ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັບແຕ່ພາຫະນະ ທີ່ບໍ່ໃຊ້ຄົນຂັບ ຈົນເຖິງການຜ່າຕັດທາງໄກ ລ້ວນແຕ່ຈະສາມາດເຮັດໄດ້ ໂດຍໃຊ້ເຄືອຂ່າຍມືຖື 5 ຈີ


ຜູ້ຊົມໃສ່ປ້າປິດປາກເພື່ອກັນໄວຣັສໂຄໂຣນາຍ່າງຜ່ານເຄື່ອງໝາຍ 5G ໄປຢູ່ງານວາງສະແດງດ້ານເທັກໂນໂລຈີໃນນະຄອນຫລວງປັກກິ່ງຂອງຈີນ (ວັນທີ 17 ສິງຫາ, 2020. (ພາບໂດຍ AP Photo/Ng Han Guan)
ຜູ້ຊົມໃສ່ປ້າປິດປາກເພື່ອກັນໄວຣັສໂຄໂຣນາຍ່າງຜ່ານເຄື່ອງໝາຍ 5G ໄປຢູ່ງານວາງສະແດງດ້ານເທັກໂນໂລຈີໃນນະຄອນຫລວງປັກກິ່ງຂອງຈີນ (ວັນທີ 17 ສິງຫາ, 2020. (ພາບໂດຍ AP Photo/Ng Han Guan)

ເທັກໂນໂລຈີ 5 ຈີ (5G), ທີ່ຫຍໍ້ມາຈາກລຸ້ນທີຫ້າ, ແມ່ນເຄືອຂ່າຍມືຖືໃໝ່ລຸ້ນຫລ້າສຸດທີ່ຖືກນໍາໃຊ້ໂດຍປະເທດຕ່າງໆໃນທົ່ວໂລກ, ແລະມັນມີທ່າທີ ສະແດງໃຫ້ເຫັນໄດ້ວ່າ ເປັນວິທີການໃໝ່ແລະໄວກວ່າເກົ່າໃນການຕອບຮັບກັບ ແລະປະສົບການ ໃນການໃຊ້ເທັກໂນໂລຈີທຸກປະເພດ. Elizabeth Lee ຜູ້ສື່ຂ່າວວີໂອເອ ມີລາຍລະອຽດ ກ່ຽວກັບທ່າແຮງຂອງລະບົບ 5 ຈີ (5G) ນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ນັບແຕ່ການໃຊ້ເພື່ອຄວາມບັນເທີງ ...ໄປຈົນເຖິງເພື່ອສົ່ງເສີມສຸຂະພາບ ...

…ເທັກໂນໂລຈີ 5 ຈີ (5G) ຊ່ວຍໃຫ້ອຸປະກອນ ເຊື່ອມຕໍ່ກັບສາງເກັບຂໍ້ມູນ ທາງອອນລາຍ ຫລື cloud ໄດ້ໄວຂຶ້ນ - ເຮັດໃຫ້ເວລາທີ່ຊັກຊ້ານັ້ນຫລຸດລົງ.

“ພາຫະນະທີ່ບໍ່ໃຊ້ຄົນຂັບ, ການຜ່າຕັດທາງໄກ. ການຖ່າຍໂອນວິດີໂອດ້ວຍຄວາມໄວສູງ,” ນັ້ນຄືຄໍາເວົ້າຂອງທ່ານສຕີບ ເຄນິກ (Steve Koenig), ຈາກ ສະມາຄົມເທັກໂນໂລຈີຂອງຜູ້ຊົມໃຊ້ ຫລື Consumer Technology Association ກ່າວຜ່ານທາງ Skype.

ລອງວາດພາບເບິ່ງວ່າ ມັນໃຊ້ເວລາບໍ່ເທົ່າໃດວິນາທີ ແທນທີ່ຈະເປັນຫລາຍນາທີເພື່ອດາວໂຫຼດຮູບເງົາ ທີ່ມີພາບຄົມຊັດສູງ. ນັ້ນແມ່ນສິ່ງທີ່ລະບົບ 5 ຈີ (5G) ສະແດງໃຫ້ເຫັນວ່າ ມັນຈະສາມາດເຮັດໄດ້. ມັນຄ້າຍຄືກັນກັບການມີທໍ່ທີ່ກວ້າງກວ່າ, ໃຫຍ່ກວ່າ ສຸບເຂົ້າໄປໃນອຸປະກອນມືຖືທີ່ສົ່ງຂໍ້ມູນແບບບໍ່ຕິດຂັດຫຍັງເລີຍ ນັ້ນ ໄວຂຶ້ນກວ່າເກົ່າ.

ທ່ານຈອຣ໌ຈ ໂຮມສ໌ (George Holmes), ຈາກບໍລິສັດເຣຊັນແນນທ໌ (Resonant) ກ່າວຜ່ານທາງ Skype ວ່າ:
“ຖ້າທ່ານຄິດເຖິງທໍ່ທີ່ເຂົ້າມາໃນໂທລະສັບຂອງທ່ານ, ທ່ານບໍ່ຕ້ອງການໃຫ້ພວກມັນສັບສົນ ແລະກໍປົນເປເຂົ້າກັນ. ທ່ານຕ້ອງການໃຫ້ທຸກສິ່ງທຸກຢ່າງຢູ່ແບບງາມໆ ແລະເປັນລະບຽບຮຽບຮ້ອຍໄປຕາມແລວຂອງໃຜຂອງມັນ. ນັ້ນແມ່ນສິ່ງທີ່ຕົວກັ່ນກອງອາເອຟ (RF) ເຮັດ.”

ນັ້ນຄື ທ່ານຈອຣ໌ຈ ໂຮມສ໌ (George Holmes) ຈາກບໍລິສັດບໍລິສັດເຣຊັນ-ແນນທ໌ (Resonant) ທີ່ອອກແບບຕົວກັ່ນຕອງ RF. ທ່ານເວົ້າວ່າ ສຳລັບຫຼາຍໆ ປະເທດ, ການນຳສະເໜີໃຫ້ຄົນໃຊ້ເທັກໂນໂລຈີ 5 ຈີ (5G) ຈະຕ້ອງໃຊ້ເວລາແດ່.

ທ່ານໂຮມສ໌ (Holmes) ກ່າວຜ່ານທາງ Skype ອີກວ່າ:
"ພວກເຮົາກວດເບິ່ງ 5 ຈີ (5G) - ມັນຍັງຢູ່ໃນໄລຍະທີ່ຫາກໍ່ເລີ້ມມີຂຶ້ນອີ່ຫລີ ໃນສິ່ງທີ່ພວກເຮົາເອີ້ນວ່າ 'ຄື້ນທີນຶ່ງຂອງການພັດທະນາ,' ຊຶ່ງແມ່ນກ່ຽວກັບການທີ່ຜູ້ປະກອບການເອົາບາດຕີນກ້າວເຂົ້າໄປຢຽບໄວ້, ຕັ້ງແຜນທີ່ຄອບຄຸມໄວ້."

ເມື່ອເຄືອຂ່າຍລະະບົບ 5 ຈີ (5G) ພັດທະນາຢ່າງເຕັມທີ່ແລ້ວ…

ດຣ. ອິນເດີເບຍ ກີວ (Inderbir Gill), ດ້ານລະບົບທາງເດີນປັດສະວະຈາກມະຫາວິທະຍາໄລລັດຄາລິຟໍເນຍພາກໃຕ້ ຫລື USC ກ່າວຜ່ານທາງ Skype ວ່າ:

"ລະບົບ 5 ຈີ (5G) ອາດຈະເປັນຕົວພາໃຫ້ມີການປ່ຽນແປງສຳລັບຂະແໜງ ການດູແລປິ່ນປົວສຸຂະພາບ."

ນັກຊ່ຽວຊານດ້ານລະບົບທາງເດີນປັດສະວະ ອິນເດີເບຍ ກີວ (Inderbir Gill), ກ່າວວ່າສະຖາບັນຕ່າງໆ ລວມທັງຢາສູນການແພດເຄັກ (Keck) ຂອງ USC … ... ດຽວນີ້ ກໍກຳລັງທົດລອງເຮັດການຜ່າຕັດທາງໄກໂດຍຄາດຄິດເຖິງສິ່ງທີ່ ລະບົບ 5 ຈີ (5G) ສາມາດເຮັດໄດ້.

ດຣ. ກີວ (Gill) ກ່າວດັ່ງນີ້:
"ສຳລັບການຜ່າຕັດທາງໄກ, ເມື່ອຂ້າພະເຈົ້າດຳເນີນການເຄື່ອນໄຫວຄວບຄຸມຢູ່ທີ່ນີ້, ສັນຍານຕ້ອງສົ່ງໄປຫາສະຖານທີ່ ທີ່ຢູ່ຫ່າງໄກ, ຜູ້ຄວບຄຸມການເຄື່ອນ ໄຫວດໍາເນີນການ, ແລະຂໍ້ມູນຖືກສົ່ງກັບຄືນມາຫາຂ້າພະເຈົ້າ."

5 ຈີ (5G) ຈະອະນຸຍາດໃຫ້ມີການແລກປ່ຽນຂໍ້ມູນລະຫວ່າງແພດກັບຄົນເຈັບ ທີ່ສົ່ງໄປຫາກັນ ໂດຍໃຊ້ເວລາບໍ່ຮອດວິນາທີໃນທັນທີທັນໃດໂລດ.

ໂດຍທີ່ມີລະບົດ 5 ຈີ (5G) ດຣ. ກີວ (Gill) ເວົ້າວ່າ ການຜ່າຕັດທາງໄກ ແລະແມ້ນກະທັ້ງການຜ່າຕັດແບບອັດຕະໂນມັດ ອາດຈະເກີດຂຶ້ນໄດ້ ໃນອີກຫ້າຫາສິບປີ ຂ້າງໜ້ານີ້. ມັນເປັນພຽງເຫດຜົນອັນນຶ່ງ ທີ່ເຮັດໃຫ້ບັນດາປະເທດໃນທົ່ວໂລກແຂ່ງກັນ ປະຕິບັດລະບົບ 5 ຈີ (5G), ເຮັດໃຫ້ມີນະວັດຕະກໍາໃນດ້ານເທັກໂນໂລຈີໃໝ່.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG