ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຢ່າງໜ້ອຍ 69 ຄົນ ເສຍຊີວິດ ແລະຄາດວ່າ ຈະເພີ້ມຂຶ້ນ ຍ້ອນພູໄຟລະເບີດ ຢູ່ກົວຕາເມລາ


ພູໄຟຟູເອໂກ ລະເບີດ, ເຫັນຈາກ ສຳນັກງານເມືອງ ອາໂລ
ເຕນັງໂກ (Alotenango), ກະຊວງ ຊາກາແຕັບເປເກສ໌ (Sacatepequez) ທີ່ຕັ້ງຢູ່ປະມານ 65 ກິໂລແມັດ ທາງພາກ
ຕາເວັນຕົກສຽງໃຕ້ ໃນເມືອງກົວຕາເມລາ, 3 ມິຖຸນາ 2018.
ພູໄຟຟູເອໂກ ລະເບີດ, ເຫັນຈາກ ສຳນັກງານເມືອງ ອາໂລ ເຕນັງໂກ (Alotenango), ກະຊວງ ຊາກາແຕັບເປເກສ໌ (Sacatepequez) ທີ່ຕັ້ງຢູ່ປະມານ 65 ກິໂລແມັດ ທາງພາກ ຕາເວັນຕົກສຽງໃຕ້ ໃນເມືອງກົວຕາເມລາ, 3 ມິຖຸນາ 2018.

ພວກທີ່ລອດຊີວິດມາໄດ້ຈາກການລະເບີດຂອງພູໄຟຟູເອໂກ ໄດ້ເລີ່ມທຳການ
ໄວ້ອາໄລໃຫ້ແກ່ພວກເຄາະຮ້າຍ ຈຳນວນນ້ອຍໆຈຸນຶ່ງ ທີ່ສາມາດລະບຸໄດ້ວ່າ
ແມ່ນຜູ້ໃດນັ້ນ ໃນວັນອັງ ຄານມື້ນີ້ ບ່ອນທີ່ລາວາ ແກັສ ແລະກ້ອນຫີນ ທີ່​ພົ່ນ​
ອອກ​ມາ​ນັ້ນ ໄດ້ສັງຫານ ຢ່າງນ້ອຍ 69 ຄົນ ແລະທັບຖົມໝູ່ບ້ານ ທີ່ຢູ່ໃກ້ຄຽງ
ໃຫ້ກາຍເປັນຊັ້ນຂອງເທົ່າ​ແລະຂີ້ຕົມ.

ໂທລະພາບທ້ອງຖິ່ນ ໄດ້ສະແດງໃຫ້ເຫັນວ່າ ພວກໄວ້ທຸກທັງຫຼາຍ ພາກັນຍ່າງຕາມ
ຖະໜົນຫົນທາງ ແບກໂລງສົບຂອງພວກເຄາະຮ້າຍ ໃສ່ບ່າຂອງພວກເຂົາເຈົ້າ.

ໃນຂະນະທີ່ພວກກູ້ໄພ ໄດ້ສືບຕໍ່ຊອກຄົ້ນຫາພວກທີ່ອາດລອດຊີວິດມາໄດ້ ເຈົ້າໜ້າທີ່
ໄດ້ ເພີ່ມຈຳນວນຂອງພວກທີ່ບາດເຈັບລົ້ມຕາຍທັງໝົດຂຶ້ນ ໃນຂະນະທີ່ໄດ້ດຶງເອົາ
ສົບອອກມາຈາກຊາກຫັກພັງອອກ ໃນບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດນັ້ນ. ພວກເຂົາເຈົ້າກ່າວວ່າ ຈຳນວນຂອງພວກທີ່ບາດເຈັບລົ້ມຕາຍ ຈະເພີ່ມຂຶ້ນຕື່ມອີກ.

ເຈົ້າໜ້າທີ່ຄຸ້ມຄອງໄພພິບັດ ໄດ້ກ່າວວ່າ ພູໄຟທີ່ລະເບີດໃນວັນອາທິດ ຜ່ານມານີ້ ໄດ້ມີ
ຜົນກະທົບຕໍ່ຫຼາຍກວ່າ 1 ລ້ານຄົນ ​ໂດຍມີ 3,265 ຄົນ ໄດ້ຖືກຍົກຍ້າຍອອກຈາກບໍລິ
ເວນທີ່ຢູ່ໃກ້ຄຽງ ກັບບ່ອນພູໄຟລະເບີດ​ ແລະພວກທີ່ໄດ້ຮັບບາດເຈັບ 20 ຄົນນັ້ນ ແມ່ນ
ໄດ້ນຳສົ່ງໂຮງພະຍາບານແລ້ວ.

ພວກກູ້ໄພ ແມ່ນຊ່ອຍເຫຼືອຜູ້ຄົນທີ່ເແຂວງແອສກຸນຕ໌ລາ (Escuintla), ແຂວງ ຊາກາ
ແຕັບເປເກສ໌ (Sacatepequez) ແລະແຂວງ ຊິມມາລເຕນັງໂກ (Chimaltenango) ແລະທຳການຊອກຄົ້ນຫາ ພວກທີ່ຫາຍສາບສູນໄປຢູ່.

“ມັນແມ່ນສາຍນ້ຳຂອງລາວາ ທີ່ໄຫຼຖ້ວມລົ້ນຝັ່ງ ແລະໄດ້ກະທົບຕໍ່ບ້ານ ໂຣດີໂອ. ມັນມີພວກທີ່ໄດ້ຮັບບາດເຈັບ, ຖືກໄຟໄໝ້ ແລະລົ້ມຕາຍ,” ນັ້ນຄືຄຳເວົ້າຜູ້ປະສານງານ
ດ້ານໄພພິບັດແຫ່ງຊາດ ທ່ານ ເຊີຈີໂອ ກາບານັສ ໄດ້ກ່າວຕໍ່ວິທະຍຸ ແລະທ່ານຍັງໄດ້
ກ່າວຕໍ່ໄປວ່າ “ພວກເຮົາໄດ້ຍົກຍ້າຍແລະຊ່ອຍເຫຼືອຜູ້ຄົນ.”

ເຊີນຊົມ: ການລະເບີຂອງພູໄຟຟູເອໂກ

Guatemala Volcano Eruption Kills Dozens
please wait

No media source currently available

0:00 0:01:43 0:00

ຜູ້ອຳນວຍການຂອງສະຖາບັນສັນນິສູດວິທະຍາແຫ່ງຊາດຂອງກົວເຕມາລາ ໄດ້ກ່າວວ່າ
ມີຜູ້ເຄາະຮ້າຍ 17 ຄົນ ໄດ້ຮັບການຢືນຢັນແລ້ວ ເທົ່າເຖິງປັດຈຸບັນນີ້. ຄວາມຮ້ອນຂອງ
ການໄຫຼຂອງລາວາ ແມ່ສູງເຖິງ 700 ອົງສາແຊລຊຽດ ເຮັດໃຫ້ການສັນນະສູດສົບນັ້ນ ເປັນການລຳບາກແທ້ໆ.

“ພວກເຮົາແມ່ນມີຄວາມຫຍຸ້ງຍາກລຳບາກຫຼາຍ ທີ່ຈະລະບຸວ່າແມ່ນຜູ້ໃດ ຍ້ອນວ່າ
ພວກທີ່ເສຍຊີວິດບາງຄົນ ແມ່ນສູນເສຍຮູບຮ່າງຫລືຮອຍນິ້ວມືເປັນຕົ້ນ. ພວກເຮົາ
ຈຳເປັນທີ່ຈະຕ້ອງນຳໃຊ້ວິທີດ້ານມະນຸດວິທະຍາ ແລະຖ້າເປັນໄປໄດ້ຕ້ອງນຳໃຊ້
DNA ​ເພື່ອ​ຢືນຢັນ​ພວກ​ເຂົາ​ເຈົ້າ,”
ນັ້ນແມ່ນຄຳເວົ້າຂອງທ່ານ ຟານູແອລ ກາເຊຍ
(Fanuel Garcia) ທີ່ໄດ້ກ່າວໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG