ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. ເປຣູ ຖືກດຳເນີນຄະດີ ໃນຂໍ້ຫາ ອາຊະຍາກຳ ໃນປີ 1992


ອະດີດ ປະທານາທິບໍດີ ເປຣູ ທ່ານ Alberto Fujimori, ກາງ, ຢູ່ໃນການດູແລ ໂດຍທ່ານ Kenji Fujimori ລູກຊາຍຂອງທ່ານ, ຂວາ ອອກຈາກໂຮງພະຍາບານ Centenario ໃນລີມາ, ປະເທດເປຣູ, 4 ມັງກອນ 2018.
ອະດີດ ປະທານາທິບໍດີ ເປຣູ ທ່ານ Alberto Fujimori, ກາງ, ຢູ່ໃນການດູແລ ໂດຍທ່ານ Kenji Fujimori ລູກຊາຍຂອງທ່ານ, ຂວາ ອອກຈາກໂຮງພະຍາບານ Centenario ໃນລີມາ, ປະເທດເປຣູ, 4 ມັງກອນ 2018.

ບໍ່​ພຽງ​ແຕ່​ເທົ່າ​ໃດ​ສັບປະດາ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ກ່າວ​ຂໍ​ຂະ​ມາ​ໂທດ ສຳລັບໂທດ​ຈຳ​ຄຸກ
25 ປີ ຕໍ່​ອະດີດ ປະທານາທິບໍດີ ທ່ານ Alberto Fujimori ປະ​ເທດ​ເປຣູ ທີ່​ໄດ້​ຖືກ​ສັ່ງ​ໃຫ້​
ດຳ​ເນີນ​ຄະດີ ອັນ​ນຶ່ງຕ່າງຫາກຕ້ານ​ເລື່ອງ​ການລະ​ເມີດ​ສິດທິ​ມະນຸດ.

ສານ​ອາ​ຊະຍະ​ກຳ​ຂອງ​ປະ​ເທດ ​ໄດ້ອອກ​ກົດໝາຍ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ວ່າ ທ່ານ Fujimori
​ໄວ 79 ປີ ອາດ​ໄດ້​ຖືກ​ຕັດສິນ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ ທີ່​ໄດ້​ສັງຫານ ພວກ​ຄົນ​ງານ 6 ຄົນ ​
ໂດຍ​ພວກ​ທະຫານ​ພິ​ເສດ ປີ 1992.

ປະ​ດີດ​ປະທານາທິບໍດີ ທີ່​ປ່ວຍ​ຢູ່​ນັ້ນ ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ທາງ​ການ​ການ​ແພດ ​
ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້ ​ໂດຍ ປະທານາທິບໍດີ Pedro Pablo Kuczynski ຫຼັງ​ຈາກ​
ທີ່​ໄດ້​ກວດຄືນ​ຄະດີ​ຄວາມ​ທີ່ ທ່ານ Fujimori ພົບ​ເຫັນ​ນັ້ນ ຜູ້​ຊຶ່ງ​ໄດ້​ຮັບ​ໂທດ​ຈາກ​ປີ 1990
​ເຖິງ ປີ 200 ​ແມ່ນ​ມີ​ໂຣກ “​ແກ່​ຊະລາ ” ທ່ານ Fujimori ​ໄດ້​ຖືກ​ລົງ​ໂທດ ​ໃນ​ປີ 2009 ​
ໃນ​ຄະດີ​ລະ​ເມີດ​ສິດທິ​ມະນຸດ ທີ່​ໄດ້​ກະທຳ​ໃນ​ຊ່ວງ​ທີ່ດຳລົງ​ຕຳ​ແໜ່ງປະທານາທິບໍດີ ຢູ່​ນັ້ນ
ຊຶ່ງ​ຮວມທັງ ການ​ສັ່ງ​ໃຫ້ມີ​ການ​ຍິງ​ເປົ້າ​ນັ້ນ ນຳ.

ປະທານາທິບໍດີ ເປຣູ ທ່ານ Pedro Pablo Kuczynski ກ່າວໃນການກ່າວຄຳປາໄສໃນພິທີສາບານຕົວ ໃນທຳນຽບລັດຖະບານ ທີ່ນະຄອນ ລີມາ, ປະເທດເປຣູ, 9 ມັງກອນ 2018.
ປະທານາທິບໍດີ ເປຣູ ທ່ານ Pedro Pablo Kuczynski ກ່າວໃນການກ່າວຄຳປາໄສໃນພິທີສາບານຕົວ ໃນທຳນຽບລັດຖະບານ ທີ່ນະຄອນ ລີມາ, ປະເທດເປຣູ, 9 ມັງກອນ 2018.

ສານ ​ໄດ້​ລະບຸ​ວ່າ ການ​ອະ​ໄພ​ຍະ​ໂທດ​ທີ່​ວ່າ​ນີ້ ​ແມ່ນ​ບໍ່​ໄດ້​ປົກ​ປ້ອງ ທ່ານ Fujimori
ຈາກ​ການ​ຖືກ​ປະ​ຫານ​ປະຫານ.

ການ​ອະ​ໄພ​ຍະ​ໂທດ​ຂອງ​ປະທານາທິບໍດີ Kuczynski​ ແມ່ນຍັງ​ຜົນ​ໃຫ້​ມີ​ການ​ເດີນ
​ຂະ​ບວນປະ​ທ້ວງ ​ໃນ​ເປຣູ ​ແລະ​ປະນາມ​ຈາກ​ກຸ່ມ​ເພື່ອ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ. ມີ​ຊາວ
​ເປ​ຮູ ບາງ​ພວກເຊື່ອ​ວ່າ ການ​ອະ​ໄພ​ຍະ​ໂທດ​ ​ແມ່ນສ່ວນ​ນຶ່ງ​ຂອງຕົກລົງ​ທາງ​ດ້ານ​ຫຼັງ
ທີ່​ຈະ​ປົກ​ປ້ອງການນຳຂຶ້ນ​ມາ​ດຳ​ເນີນ​ຄະດີ​ຂອງ​ທ່ານ Kuczynski​ ​ໃນ​ກໍລະນີ​ສໍ້​ລາດ
​ບັງ​ຫຼວງ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG