ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍລາວ ຜູ້ທີ່ສັກຢາວັກຊີນຄົບຖ້ວນ ແລະ ຜູ້ທີ່ບໍ່ປະສົງຈະສັກຢາວັກຊີນເລີຍ


ນາງພະຍາບານ ຄາໂຣໄລນາ ດໍາເນີນການສັກຢາວັກຊີນປ້ອງກັນໂຄວິດ-19 ໃນມື້ທໍາອິດທີ່ສູນກາງວັກຊີນແຫ່ງໃໝ່ໃນນະຄອນຫຼວງລິສບອນ, ປະເທດປອກຕຸຍການ, ວັນທີ 1 ທັນວາ 2021.
ນາງພະຍາບານ ຄາໂຣໄລນາ ດໍາເນີນການສັກຢາວັກຊີນປ້ອງກັນໂຄວິດ-19 ໃນມື້ທໍາອິດທີ່ສູນກາງວັກຊີນແຫ່ງໃໝ່ໃນນະຄອນຫຼວງລິສບອນ, ປະເທດປອກຕຸຍການ, ວັນທີ 1 ທັນວາ 2021.

ຈາກຂໍ້ມູນຂອງ CDC ປະຈໍາວັນທີ 4 ທັນວາ 2021. ປະຊາຊົນຊາວອາເມຣິ​ກັນ ໄດ້ຮັບການສັກຢາວັກຊີນຄົບຖ້ວນແລ້ວ 198.6 ລ້ານຄົນ, ແລະ 45.3 ລ້ານຄົນແມ່ນໄດ້ຮັບການ​ສັກ​ຢາວັກ​ຊີນ​ເພີ້ມ​ ຫຼືບູສເຕີ້. ດັ່ງນັ້ນທາງ VOA ຈຶ່ງໄດ້ມີການສໍາພາດທັງຜູ້ທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນ ແລະຜູ້ທີ່ບໍ່ປະສົງຈະຮັບການສັກຢາເລີຍດັ່ງນີ້:

"ຕອນຂ້ອຍສັກມາໃໝ່ ຂ້ອຍກໍຄິດຢ້ານອັນທີ່ນຶ່ງ ຢ້ານມັນມີຜົນຂ້າງຄຽງ, ບາດນີ້ ໄປສັກແລ້ວເຂັມນຶ່ງຂ້ອຍກໍບໍ່ເປັນຫຍັງ. ສໍາລັບຂ້ອຍຫັ້ນ ໂອເຄນໍາສັກຢາຫັ້ນນະ ຜົວລາວກໍຊອກຄົ້ນຄວ້າເບິ່ງຫຼາຍ ລາວກໍພ້ອມຫັ້ນໜາ ກໍເລີຍພາກັນໄປສັກໝົດຄອບຄົວ, ກໍບໍ່ໄດ້ເປັນຫຍັງຈັກຄົນ ກໍບໍ່ໄດ້ເປັນໄຂ້ ບໍ່ມີອາການອິຫຍັງຫັ້ນນະ."

ສ່ວນຄົນທີ່ບໍ່ເຫັນດີນໍາ ກໍຄິດໄປທາງຕ່າງດັ່ງນີ້:

"ເປັນພຽງຢາສຸກເສີນຊື່ໆ ຜົນຂ້າງຄຽງຊິມີລົ້ນເລີຍລະ, ຫຼາຍຄົນທີ່ສັກຢາ ເຂົາກໍມີບັນຫາກ່ຽວກັບຫົວໃຈ ເຂົາເຈົ້າມີຜົນຂ້າງຄຽງຕັ້ງຫຼາຍຢ່າງ. ບາງຄົນທີ່ເຂົາເປັນໄຂ້ຫວັດໃຫຍ່ ເຂົາກໍເປັນແຮງ ແລ້ວກໍເສຍຊີວິດ, ຕອນນີ້ເຈົ້າເຫັນວ່າມີການເສຍຊີວິດຍ້ອນໄຂ້ຫວັດໃຫຍ່ບໍ? ກໍຍ້ອນອັນໃດກໍມີແຕ່ວ່າໂຄວິດ."

ດັ່ງທີ່ທຸກໆຄົນຮັບຮູ້ກັນດີ ພວກເຮົາໄດ້ມີວັກຊີນອອກມາສັກສໍາລັບປ້ອງກັນໄວຣັສໂຄໂຣນາແລ້ວ, ສະຖານາການກໍາລັງເຂົ້າສູ່ສະພາບທີ່ເປັນປົກກະຕິ ໄວຣັສສາຍພັນໃໝ່ເຊັ່ນ ໂອໄມຄຣອນ ຊໍ້າພັດປາກົດອອກມາອີກ, ໄວຣັສສາຍພັນເດລຕ້າກໍຍັງໜ້າເປັນຫ່ວງ. ຕໍ່ກັບບັນຫາດັ່ງກ່າວນີ້ ທາງລັດຖະບານຂອງສະຫະລັດ ກໍໄດ້ດໍາເນີນມາດຕະການຕ່າງໆເພື່ອໃຫ້ທຸກໆຄົນໃນສະຫະລັດປອດໄພ ໂດຍປຸກລະດົມໃຫ້ປະຊາຊົນ ຈົ່ງພາກັນໄປສັກຢາວັກຊີນ ເພາະຢ່າງນ້ອຍ ວັກຊີນກໍຈະຊ່ວຍພວກເຮົາໄດ້ຫຼາຍ ແລະຊ່ວຍຜ່ອນໜັກໃຫ້ເປັນເບົາໄດ້ອີກດ້ວຍ.

XS
SM
MD
LG