ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດ​ ນາຍົກ Berlusconi ຂອງອີຕາລີ ຖືກຂັບໄລ່ ອອກ​ຈາ​ກ ສະພາ (ວີດີໂອ)


Italy
please wait
Embed

No media source currently available

0:00 0:00:30 0:00
ຄະນະ​ກໍາມະການນຶ່ງ ຂອງສະພາ​ສູງ​ອີ​ຕາ​ລີ ​ໄດ້​ລົງ​ຄະ​ແນນ​ສຽງ
​ຂັບ​ໄລ່ອະດີດ​ນາຍົກລັດຖະມົນຕີ Silvio Berlusconi ອອກ​
ຈາ​ກສະພາ ​ເນື່ອງຈາກໄດ້​ມີ ການຕັດສິນ​ໂທດ​ວ່າ​ທ່ານ​ມີ​ຄວາມ
​ຜິດ ​ໃນ​ການ​ໂກງ​ພາສີ ຊຶ່ງ​ເປັນ​ການ​ກະກຽມ​ກ່ຽວກັບການ​ລົງ​ຄະ​
ແນນ​ສຽງ​ຄົບ​ຄະນະ ​ຂອງ​ສະພາ​ສູງ ທີ່ຄາດ​ວ່າຈະ​ມີ​ຂຶ້ນ​ໃນ​ທ້າຍ​
ເດືອນ​ນີ້.

ການ​ລົງ​ຄະ​ແນນ​ສຽງ 15 ຕໍ່ 8 ​ໃນ​ການ​ຂັບ​ໄລ່ ທ່ານ Berlusconi
ອາຍຸ 77 ປີ ຜູ້​ທີ່​ໄດ້​ຄອບ​ງໍາ​ການ​ເມືອງ​ຂອງອີ​ຕາ​ລີມາ​ເປັນ​ເວລາ
​ສອງ​ທົດ​ສະ​ວັດ ​ໄດ້​ມີ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້ ​ໂດຍ​ຄະນະກຳມະ
ການສະພາ​ສູງທີ່​ຄອບ​ງໍາ​ດ້ວຍສະມາຊິກພັກ ຝ່າຍ​ຄ້ານ​ຂອງທ່ານ
Berlusconi. ບັນດາ​ຜູ້​ສະໜັບສະໜຸນມະຫາ​ເສດຖີສື່ມວນ ຊົນ
ທ່ານ​ນີ້ ກໍ​ເປັນ​ສຽງສ່ວນນ້ອຍຢູ່ ໃນສະພາ​ສູງ​ຄົບ​ຄະນະ​ຄື​ກັນ.

​ໃນ​ເດືອນ​ສິງຫາທີ່​ຜ່ານ​ມາ ສານ​ສູງ​ສຸດ​ຂອງອີ​ຕາ​ລີ ​ໄດ້​ປະຕິ​ເສດ
ບໍ່​ຮັບ​ຟັງ ການ ອຸທອນຄັ້ງ​ທີ​ສອງ ​ແລະ​ເປັນ​ຄັ້ງ​ສຸດ​ທ້າຍ ຕໍ່​ການ​
ຕັດສິນ​ລົງ​ໂທດ​ຖານ​ສໍ້​ໂກງ​ພາສີ ​ໂດຍ​ເຫັນພ້ອມ​ກັບການ​ຕັດສິນ
ລົງ​ໂທດ​ເທື່ອ​ທໍາ​ອິດ ​ຫລັງ​ຈາກໄດ້​ມີ​ການ​ທ້າ​ທາຍ​ທາງ​ກົດໝາຍມາ​ເປັນ​ເວລາ​ຫຼາຍປີ. ສານແຫ່ງ​ນຶ່ງທີ່​ເມືອງ Milanມີ​ກຳນົດທີ່​ຈະ​ຕັດສິນ​ໃນເດືອນ​ນີ້​ວ່າທ່ານຈະ​ຮັບ​ໃຊ້​ໂທດຕິດ​ຄຸກ​ນຶ່ງ​ປີ ​ໂດຍ​ການ​ກັກ​ບໍລິ​ເວນ​ຫຼື​ ​ຮັບ​ໃຊ້​ປະຊາ​ຄົມກັນ​ແທ້.

ກົດ​ໝາຍອີ​ຕາ​ລີ ຫ້າມ​ບໍ່​ໃຫ້ບຸກຄົນ​ໃດ​ກໍ​ຕາມ​ທີ່ຖືກ​ໂທດ ມີໜ້າ​ທີ່​ຮັບ​ໃຊ້​ຢູ່ໃນ​ຫ້ອງ ການລັດ
ຖະບານ. ​ແຕ່​ບັນດາ​ຜູ້​ຈົງ​ຮັກ​ພັກດີ​ຕໍ່ທ່ານ Berlusconi ​ຢືນ​ຢັດ​ວ່າ ກົດ​ໝາຍດັ່ງກ່າວ ​ບໍ່​ຄວນ​
ນໍາ​ມາໃຊ້ໃນ​ກໍລະນີ​ຂອງ​ທ່ານ ​ເພາະວ່າ ຄວາມ​ຜິດ​ຂອງ ທ່ານໄດ້​ເກີດ​ຂື້ນ​ກ່ອນມີ​ການ​ຮັບ​ຜ່ານ​ກົດໝາຍນີ້.


italy
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG