ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ການຂາດແຄນນໍ້າມັນ ລົບກວນ ການເດີນທາງ ໄປມາ ຈາກສະໜາມບິນ ນິວຊີແລນ


ພະນັກງານຂອງໂຮງກັ່ນນໍ້າມັນ ໃນ New Zealand ກຳລັງເຮັດວຽກ ຢູ່ບ່ອນທໍ່ນໍ້າມັນຮົ່ວ ຢູ່ທົ່ງນາ ໃກ້ກັບເມືອງ Ruakaka ຢູ່ເກາະເໜືອ ຂອງ New Zealand.

ມີຫລາຍເຖິງ​ສາມ​ສິບ​ສາຍ​ການບິນ​ ພາຍ​ໃນ​ປະ​ເທດ ​ແລະ ສາກົນ ຢູ່ທີ່​ສະໜາມ​ບິນ
Auckland ປະ​ເທດ New Zealand ​ໄດ້​ຖືກ​ຍົກ​ເລີກ​ໃນວັນວັນ​ອັງຄານ​ມື້ນີ້ ​ໃນ​ຂະນະ​
ທີ່​ສະໜາມ​ບິນ​ດັ່ງກ່າວຊອກ​ຫາ​ຊ່ອງ​ທາງ​ຮັບ​ມື​ກັບ​ການ​ຂາດແຄນ​ນໍ້າມັນ​ມາ​ເປັນເວລາ
​ນຶ່ງອາທິດ.

ສະໜາມ​ບິນໃຫຍ່​ສຸດຂອງ New Zealand ​ໄດ້ສູນ​ເສຍ 70 ​ເປີ​ເຊັນ​ຂອງ​ນໍ້າມັນ​ເຮືອ
ບິນ ນັບ​ແຕ່ໄດ້ມີ​ຂຸດ​ໄປຕຳ ເຮັດ​ໃຫ້​ທໍ່ສົ່ງ​ນ້ຳມັນ​ທີ່ສຳຄັນແຕກ ຊຶ່ງໄດ້ບັງຄັບ​ໃຫ້​ຫລາຍໆ

ສາຍ​ການບິນ ​ຕື່ມ​ນໍ້າມັນ​ຢູ່​ສະໜາມ​ບິນ​ແຫ່ງ​ອື່ນໆ ​ໃນ​ຂົງ​ເຂດ​ປາ​ຊິ​ຟິກ. ອຸປະຕິ​ເຫດນີ້​
ຍັງໄດ້​ຕັດ​ການ​ສົ່ງນໍ້າມັນ ​ທີ່ມີອອກ​ເທ​ນ​ສູງ​ໄປ​ໃຫ້​ປໍ້າ​ນໍ້າມັນຕ່າງໆ​ ​ໃນ Auckland ​ເຖິງ​
ແມ່ນ​ວ່ ​ຜູ້​ສະໜອງ​ນໍ້າມັນ Z Energy ກ່າວ​ວ່າ ນໍ້າມັນ​ສຳຮອງ​ແບບທຳ​ມະ​ດາຍັງ​ມີຢູ່​
ຢ່າງ​ຫລວງຫລາຍ.

​ເຈົ້າຂອງ​ທໍ່​ນໍ້າ​ມັນ​ກ່າວ​ວ່າ ການສ້ອມແປງ​ຈະບໍ່​ເສັດ​ສິ້ນ​ຈົນ​ເທົ່າ​ອາທິດ​ໜ້າ​.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG