ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາສະມາຊິກສະພາ ມີ​ກຳ​ນົດທີ່ຈະຮັບມືກັບຄຳຖາມ​ເລື້ອງງົບປະມານທີ່​ຫຍຸ້ງຍາກ ກ່ອນໜ້າການເລືອກຕັ້ງກາງສະໄໝ


ແຟ້ມພາບ - ແສງຕາເວັນສອ່ງໃສ່ຫໍລັດຖະສະພາ ຫຼື U.S. Capitol ຢູ່ທີ່ Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ກັນຍາ, 2021.
ແຟ້ມພາບ - ແສງຕາເວັນສອ່ງໃສ່ຫໍລັດຖະສະພາ ຫຼື U.S. Capitol ຢູ່ທີ່ Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ກັນຍາ, 2021.

ບັນດາສະມາຊິກສະພາສະຫະລັດ ກຳລັງກັບຄືນມາເຮັດວຽກ ຫຼັງຈາກທີ່ໄດ້ໄປພັກຮ້ອນມາໄດ້ເດືອນນຶ່ງແລ້ວ ໃນຂະນະທີ່ສະມາຊິກສະພາສູງສະຫະລັດ ກໍກັບຄືນມາໃນອາທິດນີ້ ແລະບັນດາສະ​ມາ​ຊິກສະພາຕ່ຳສະຫະລັດກໍກັບມາເປີດກອງປະຊຸມໃນອາທິດໜ້ານີ້.

ໂດຍທີ່ມີການຄວບຄຸມທີ່ຈຳກັັດ ຂອງທັງສອງສະພາ ແລະສິ່ງຕ່າງໆທີ່ສຳຄັນບາງຢ່າງ ກໍໄດ້ຖືກໝາຍອອກຈາກວາລະນິຕິບັນຍັດຂອງປະທານາທິບໍດີ ໂຈ ໄບເດັນ ໄປແລ້ວ ພັກເດໂມແຄຣັດ ກຳລັງຕັ້ງເປົ້າໝາຍໃສ່ ເພື່ອຜ່ານຮ່າງກົດໝາຍທີ່ສຳຄັນໃໝ່ອີກອັນນຶ່ງ. ແຕ່ພວກເຂົາເຈົ້າມີພຽງບໍ່ເທົ່າໃດອາທິດ ກ່ອນທີ່ລັດຖະສະພາ ຈະໄປພັກອີກຄັ້ງນຶ່ງ ເພື່ອວ່າ ບັນດາສະມາຊິກ ຈະສາມາດໂຄ ສະນາຫາສຽງ ກ່ອນໜ້າການເລືອກຕັ້ງກາງສະໄໝ ໃນວັນທີ 3 ພະຈິກນີ້.

ໃນສິ່ງທີ່ເຄີຍເກີດຂຶ້ນ ບັດນີ້ ເກືອບວ່າ ກາຍເປັນເລື້ອງທຳມະດາໃນແຕ່ລະປີ ບັນດາສະມາຊິກສະພາສະຫະລັດ ຈະບໍ່ບັນລຸຂໍ້ຕົກລົງກ່ຽວກັບຮ່າງກົດໝາຍງົບປະມານການໃຊ້ຈ່າຍ ພາຍໃນວັນທີ 30 ກັນຍາ ທີ່ເປັນວັນເສັ້ນຕາຍ ເມື່ອທຶນລັດຖະບານກຳລັງຈະໝົດລົງ. ພັກເດໂມແຄຣັດ ແລະຣີພັບບລີກັນ ໂດຍປົກກະຕິແລ້ວ ຕົກລົງກັນກ່ຽວກັບ​ການ​ອະ​ນຸ​ມັດ​ໃຫ້ສືບຕໍ່ໄລຍະສັ້ນ ຫຼື ທີ່ເອີ້ນຫຍໍ້ວ່າ CR ເພື່ອໃຫ້ລັດຖະບານປະຕິບັດງານຕໍ່ໄປໄດ້. ມັນຍັງຄົງຕ້ອງຄອຍເບິ່ງ ຖ້າຫາກວ່າ CR ຈະກວມ​ເອົາ​ໄລ​ຍະ​ເວ​ລາ ຈົນກວ່າກາຍການເລືອກຕັ້ງ ໃນເດືອນພະຈິກໄປເຖິງທ້າຍປີ ຫຼືບໍ່ ຫຼືວ່າ ອາດເປັນໄດ້ທີ່ຈະກາຍອອກໄປຕື່ມອີກ.

ການຮັບຜ່ານງົບປະມານໄລຍະສັ້ນ ຍັງຈະຂຶ້ນຢູ່ກັບວ່າ ທັງສອງພັກການເມືອງ ຈະສາມາດຕົກລົງ ກ່ຽວກັບການຮຽກຮ້ອງຂໍທຶນ 47 ພັນລ້ານໂດລາ ຂອງປະ ທານາທິບໍດີໂຈ ໄບເດັນ ຕື່ມອີກນັ້ນໄດ້ຫຼືບໍ່ ຊຶ່ງເປັນຈຳນວນທີ່ລວມທັງທຶນໃໝ່ອີກສ່ວນນຶ່ງ 13 ພັນລ້ານໂດລາ ສຳລັບດ້ານການທະຫານສະຫະລັດ ແລະການຊ່ອຍດ້ານມະນຸດສະທຳ ແກ່ຢູເຄຣນ ແລະ 22.4 ຕື້ໂດລາ ໃນທຶນເພື່ອສືບຕໍ່ຄວາມພະຍາຍາມຕໍ່ສູ້ກັບພະຍາດໂຄວິດ-19.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູເມີ (Chuck Schumer) ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ “ຢູເຄຣນ ຕ້ອງການການຊ່ອຍເຫຼືອຕື່ມອີກ. ພວກເຮົາຢາກເອົາໃຫ້ພວກເຂົ້າເຈົ້າ. ແລະກ່ຽວກັບໝາກສຸກລີງ ຫຼື Monkeypox ແລະໂຄວິດ ພວກເຮົາຈະຕ້ອງກຽມພ້ອມ. ພວກເຮົາໄດ້ກຽມພ້ອມຢູ່ສະເໝີ ໃນປະເທດນີ້. ແລະມັນເປັນໜ້າລະອາຍ ທີ່ພັກຣີພັບບລີກັນ ກຳລັງຫຼິ້ນເກມການ ເມືອງ ກັບອັນນີ້ຢູ່ ເມື່ອສຸຂະພາບຂອງປະເທດແມ່ນຢູ່ໃນການເດີມພັນ.”

ພັກຣີພັບບລີກັນ ພວມລັງເລໃຈທີ່ທີ່ຈະຮັບຮອງທຶນຊຸດໃໝ່ຂອງພັກເດໂມແຄຣັດ ທີ່ໄດ້ຮ້ອງຂໍນັ້ນ ໂດຍກ່າວໂຕ້ແຍ້ງວ່າ ເງິນດັ່ງກ່າວ ຄວນເອົາອອກມາຈາກທຶນໂຄວິດ ທີ່ບໍ່ໄດ້ຖືກນຳໃຊ້ ແທນ.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານມິຕຈ໌ ເມັກຄອນແນລ ໄດ້ກ່າວຕໍ່ບັນ ດານັກຂ່າວ ວ່າ “CR ທີ່ສະອາດກວ່ານີ້ ກໍຈະດີຂຶ້ນ. ຢູເຄຣນ ເປັນທີ່ແນ່ນອນ ຄືບູລິມະສິດສຳລັບພວກເຮົາສ່ວນໃຫຍ່ ຢູ່ທັງສອງພັກການເມືອງ. ພວກເຮົາຈະເຫັນ ສິ່ງທີ່ພວກເຂົາເຈົ້າຮຽກຮ້ອງຂໍມາ ແລະເງິນຈຳນວນເທົ່າໃດ ແທ້ຈິງແລ້ວໄດ້ອອກແບບ ເພື່ອຊ່ອຍເຫຼືອຢູເຄຣນ ໃຫ້ຕໍ່ສູ້ສົງຄາມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG