ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈາກ ມ. ໂພນໂຮງ, ທ່ານກັນ ຂຸນພິທັກ ໄປຕັ້ງຖິ່ນຖານຢ່າງໝັ້ນຄົງ ຢູ່ໃນອາເຈັນຕີນາ


ທ່ານກັນນັ່ງໃຫ້ລູກໄພ້ ແລະລູກຊາຍເຮັດການສົມມາຫລັງຈາກການບາສີສູ່ຂວັນໃນພິທີແຕ່ງງານຕາມປະເພນນີລາວຂອງລູກຊາຍທ່ານ ທີ່ເມືອງວູນຊັອກເກັດ, ລັດໂຣດໄອແລນ, ສະຫະລັດ.
ທ່ານກັນນັ່ງໃຫ້ລູກໄພ້ ແລະລູກຊາຍເຮັດການສົມມາຫລັງຈາກການບາສີສູ່ຂວັນໃນພິທີແຕ່ງງານຕາມປະເພນນີລາວຂອງລູກຊາຍທ່ານ ທີ່ເມືອງວູນຊັອກເກັດ, ລັດໂຣດໄອແລນ, ສະຫະລັດ.

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບແລງວັນອາ ທິດມື້ນີ້ ພວກເຮົາຈະນຳທ່ານໄປພົບກັບທ່ານກັນ ຂຸນພິທັກທີ່ອົບພະຍົບອອກຈາກເຂດເມືອງໂພນໂຮງ, ແຂວງວຽງຈັນ ແລະສູນອົບພະຍົບໜອງຄາຍ ເພື່ອຄວາມປອດໄພ ແລະສ້າງຊີວິດອັນໝັ້ນຄົງ ຢູ່ໃນປະເທດອາເຈັນຕີນາ ທີ່ຕັ້ງຢູ່ປາຍສຸດ ຂອງທະວີບອາເມຣິກາໃຕ້ ໃນປີ 1979. ບົວສະຫວັນ ຈະນໍາເອົາການສໍາພາດ ກັບທ່ານກັນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານກັນ ຂຸນພິທັກ ທີ່ພາຄອບຄົວຂອງເພິ່ນໄປຕັ້ງຖິ່ນຖານ ຢ່າງໝັ້ນຄົງ ຢູ່ໃນນະຄອນຫຼວງບູເອນົສ ແອເຣັສ (Buenos Aires), ອາເຈັນຕີນາ ທີ່ ຕັ້ງຢູ່ ປາຍສຸດຂອງທະວີບອາເມຣິກາໃຕ້ນັ້ນ ໄດ້ອົບພະຍົບໄປຈາກບ້ານຫົວຂົວ, ໃນເຂດເມືອງໂພນໂຮງ, ແຂວງວຽງຈັນ. ທ່ານເລົ່າສູ່ຟັງວ່າ ເມື່ອກ່ອນປີ 1975 ນັ້ນທ່ານເຄີຍເປັນທະຫານທີ່ເຮັດວຽກຢູ່ຄ້າຍເຊື້ອເພີງ ທີ່ຄຸ້ມຄອງ ບໍລິຫານນໍ້າ ມັນຊ່ວຍເຫລືອຈາກສະຫະລັດແກ່ພະລາດຊະອານາຈັກລາວ. ກ່ອນຈະໄດ້ຍົກ ຍ້າຍໄປຕັ້ງຖິ່ນຖານຢູ່ໃນອາເຈັນຕີນາໃນທ້າຍປີ 1979 ນັ້ນ ທ່ານກັນກໍໄດ້ເຂົ້າສໍາມະນາ ຢູ່ສູນສໍາມະນາດົງບອງຢູ່ເຂດທ່າງ່ອນ, ນະຄອນຫລວງວຽງຈັນເປັນ ເວລານຶ່ງປີ ຫລັງຈາກມີການປ່ຽນແປງລະບອບການປົກຄອງໃນລາວໃນປີ 1975 ຈົນຈົບໃນຕົ້ນປີ 1977.

ທ. ກັນ ຂຸນພິທັກກັບພັນລະຍາ ແລະລູກສາວຫລ້າ ທີ່ອາເຈັນຕີນາ
ທ. ກັນ ຂຸນພິທັກກັບພັນລະຍາ ແລະລູກສາວຫລ້າ ທີ່ອາເຈັນຕີນາ

ເມື່ອຖາມເຖິງເຫດຜົນທີ່ພາໃຫ້ທ່ານຫລົບໜີອອກຈາກລາວໃນສະໄໝນັ້ນ ທ່ານ ບອກວ່າ ທ່ານເອງທໍາອິດກໍບໍ່ໄດ້ຢາກໜີອອກຈາກປະເທດ ແຕ່ດ້ວຍການຊັກຊວນຂອງອ້າຍ ທີ່ເປັນອະດີດນາຍທະຫານ ແລະຖືກຈັບຍ້ອນໄດ້ກໍ່ກວນຄວາມບໍ່ສະຫງົບໃນລາວ ແລະຄິດຢາກໂຕນໜີເມື່ອຖືກປ່ອຍຕົວໄປ ທ່ານກໍຫລົບໜີ ອອກໄປພ້ອມກັບອ້າຍ. ໃນຂະນະທີ່ ທ່ານເປັນອົບພະຍົບຢູ່ໃນສູນອົບພະຍົບໜອງຄາຍນັ້ນ ຊີວິດຂອງທ່ານກໍເຕັມໄປດ້ວຍຄວາມສ່ຽງຕ່າງໆນາໆ. ສະນັ້ນ ທ່ານຈຶ່ງພະຍາຍາມຫາທາງຫລົບໜີໂດຍການຂໍໄປປະເທດທີສາມ ຊຶ່ງຕອນນັ້ນ ໄດ້ມີລັດຖະບານອາເຈັນຕີນາ ທີ່ສະເໜີວ່າຈະຮັບເອົາຊາວອົບພະຍົບຈາກລາວ ໃນຈໍານວນ 5 ພັນຄົນ. ສໍາລັບທ່ານພ້ອມດ້ວຍພັນລະຍາທີ່ ເປັນແມ່ຍິງໄທທີ່ ແຕ່ງງານກັນໃນໄລຍະຢູ່ໄທແລະມີລູກນ້ອຍອາຍຸ 6 ເດືອນນັ້ນ ກໍນອນໃນ 293 ຄອບຄົວ ລວມມີຊົນເຜົ່າລາວລຸ່ມ ແລະມົ້ງ ຊຶ່ງເປັນກຸ່ມທໍາອິດ ແລະກໍກຸ່ມດຽວ ເທົ່ານັ້ນ ທີ່ໄດ້ຍົກຍ້າຍໄປຕັ້ງຖິ່ນຖານຢູ່ອາເຈັນຕີນາ.

ທ່ານກັນ ແລະພັນລະຍາໃນວັນສົມໂພດພະພຸດທະເຈົ້າໃຫຍ່ໃນວັດ​ລາວ​ທີ່​ເມືອງ​ ໂປ​ຊາ​ດາສ, ກຸມພາ 2020
ທ່ານກັນ ແລະພັນລະຍາໃນວັນສົມໂພດພະພຸດທະເຈົ້າໃຫຍ່ໃນວັດ​ລາວ​ທີ່​ເມືອງ​ ໂປ​ຊາ​ດາສ, ກຸມພາ 2020

ຄ້າຍໆ ກັບການເປັນອົບພະຍົບໄປຢູ່ປະເທດອື່ນທີ່ເຊັນສັນຍາກັບອົງການສະຫະປະຊາ ຊາດວ່າ ຈະຮັບເອົາອົບພະຍົບໄປຢູ່ນັ້ນ ຢູ່ອາເຈັນຕີນາກໍມີຜູ້ສະໜັບສະໜຸນຢູ່ທ້ອງຖິ່ນໃຫ້ການຊ່ວຍເຫລືອແກ່ອົບພະຍົບ ແຕ່ວ່າພວກອົບພະຍົບຈໍານວນ 293 ກວ່າຄອບຄົວນັ້ນ ກໍບໍ່ໄດ້ຮັບການປົກປ້ອງດູແລດີປານໃດ ໃນເວລາເຂົາເຈົ້າໄປຮອດໃໝ່ໆ ຊຶ່ງທ່ານກັນເລົ່າເຫດການຕ່າງໆ ສູ່ຟັງດັ່ງນີ້:

ເມື່ອເກີດມີບັນຫາເຊັ່ນນັ້ນ ທາງລັດຖະບານອາເຈັນຕີນາ ກໍເລີຍຍຸຕິການຈະຮັບ ເອົາອົບພະຍົບຈາກລາວຊຶ່ງຕາມແຜນການແລ້ວຈະມີຫລາຍເຖິງ 5 ພັນຄົນນັ້ນ ບໍ່ຮັບເອົາເຂົາເຈົ້າມາອີກເລີຍ.

ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ
ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ

ຫລັງຈາກມີການປະທ້ວງແລ້ວຊາວອົບພະຍົບ ກໍໄດ້ເຮັດວຽກການເຮັດຢູ່ ໃນຕົວ ເມືອງ ສ່ວນວຽກທໍາອິດຂອງທ່ານກັນ ຜູ້ທີ່ມີລູກນ້ອຍໆ ຄົນນຶ່ງ ທີ່ມານໍາຕອນນັ້ນ ກໍໄປເຮັດວຽກເປັນຄົນຂັບລົດຢູ່ໃນສູນອົບພະຍົບ ຂອງ ຄົນລາວ ຢູ່ໃນນະຄອນ ຫລວງ, ຫລັງຈາກນັ້ນ ກໍໄດ້ວຽກຢູ່ໂຮງງານອື່ນໆ ແຕ່ກໍມີ ການຍົກຍ້າຍ ໄປ ເລື້ອຍໆ ຊຶ່ງທ່ານກັນເລົ່າລາຍລະອຽດສູ່ຟັງວ່າ:

ຈາກນັ້ນ ທ່ານກັນກໍມາເຮັດວຽກຢູ່ໂຮງງານຜະລິດຖົງປຸຍໄດ້ ປະມານ 9 ປີ ກໍຄືຮອດ ປີ 2000 ທ່ານກໍໄດ້ພາລູກ 4 ຄົນ ທີ່ເກີດແລະໃຫຍ່ຢູ່ອາເຈັນຕີນານັ້ນກັບພັນລະ ຍາຍົກຍ້າຍມາຢູ່ອາເມຣິກາ ແລະເຮັດວຽກຢູ່ທີ່ນີ້ເປັນເວລາ 10 ປີ ພາຍໃຕ້ ການຮັບປະກັນຂອງເອື້ອຍຂອງພັນລະຍາທ່ານຢູ່ນະຄອນບອສຕັນ, ລັດແມສ ຊາຈູແຊັສ. ຕອນນັ້ນທ່ານຮັດວຽກຢູ່ໂຮງງານປລາສຕິກ ເຮັດໝວກໃຫ້ນັກກິລາ ຟຸດບອລ ໃນລັດໂຣດໄອແລນ ແລ້ວຈຶ່ງຍົກຍ້າຍກັບໄປຢູ່ໃນອາເຈັນຕີນາອີກ ຈົນຮອດປັດຈຸບັນນີ້ ຊຶ່ງທ່ານກໍໄດ້ອອກກິນເບ້ຍບໍານານມາໄດ້ຫລາຍປີແລ້ວ ພາຍຫລັງເຮັດວຽກ ຢູ່ໃນໂຮງງານຕົ້ມຢາງເພື່ອຜະລິດເມັດຢາງປລາສຕິກ ໄດ້ປະມານ 4 ປີຈົນຮອດກະສຽນອອກກິນເບ້ຍບໍານານ ກໍຄືອາຍຸຮອດ 65 ປີ.

ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ ແຂວງ​ມິ​ຊິ​ໂອ​ເນ​ສ ປະ​ເທດ​ອາເ​ຈນ​ຕີ​ນາ
ວັດ​ລາວ​ຣັດ​ຕະ​ນະ​ຣັງ​ສີຍາ​ຣາມ ແກ້ວສະ​ຫວ່າງ ທີ່​ເມືອງ​ ໂປ​ຊາ​ດາສ ແຂວງ​ມິ​ຊິ​ໂອ​ເນ​ສ ປະ​ເທດ​ອາເ​ຈນ​ຕີ​ນາ

ເມື່ອເວົ້າເຖິງການທໍາມາຫາກິນຂອງປະຊາຄົມລາວຢູ່ທີ່ນັ້ນ ໃນປັດຈຸບັນນີ້ ກໍມີສອງປະເພດ ຊຶ່ງກໍຄືພວກທີ່ເຮັດວຽກໃນໂຮງຈັກໂຮງງານຕ່າງໆ ທີ່ອາໄສຢູ່ໃນນະຄອນຫລວງ ແລະຕົວເມືອງໃຫຍ່ອື່ນໆ ສ່ວນອີກຈໍານວນນຶ່ງທີ່ອາໄສຢູ່ໃນ ຕົວເມືອງນ້ອຍກວ່າ ເຊັ່ນພວກທີ່ອາໄສຢູ່ເມືອງໂປຊາດາສ ແຂວງມິຊິໂອເນສ ທີ່ຕັ້ງຢູ່ລະຫວ່າງກາງຂອງປະເທດບຣາຊີລ ແລະອູຣູກວາຍ ທີ່ມີອາກາດອົບອຸ່ນ ຄ້າຍຄືກັບຢູ່ລາວນັ້ນ ແມ່ນເຮັດອາຊີບຄ້າຍຄືກັນກັບຢູ່ໃນລາວ ເຊັ່ນການປູກພືດ ຜົນ ແລະລ້ຽງສັດຕ່າງໆ ເພື່ອສົ່ງຂາຍໃນຕະຫລາດ ແລະປະກອບອາຊີບຂາຍ ຍ່ອຍ ແລະ ວຽກກໍາມະກອນກໍ່ສ້າງ.

ຜູ້ຄົນບວດຂາວໃນພິທີສົມໂພດພະພຸດທະເຈົ້າໃຫຍ່ທີ່ເມືອງໂປສຊາດາ, ອາເຈັນຕີນາ
ຜູ້ຄົນບວດຂາວໃນພິທີສົມໂພດພະພຸດທະເຈົ້າໃຫຍ່ທີ່ເມືອງໂປສຊາດາ, ອາເຈັນຕີນາ

ຄົນລາວເມື່ອໄປອາໄສຢູ່ໃສກໍບໍ່ລືມຮີດຄອງປະເພນີ ແລະສາສະໜາ. ຄົນລາວ ທີ່ອາໄສຢູ່ເມືອງໂປຊາດາສ ທີ່ມີຈໍານວນຫລາຍກວ່າໝູ່ທີ່ສຸດໃນອາເຈັນຕານານັ້ນ ກໍສ້າງວັດແຫ່ງນຶ່ງ ແລະກໍເປັນວັດລາວແຫ່ງດຽວເທົ່ານັ້ນຢູ່ໃນອາເຈັນຕີນາ ແລະ ຫາກໍ່ມີການສົມໂພດພະພຸດທະເຈົ້າໃຫຍ່ ເມື່ອເດືອນກຸມພາຜ່ານມານີ້. ທ່ານກັນເລົ່າລາຍລະອຽດກ່ຽວກັບ ການດໍາລົງຊີວິດຂອງປະຊາຄົມລາວຢູ່ທີ່ ນັ້ນສູ່ຟັງວ່າ:

ໂບດໃຫຍ່ແລະສູງສະຫງ່າໃນນະຄອນຫລວງຂອງອາເຈັນຕີນາ
ໂບດໃຫຍ່ແລະສູງສະຫງ່າໃນນະຄອນຫລວງຂອງອາເຈັນຕີນາ

ສ່ວນຢູ່ເມືອງທີ່ທ່ານກັນຢູ່ ຊຶ່ງຕັ້ງໃນນະຄອນຫລວງບູເອນົສ ແອເຣັສ (Buenos Aires) ນັ້ນແມ່ນມີຊາວລາວອາໄສຢູ່ປະມານ 30 ຄອບຄົວ ຊຶ່ງທ່ານເລົ່າສູ່ຟັງ ກ່ຽວກັບການທໍາມາຫາກິນຂອງເຂົາເຈົ້າຢູ່ທີ່ນັ້ນວ່າ:

ນໍ້າຕົກຕາດອີກົວຊຸ (Iguazu) ທີ່ໃຫຍ່ທີ່ສຸດໃນໂລກ
ນໍ້າຕົກຕາດອີກົວຊຸ (Iguazu) ທີ່ໃຫຍ່ທີ່ສຸດໃນໂລກ

ອາເຈັນຕີນາເປັນປະເທດທີ່ມີນະຄອນຫລວງທີ່ໃຫຍ່ແລະງາມ. ໂດດເດັ່ນທີ່ສຸດ ໃນນະຄອນຫລວງແຫ່ງນັ້ນ ກໍແມ່ນໂບດທີ່ໃຫຍ່ຕັ້ງຢູ່ໃຈກາງເມືອງ ແລະສູງສະ ຫງ່າ. ນອກຈາກນັ້ນ ປະເທດນີ້ກໍມີທີວທັດອັນສວຍງາມເຕັມໄປດ້ວຍພູຜາປ່າດົງ. ເມື່ອຖາມເຖິງແຫລ່ງທ່ອງທ່ຽວ ທີ່ສວຍງາມ ທີ່ສຸດໃນປະເທດນັ້ນ ທ່ານກັນບອກ ວ່າແມ່ນນໍ້າຕົກຕາດອີກົວຊຸ (Iguazu) ຊຶ່ງທ່ານກັນເລົ່າເຖິງນໍ້າຕົກແຫ່ງນັ້ນວ່າ:

ນໍາຕົກຕາດອີກົວຊຸ ໃນອາເຈັນຕີນາ
ນໍາຕົກຕາດອີກົວຊຸ ໃນອາເຈັນຕີນາ

ເນື່ອງຈາກອາເຈັນຕີນາເປັນປະເທດນຶ່ງ ທີ່ຕັ້ງຢູ່ໃນຊີກໂລກເບື້ອງໃຕ້ ຫລື ຢູ່ໃກ້ ກັບຂົ້ວໂລກໃຕ້ ກໍຄືຕັ້ງຢູ່ຂ້າງລຸ່ມເຂດສູນສູດຂອງໂລກນັ້ນ ແມ່ນ ມີລະບົບພູມ ອາກາດທີ່ກົງກັນຂ້າມກັບຢູ່ລາວ ແລະປະເທດອື່ນໆ ລວມທັງສະຫະລັດ ທີ່ຕັ້ງ ຢູ່ຊີກໂລກເໜືອ ຊຶ່ງໃນປັດຈຸບັນນີ້ ໃນປະເທດດັ່ງກ່າວ ແມ່ນກໍາລັງຍ່າງເຂົ້າສູ່ ລະດູບານໃໝ່ໃນຂະນະທີ່ໃນລາວ ແລະປະເທດອື່ນໆ ເຊັ່ນສະຫະລັດທີ່ຕັ້ງຢູ່ ເຂດເທິງຂອງເສັ້ນສູນສູດ ແມ່ນເລີ້ມຕົ້ນຍ່າງເຂົ້າລະດູໃບໄມ້ຫລົ່ນແລ້ວ

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນການສຳພາດກັບ ທ່ານກັນ ຂຸນພິ ທັກ ກ່ຽວກັບຊີວິດຄວາມເປັນມາຂອງເພິ່ນແລະຄອບຄົວໃນການໄປຕັ້ງຖິ່ນຖານ ຢູ່ໃນນະຄອນຫລວງບູເອນົສ ແອເຣັສ (Buenos Aires), ອາເຈັນຕີນາ ທີ່ຕັ້ງ ຢູ່ປາຍສຸດຂອງທະວີບອາເມຣິກາໃຕ້ ແລະຢູ່ໃກ້ກັບຂົ້ວໂລກໃຕ້. ທ່ານຜູ້ຟັງທັງ ຫລາຍ ລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ຈະກັບມາພົບກັບທ່ານ ອີກໃນວັນອາທິດໜ້າ ໃນເວລາດຽວກັນນີ້.

ອ່ານສະຫລຸບຫຍໍ້ກ່ຽວກັບລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້:

From the Refugee Camp in Thailand to Resettled in Buenos Aires

Mr. Kanh Kounphithak, a former Lao army officer who worked at fuel depot in Vientiane, resettled in Argentina in 1979. He was sent to Dong-Bong Reeducation camp for 2 years, after got out from the camp, he escaped to Thailand, he is one of 293 families from Laos that was picked to settle in Argentina. First, he got a job as a driver at the refugee camp in Buenos Aires, then worked as a mechanic as in fertilizer plant. He came to the US in 2000, his family was sponsored by his wife’s sister and then got a job in a plastic factory that make football helmet for 10 years in Rhodes Island and then go back to live in Argentina. (Buasawan Reports)

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG