ນອກຈາກຈະເພີ້ມການຊ່ວຍເຫລືອທາງດ້ານການສຶກສາທີ່ມີຢູ່ໃນປັດຈຸບັນແລ້ວ ສະຫະລັດຈະໃຫ້ທຶນການສຶກສາແກ່ເຈົ້າໜ້າທີ່ລາວປີລະ 5 ຄົນໄປສຶກສາໃນຂັ້ນປະລິນຍາໂທດ້ານການວາງນະໂຍບາຍຂອງລັດ ຫລື Public Policy ຢູ່ໃນມະຫາວິທະຍາໄລຟູລໄບຣ (Fulbright) ຊຶ່ງເປັນມະຫາວິທະຍາໄລເອກະຊົນທີ່ບໍ່ຫວັງຜົນກໍາໄລໃນນະຄອນໂຮຈິງມິນ ທີ່ໄດ້ຮັບການສະໜັບສະໜຸນຈາກທັງລັດຖະບານສະຫະລັດ ແລະຫວຽດນາມ ດັ່ງທີ່ທ່ານ ປ.ອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດປະຈຳລາວຖະແຫລງວ່າ:
ທ່ານກ່າວຕໍ່ວີໂອເອອີກວ່າ ໃນນາມເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ທ່ານຈະພະຍາຍາມຫາທາງຊຸກຍູ້ໃຫ້ມີການຊ່ວຍເຫລືອດ້ານການສຶກສາຂອງສະຫະລັດແກ່ລາວເພີ້ມຂຶ້ນ ແລະ ທ່ານກໍດີໃຈຫລາຍທີ່ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ປະກາດທີ່ກອງປະຊຸມສຸດຍອດພິເສດລະຫວ່າງສະຫະລັດ ແລະອາຊຽນໃນເດືອນພຶດສະພາຜ່ານມາວ່າ ຈະໃຫ້ທຶນການສຶກສາແກ່ປະເທດອາຊຽນ ຊຶ່ງລວມທັງລາວນັ້ນເພີ້ມຂຶ້ນ. ທ່ານບອກສິ່ງນີ້ວ່າ ມັນສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານ ແລະປະຊາຊົນອາເມຣິກັນ ໃນການເຮັດໃຫ້ສາຍພົວພັນລະຫວ່າງສະຫະລັດ ກັບລາວ ແລະພູມີພາກເອເຊຍເຂັ້ມແຂງຂຶ້ນ.