ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼຽວເຫັນ ທົ່ງພຽງ ທີ່ເປັນນ້ຳກ້ອນ ເທິງດາວພະຍົມ


US Space Pluto
please wait
Embed

No media source currently available

0:00 0:00:45 0:00

ອົງການອະວະກາດຂອງສະຫະລັດ ຫຼື NASA ໄດ້ນຳເອົາຮູບ
ພາບຕ່າງໆຂອງດາວພະຍົມ ຫຼືດາວ Pluto ອອກມາເຜີຍແຜ່
ເພີ້ມຕື່ມ ທີ່ສະແດງໃຫ້ເຫັນທົ່ງພຽງ ລາບລຽບທີ່ເປັນນ້ຳກ້ອນ ຫລັງຈາກຍານອະວະກາດລຳທຳອິດຂອງມະນຸດ ໄດ້ບິນຜ່ານ
ດາວແຄະໜ່ວຍນີ້.

ຮູບພາບທີ່ຖ່າຍໃກ້ໆ ຂອງທົ່ງພຽງຂະໜາດໃຫຍ່ ໄດ້ຖືກນຳ
ອອກເຜີຍແຜ່ໃນວັນສຸກວານນີ້ ຫລາຍໆມື້ຫລັງຈາກຮູບຊຸດ
ທຳອິດ ທີ່ຖ່າຍໂດຍຍານສຳຫລວດ New Horizons ໄດ້ມີ
ການເປີດເຜີຍໃຫ້ເຫັນສາຍພູທີ່ເປັນນ້ຳກ້ອນສູງເຖິງ 3,500
ແມັດຢູ່ເທິງພື້ນຜິວຂອງດາວ Pluto.

ພວກນັກວິທະຍາສາດ ທຳນາຍວ່າ ສາຍພູດັ່ງກ່າວ ໄດ້ກໍ່ໂຕຂຶ້ນມາບໍ່ຮອດ 100 ລ້ານປີ ຊຶ່ງເປັນໄລຍະເວລາທີ່ຂ້ອນຂ້າງສັ້ນ ໃນລະບົບສຸລິຍະຈັກກະວານ ທີ່ມີປະຫວັດ 4,560 ລ້ານປີແລ້ວນັ້ນ.

ພວກເຂົາເຈົ້າໄດ້ຄາດຄະເນທີ່ກອງປະຊຸມຖະແຫຼງຂ່າວຢູ່ແຫຼມ Canaveral ລັດ Florida
ໃນວັນສຸກວານນີ້ວ່າ ດາວ Pluto ພວມຖືກຫລໍ່ຫລອມໂດຍຂັ້ນຕອນທາງດ້ານທໍລະນີສາດ ທີ່ກຳລັງດຳເນີນຢູ່.

ທ່ານ Jeff Moore ຫົວໜ້າຄະນະທໍລະນີວິທະຍາຂອງຍານ New Horizons ທີ່ສູນກາງ ຄົ້ນຄວ້າ Ames ຂອງອົງການ NASA ທີ່ລັດແຄລີຟໍເນຍກ່າວວ່າ ລັກສະນະພູມປະເທດ ແບບນີ້ແມ່ນຍາກທີ່ຈະໃຫ້ການອະທິບາຍໄດ້.

ທ່ານເວົ້າວ່າ ພວກນັກວິທະຍາສາດແມ່ນຍັງຢູ່ໃນຂັ້ນເລີ້ມຕົ້ນ ຂອງການສືບສວນກ່ຽວກັບ ພື້ນຜິວຂອງດາວ Pluto.

ມີພຽງແຕ່ 1 ເປີເຊັນເທົ່ານັ້ນຂອງຂໍ້ມູນ 50 ກີກາໄບທ໌ ທີ່ໄດ້ບັນທຶກ ໃນຂະນະທີ່ບິນຜ່ານ ເຂົ້າໄປໃກ້ໆດາວ Pluto ໄດ້ຖືກສົ່ງກັບຄືນຍາຍັງໂລກມະນຸດເຮົາ.

ຍານສຳຫຼວດ New Horizons ທີ່ໃຊ້ພະລັງງານນິວເຄລຍແມ່ນແລ່ນໄວກວ່າຍານອະວະ ກາດໃດໆທີ່ເຄີຍສ້າງມາຄືມີຄວາມໄວກວ່າ 49,500 ກິໂລແມັດຕໍ່ຊົ່ວໂມງໄດ້ບິນຜ່ານດາວ Pluto ໃນວັນອັງຄານແລ້ວໂດຍມີໄລຍະໃກ້ເຖິງ 12 ພັນ 500 ກິໂລແມັດ ແລະໄດ້ເກັບກຳ ເອົາຂໍ້ມູນໃນປະລິມານມະຫາສານ.

NASA Reveals Closest Look Ever at Pluto
please wait

No media source currently available

0:00 0:02:03 0:00

XS
SM
MD
LG