ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍຍັງສືບຕໍ່ ປະຫັດປະຫານ ປະຊາຊົນຂອງຕົນ ຢູ່ຕໍ່ມາ (ວີດິໂອແລະສະໄລດ໌)


ຊາຍຜູ້ນຶ່ງເບິ່ງອອກໄປນອກປ່ອງຢ້ຽມໃນລ້ານທີ່ຖືກຈູດເຜົາໃນເຂດ Shaar ຂອງເມືອງ​Aleppo
ຊາຍຜູ້ນຶ່ງເບິ່ງອອກໄປນອກປ່ອງຢ້ຽມໃນລ້ານທີ່ຖືກຈູດເຜົາໃນເຂດ Shaar ຂອງເມືອງ​Aleppo

ບັນດາ​ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍກ່າວ​ວ່າ ການ​ປະ​ທະ​ກັນຫຼາຍບັ້ນ​ລະຫວ່າງ​ກໍາລັງພວກ​ກະບົດ​ແລະຂອງ​ລັດຖະບານ ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ ຢູ່​ໃນ​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ຊີ​ເຣຍ ​ແລະ​ໃນອີກ ຫຼາຍໆເຂດ​ ທີ່​ເປັນ​ເຂດ​ສໍາຄັນ​ຂອງ​ການ​ລຸກ​ຮື​ຂື້ນ​ຕໍ່ຕ້ານ​ລັດຖະບານ​ມາ​ໄດ້ 16 ​ເດືອນ​ແລ້ວ​ນັ້ນ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກງານ​ຕັ້ງ​ຢູ່​ອັງກິດ ​ໄດ້​ລາຍ​ງານ ການ​ລະດົມ​ຍິງຢູ່​ໃນຫຼາຍໆ​ຄຸ້ມ​ຂອງ​ເມືອງ Aleppo ​ເມື່ອ​ວັນ​ພະຫັດ ມື້​ນີ້ ທີ່​ໄດ້​ສັງຫານ​ເດັກ​ສາວ​ຄົນ​ນຶ່ງ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ ອີກ​ເຈັດ​ຄົນ.

ເບິ່ງວີດິໂອຂ່າວທີ່ກ່ຽວຂ້ອງ

ນອກ​ນີ້​ແລ້ວ ລາຍ​ງານ​ຂອງ​ກຸ່ມ​ສິ້ງ​ຊອມ​ດັ່ງກ່າວ​ເວົ້າອີກ​ວ່າ ມີການ​ປະ​ທະ​ກັນຢ່າງ​ນອງ​ເລືອດ ໃນຫົວ​ເມືອງ​ຕ່າງໆ​ຂອງ​ແຂວງ Hama ​ແລະ​ແຂວງ Deir Ezzor ພ້ອມ​ທັງ​ເຫດການ​ລະ​ເບີດ​ທີ່​ແນ​ເປົ້າໃສ່​ຂະ​ບວນລົດ​ທະຫານ ທີ່​ເມືອງ Idlib ນັ້ນ.

ບັນດາ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ລັດຖະບານ​ຮອດ​ໄດ້​ໃຊ້​ເຮືອບິນ​ເຮ​ລິ​ຄອບ​ເຕີ ປະກອບ​ອາວຸດ ​ແລະ​ລົດ​ຖັງ ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ເປັນ​ເວລາຫຼາຍມື້ ​ທີ່​ເມືອງ Aleppo. ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ກ່າວ ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ຍຸ​ທວິທີ​ຕ່າງໆ​ທີ່​ກໍາລັງ​ຝ່າຍ​ລັດຖະບານ​ນໍາ​ໃຊ້​ຕາມ​ທີ່ ມີລາຍ​ງານ​ຂ່າວນັ້ນ ​ເປັນ​ຮ່ອງຮອຍສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ອັນ​ລໍ້າ​ເລິກຂອງ​ປະທານາ​ທິບໍດີ​ Bashar al-Assad​.

ເບິ່ງສະໄລດ໌ຮູບທີ່ກ່ຽວຂ້ອງ

XS
SM
MD
LG