ທຳນຽບຂາວພາຍໃຕ້ການນຳພາຂອງທ່ານທຣຳ ໄດ້ມີຄຳສັ່ງໃຫ້ທົບທວນນະໂຍບາຍ
ສະຫະລັດຕໍ່ເກົາຫຼີເໜືອ ໂດຍສຶກສາເບິ່ງທຸກທາງເລືອກ ທີ່ວໍຊິງຕັນມີຢູ່ ເພື່ອຮັບມືໃນ
ອະນາຄົດ ກັບເກົາຫລີເໜືອ ແລະອຳນາດການປົກຄອງກິມຈົງອຸນ ອີງຕາມແຫຼ່ງຂ່າວ
ທາງການທູດທີ່ຮູ້ເລື່ອງດີ ທີ່ແຈ້ງໃຫ້ວີໂອເອຊາບໃນອາທິດນີ້.
ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານ Rex Tillerson ໄດ້ກ່າວເຖິງ ການ
ຮັບມືກັບໄພຂົ່ມຂູ່ຈາກເກົາຫຼີເໜືອ ຊຶ່ງເທື່ອຫລ້າສຸດອາດແມ່ນວັນອັງຄານທີ່ຜ່ານມາ
ນີ້ໃນການໂອ້ລົມຂອງທ່ານກັບຫົວໜ້າທີ່ປຶກສາດ້ານການຕ່າງປະເທດຂອງຈີນທ່ານ
Yang Jiechi.
ທ່ານ Tillerson ບໍ່ໄດ້ຕອບຄຳຖາມຂອງວີໂອເອກ່ຽວກັບສະພາບການທົບທວນນະ
ໂຍບາຍໃນວັນພຸດ ໃນລະຫວ່າງ ການພົບປະ ຂອງທ່ານ ກັບລັດຖະມົນຕີການຕ່າງ
ປະເທດ ອອສເຕຣເລຍ ທ່ານນາງ Julie Bishop.
ເກົາຫລີເໜືອທີ່ມີອາວຸດນິວເຄລຍ ແມ່ນເປັນບັນຫາທ້າທາຍທີ່ຮີບດ່ວນສຸດອັນນຶ່ງຕໍ່
ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ແລະອາດຈະກາຍເປັນບັນຫາທີ່ເປັນ
ອັນຕະລາຍໄດ້ ອີງຕາມການໂຕ້ຖຽງຂອງພວກນັກຊ່ຽວຊານຫຼາຍໆຄົນ.
ໃນຂະນະທີ່ປະທານາທິບໍດີທຣຳ ໄດ້ຮັບຟັງໂດຍກົງ ຈາກອະດີດປະທານາທິບໍດີບາຣັກ
ໂອບາ ມາ ແລະຈາກລາຍງານຂອງພວກເຈົ້າໜ້າທີ່ສືບລັບເກົາຫລີເໜືອ ແມ່ນມີອາວຸດ ນິວເຄລຍແລະ ລະບົບຍິງລູກສອນໄຟ ທີ່ສາມາດຂົ່ມຂູ່ເກົາຫຼີໃຕ້ແລະຍີ່ປຸ່ນໄດ້ແລ້ວຕະ ຫລອດທັງຖານທັບສະຫະລັດ ແຫ່ງຕ່າງໆ ຢູ່ໃນປະເທດທັງສອງ ແລະຢູ່ມະຫາສະໝຸດ
ປາຊີຟິກ ນັ້ນຄືຄຳເວົ້າ ຂອງທ່ານ Evans Reverse ເຈົ້າໜ້າທີ່ອະວຸໂສ ຂອງສູນກາງ ການສຶກສາ ກ່ຽວກັບນະໂຍບາຍ ຕໍ່ເຂດເອ ເຊຍຕາເວັນອອກ ທີ່ສະຖາບັນ Brooking ໃນນະຄອນຫຼວງວໍຊິງຕັນ.
ບາງຄົນໂຕ້ແຍ້ງວ່າ ມັນເຖິງເວລາແລ້ວທີ່ວໍຊິງຕັນ ຈະຕ້ອງໃຊ້ວິທີການທີ່ແຕກຕ່າງໃນ
ການຮັບມືກັບພຽງຢາງເຊັ່ນການພົວພັນໂດຍກົງກັບອຳນາດການປົກຄອງທີ່ໂດດດ່ຽວ ແລະທຳນາຍໄດ້ຍາກ. ແຕ່ບາງຄົນຊ້ຳພັດຮຽກຮ້ອງໃຫ້ເອົາທ່າທີ ທີ່ແຂງຂຶ້ນກວ່າເກົ່າ ຕໍ່ການສະແດງອອກທາງທະຫານຂອງພຽງຢາງ ເຊັ່ນການຍິງທົດລອງລູກສອນໄຟໃນ
ຕົ້ນເດືອນນີ້ ຊຶ່ງບັງເອີນມີຂຶ້ນໃນເວລາທີ່ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ພວມເຈລະຈາ ກັບປະທານາທິບໍດີສະຫະຣັດ ທ່ານດໍໂນລ ທຣຳ.