ອະດີດຫົວໜ້າບໍລິຫານຂອງບໍລິສັດພະລັງງານໄຟຟ້າໂຕກຽວ ຫລື TEPCO ໄດ້ພົ້ນຈາກຄວາມຜິດຢູ່ໃນສານຂອງນະຄອນໂຕກຽວໃນຂໍ້ກ່າວຫາທີ່ກ່ຽວຂ້ອງກັບເຕົາແຍກປະລະມານູ 3 ເຕົາໄໝ້ ໃນປີ 2011 ຢູ່ໃນໂຮງໄຟຟ້ານີວເຄລຍ ຟູກູຊິມາ (Fukushima), ທາງພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນນັ້ນ.
ພວກໄອຍະການໄດ້ກ່າວຫາປະທານຂອງບໍລິສັດ TEPCO, ທ່ານ ຊຸເນຮິຊະ ຄາດຊຸມາຕະ (Tsunehisa Katsumata) ແລະພວກອະດີດຮອງປະທານຂອງບໍລິສັດນັ້ນ, ທ່ານ ຊາເກ ມູໂຕະ (Sakae Muto) ແລະທ່ານ ອິຈິໂຣະ ກາເກະກູໂຣ (Ichiro Takekuro) ວ່າລະເລີຍຕໍ່ໜ້າທີ່ ໂດຍທີ່ບໍ່ໄດ້ກະທຳການ ຫຍັງເມື່ອມີຜົນການສຶກສາຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າໂຮງໄຟຟ້ານີວເຄລຍຟູກູຊິມາ (Fukushima) ອາດຈະສ່ຽງຕໍ່ໄພຂົ່ມຂູ່ ທີ່ມາຈາກຄື້ນຟອງສຸນາມິ (tsunami) ໄດ້. ທັງສາມທ່ານຍັງຖືກກ່າວຫາອີກວ່າໄດ້ເຮັດໃຫ້ຄົນເສຍຊີວິດຫລາຍກວ່າ 40 ຄົນ ທີ່ຕາຍໄປພາຍຫລັງທີ່ຖືກບັງຄັບໃຫ້ຍົກຍ້າຍໜີໄປຢູ່ໃນເຂດໃກ້ໆໂຮງງານນັ້ນ.
ມີແຕ່ທ່ານຄາດຊຸມາຕະ (Katsumata) ແລະທ່ານ ກາເກະກູໂຣ (Takekuro) ເທົ່ານັ້ນທີ່ຖືກດຳເນີນຄະດີທີ່ກ່ຽວຂ້ອງກັບໄພພິບັດນີ້. ພວກໄອຍະການໄດ້ຂໍຮ້ອງໃຫ້ສານທຳການຕັດສິນຕໍ່ຫົວໜ້າບໍລິຫານແຕ່ລະຄົນວ່າ ໃຫ້ຖືກຈຳຄຸກເປັນເວລາ 5 ປີ ຢູ່ໃນການດຳເນີນຄະດີ ທີ່ໃຊ້ເວລານານກວ່າ 2 ປີນັ້ນ.
ແຜ່ນດິນໄຫວໃນລະດັບ 9.0 ທີ່ອັນຕະລາຍຮ້າຍແຮງໃນເດືອນມີນາ ປີ 2011 ໄດ້ເຮັດໃຫ້ເກີດຄື້ນຟອງສຸນາມິ ທີ່ເອົາຊີວິດຂອງ 20,000 ຄົນໄປ ແລະເຮັດໃຫ້ ເຕົາແຍກປະລາມະນູ 3 ເຕົາ ຂອງໂຮງໄຟຟ້ານີວເຄລຍຟູກູຊິມາ (Fukushima) ທີ່ຢູ່ພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນນັ້ນໄໝ້ ຊຶ່ງເຮັດໃຫ້ ເກີດວິກິດທາງການດ້ານນິວເຄລຍທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ໄດ້ເກີດໄພພິບັດ ນິວເຄລຍທີ່ເຊີໂນບິລ ໃນປີ 1986 ເປັນຕົ້ນມາ.