືບູຊາ ປັດສະຍາ ທີ່ເປັນຫລັກເຊື່ອຖື ອັນສັກສິດດັ່ງ ກ່າວນີ້ ໄດ້ບັນທຶກຢູ່ໃນ
ລັດຖະທໍາມະນູນ ຂອງ ສະຫະລັດ ທີ່ໄດ້ ແປງທາງໃຫ້ ບັນດາປະຊາກອນ ຜູ້ທີ່ເຂົ້າມາຕັ້ງ
ຖິ່ນຖານນໍາຫລັງ ພາກັນໄດ້ ຮັບສິດ ເສຣີ ພາບ ໃນການນັບຖືບູຊາສາສະໜາຕ່າງໆຢ່າງ
ເທົ່າທ່ຽມກັນ.
ເຖິງແມ່ນວ່າ ປະຊາກອນລາວ ອາເມຣິກັນ ໄດ້ເຂົ້າມາຕັ້ງຊີວິດຢູ່ໃນ ສະຫະລັດ ອາເມຣິກາ
ມາເປັນເວລາຫຼາຍກວ່າ 3 ທົດສະວັດແລ້ວກໍຕາມ ແຕ່ເຂົາເຈົ້າກໍຍັງບໍ່ໄດ້ລົດລະສ້າງສາ
ວັດວາອາຮາມ ໃຫ້ເປັນບ່ອນ ສັກກະຣະບູຊາ ພຣະພຸດທະສາສະໜາ ແລະເພື່ອເປັນສູນກາງ
ເຕົ້າໂຮມຂອງ ປະຊາຄົມລາວ ອາເມຮິກັນ ໃນທ້ອງຖິ່ນຂອງໃຜລາວ. “ວັດລາວພຸທທະສາມະ
ຄີທັມ” ແມ່ນວັດນຶ່ງ ທີ່ກໍາລັງສ້າງຂື້ນໃໝ່ ຢູ່ລັດ Pennsylvania ແລະກໍແມ່ນນຶ່ງ ໃນຈໍານວນ
100 ກວ່າວັດຂອງ ປະຊາຄົມລາວ ອາເມຣິກັນ ທີ່ຂະຫຍາຍ ອອກໄປ ທົ່ວສະຫະລັດ.
ທ່ານ ຈອນ ຄໍາພູມີ ປະທານວັດລາວ ພຸທທະສາມະຄີທັມ ໄດ້ໃຫ້ການ ສໍາພາດແກ່ ວີໂອເອ
ກ່ຽວກັບການສ້າງວັດດັ່ງກ່າວນີ້ວ່າ:
John Khamphoumy act:
ເພື່ອເປັນການຫາລາຍໄດ້ ສົມທົບທຶນສ້າງວັດໃນຄັ້ງນີ້ ທ່ານກາຍຍະສິດ ສຸລິສັກ ຜູ້ປະສານ
ງານ ການຫາລາຍໄດ້ ແລະເຈົ້າຂອງ “Marla Productions” ບໍລິສັດຜະລິດເພງລາວສະໄໝ
ໄດ້ນໍາພາບັນດານັກດົນຕີ ແລະນັກຮ້ອງສາມຄະນະ ອາສາສະມັກເຂົ້າຮ່ວມຫາລາຍໄດ້ ຄື
ຄະນະ The Infinity, Complement of George ແລະ Les Cigales ປະກອບສ່ວນ
ສັບປ່ຽນ ສ້າງບັນຍາກາດ ຊຶ່ງທ່ານກາຍຍະສິດໄດ້ໃຫ້ການສໍາພາດ ກັບ ວີໂອເອ ວ່າ:
Kayasith Soulisack act:
ນອກນັ້ນກໍຍັງມີນັກສີນລະປີນ ທີ່ມີຊື່ສຽງໃນອະດີດ ແລະປັດຈຸບັນອີກທ່ານນຶ່ງຄື ທ່ານ
ສີລາວົງ ແກ້ວ ໄດ້ເດີນທາງມາຈາກລັດ Illinoise ອາສາສະມັກເຂົ້າມາຮ່ວມສ້າງບູນກຸສົນ
ໃນຄໍ່າຄືນນັ້ນນຳ. ກ່ອນປີ 1975 ທ່ານ ສີລາວົງ ແມ່ນອະດີດນັກສຶກສາກົດໝາຍ ນັກ
ປະພັນ ແລະນັກຮ້ອງທີ່ມີຊື່ສຽງ ເພງຂອງທ່ານສີລາວົງ ຫລາຍໆເພງຍັງຝັງຢູ່ໃນຄວາມ
ຊົງຈໍາຂອງ ບັນດາໜຸ່ມນ້ອຍລາວ ໃນຕອນທ້າຍ ປີ 1960 ດັ່ງຕົວຢ່າງເພງ “ເອື້ອຍກໍງາມ
ນ້ອງກໍງາມ ແລະ ລູກນາຍພັນ ຫລານສາວນາຍພົນ ດັ່ງນີ້ເປັນຕົ້ນ. ທ່ານ ສີລາວົງ ໄດ້
ໂອ້ລົມເຖິງຊີວິດການເປັນຢູ່ຂອງທ່ານຜ່ານ ວີໂອເອ ວ່າ:
Silavong Keo act:
ປະກອບສ່ວນຫາລາຍໄດ້ອີກຄະນະນຶ່ງ ກໍໄດ້ແກ່ ຄະນະ Compliment George ຊຶ່ງເປັນ
ວົງດົນຕີຜູ້ຍິງ. ປະກອບຢູ່ໃນນັ້ນມີ ແມ່ນມີສະຕີລາວ ອາເມຣິກັນນຶ່ງຄົນຊື່ວ່າ ມາລາ ສຸລິສັກ.
ນາງຫລີ້ນ guitar bass ແລະກໍເປັນລູກສາວຂອງ ທ່ານກາຍຍະສິດ ສຸລິສັກ.
ໃນຄໍ່າຄືນວັນນີ້ ມີບັນດາສະມາຊິກປະຊາຄົມລາວຫລາຍຣ້ອຍຄົນ ພ້ອມດ້ວຍແຂກຕ່າງ
ປະເທດເຂົ້າຮ່ວມສັງສັນຢ່າງມ່ວນຊື່ນລື້ນເລີງ. ແຕ່ເປັນທີ່ໜ້າເສຍໃຈທີ່ເຮົາບໍ່ສາມາດນໍາເອົາ
ສຽງເພງຂອງ ທ່ານສີລາວົງ ແກ້ວ ມາສະເໜີທ່ານໄດ້ເນື່ອງຈາກວ່າ ໃນເວລາປະມານ
10:30 ແລງຄືນວັນສຸກ ທີ່ 29 ມິຖຸນານັ້ນ ຂົງເຂດນະຄອນ ຫລວງ ວໍຊິງຕັນ ດີ.ຊີ ໄດ້
ປະສົບກັບລົມພາຍຸຮ້າຍແຮງແບບບໍ່ເຄີຍມີມາກ່ອນ ເຮັດໃຫ້ຂົງເຂດ ຂອງສາມລັດຕິດກັນຄື
ນະຄອນຫລວງ ວໍຊິງຕັນ ພາກເໜືອລັດເວີຈີເນຍ ແລະລັດແມຣີແລນ ຕ້ອງໄດ້ປະສົບກັບ
ຕົ້ນໄມ້ລົ້ມ ງ່າໄມ້ຫັກ ໄຟຟ້າມອດ ສ້າງຄວາມເສຍຫາຍ ແລະຄວາມຍາກລໍາບາກຫລາຍຢ່າງ
ໃຫ້ແກ່ປະຊາກອນປະມານ ລ້ານກວ່າຄົນທີ່ບໍ່ມີພະລັງໄຟຟ້າໃຊ້ ພາຍໃຕ້ອາກາດອັນຮ້ອນເອົ້າ
100 ອົງສາເປັນເວລາເກືອບ ນຶ່ງອາທິດ ຈ່ຶງເປັນອັນວ່າງານຫາລາຍໄດ້ສຳລັບການສ້າງວັດ
York Spring ລັດ Pennsylvania ໃນຄໍ່າຄືນວັນນັ້ນໄດ້ສິ້ນສຸດລົງພຽງເທົ້ານັ້ນ.