ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຜູ້ປົກຄອງລັດຂອງ ເມັກຊິໂກ ຖືກຈັບ ໃນປະເທດ ກົວເຕມາລາ


ອະດີດຜູ້ປົກຄອງລັດ Veracruz ຂອງ ເມັກຊິໂກ ທ່ານ Javier Duarte, ຊ້າຍ, ຖືກຄຸມກັນໂດຍເຈົ້າໜ້າທີ່ຕຳ
ຫຼວດຢູ່ໃນລົດ ໃນຂະນະທີ່ເດີນທາງຮອດນະຄອນຫຼວງ Guatemala City ຕອນເຊົ້າວັນອາທິດວານນີ້. 16 ເມສາ, 2017.
ອະດີດຜູ້ປົກຄອງລັດ Veracruz ຂອງ ເມັກຊິໂກ ທ່ານ Javier Duarte, ຊ້າຍ, ຖືກຄຸມກັນໂດຍເຈົ້າໜ້າທີ່ຕຳ ຫຼວດຢູ່ໃນລົດ ໃນຂະນະທີ່ເດີນທາງຮອດນະຄອນຫຼວງ Guatemala City ຕອນເຊົ້າວັນອາທິດວານນີ້. 16 ເມສາ, 2017.

ເມັກຊິໂກ ໄດ້ຂໍໃຫ້ ປະເທດ ກົວເຕມາລາ ສົ່ງອະດີດຜູ້ປົກຄອງເມືອງທີ່ເປັນຜູ້ຮ້າຍຫຼົບໜີ ເຊິ່ງຖືກສົງໄສ ກ່ຽວກັບ ການສໍ້ໂກງເງິນຫຼາຍຮ້ອຍລ້ານໂດລາ ຄືນໃຫ້ພວກເຂົາເຈົ້າ.

ອະດີດຜູ້ປົກຄອງລັດ Veracruz ທ່ານ Javier Duarte ອາຍຸ 43 ປີ, ໄດ້ຖືກຈັບກຸມໃນທີ່
ສຸດ ຫຼັງຈາກການຕາມລ່າ ເຖິງ 6 ເດືອນໃນຕອນແລງວັນເສົາທີ່ຜ່ານມາ ຢູ່ໂຮງແຮມ Panajachel, ໃນເມືອງທີ່ມີຄວາມສວຍສົດງົດງາມ ຕັ້ງຢູ່ທະເລສາບ Atitlan ໃນເຂດພູ
ສູງຂອງປະເທດ ກົວເຕມາລາ, ດ້ວຍການຮ່ວມມືຂອງຕຳຫຼວດໃນປະເທດ ແລະ ຕຳຫຼວດ
ສາກົນ.

ລາວໄດ້ຖືກຄຸ້ມກັນຢ່າງໜາແໜ້ນໄປຄຸກທະຫານໃນນະຄອນຫຼວງ Guatemala city ຂອງປະເທດ ກົວເຕມາລາ ໃນວັນອາທິດວານນີ້.

ທ່ານ Duarte, ອະດີດສະມາຊິກພັກສະຖາບັນການປະຕິວັດ ໄດ້ກາຍເປັນສັນຍາລັກ
ການສໍ້ລາດບັງຫຼວງທາງການ ຕໍ່ຫຼາຍໆຄົນໃນປະເທດ ເມັກຊິໂກ, ບ່ອນທີ່ລາວເປັນທີ່
ຕ້ອງການຕົວ ສຳລັບການຟອກເງິນ ແລະ ເຄືອຂ່າຍອາຊະຍາກຳ.

ລາວໄດ້ຖືກກ່າວຫາ ກ່ຽວກັບ ການຄວບຄຸມກຸ່ມສໍ້ລາດບັງຫຼວງ ທີ່ຖືກກ່າວຫາວ່າ ໄດ້
ລັກເງິນຫຼາຍລ້ານໂດລາຈາກຄັງເງິນຂອງລັດ Veracruz ແລະ ໄດ້ຕັດເງິນອອກຈາກ
ໂຮງຮຽນ ແລະ ໂຮງໝໍແຫ່ງຕ່າງໆອອກຈາກແຫຼ່ງຊັບພະຍາກອນຂອງພວກເຂົາເຈົ້າ.

ໃນຄັ້ງທີ່ຜ່ານມາ, ທ່່ານ Duarte ໄດ້ປະຕິເສດການກ່າວຫາຕໍ່ທ່ານ, ໂດຍກ່າວວ່າ ທ່ານ
ບໍ່ໄດ້ລັກເງິນຂອງລັດແມ່ນແຕ່ໜຶ່ງເປໂຊ ຫຼື ຫັນກອງທຶນລັດຖະບານໄປຕ່າງປະເທດ.

ເມັກຊິໂກ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນເງິນຫຼາຍລ້ານໂດລາ ທີ່ຖືກອ້າງວ່າ
ເຊື່ອມໂຍງກັບທ່ານ Duarte, ໄດ້ກັກບັນຊີທະນາຄານຫຼາຍກວ່າ 100 ແຫ່ງ ແລະ ໄດ້
ຍຶດຊັບສິນ ແລະ ທຸລະກິດທີ່ພົວພັນກັບອະດີດຜູ້ປົກຄອງລັດຄົນນີ້. ລາງວັນສຳລັບການ
ຈັບກຸມທ່ານໄດ້ຖືກສະເໜີໃຫ້ເປັນເງິນ 730,000 ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG