ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ການປ່ອນບັດເລືອກຕັ້ງຢູ່ໃນການາ ຄາດວ່າຈະເສັດສິ້ນລົງ ໃນວັນອັງຄານມື້ນີ້


ຄົນຜູ້ນຶ່ງກຳລັງເອົານີ້ວມື ທາໃສ່ນໍ້າເມິກ ຢູ່ໜ່ວຍປ່ອນບັດ ລະຫວ່າງການເລືອກຕັ້ງ ປະທານາທິບໍດີ ຢູ່ໃນ ປະເທເການາ.

ການນັບບັດຄະແນນສຽງກຳລັງດຳເນີນຢູ່ໃນປະເທດ ການາ ທີ່ຕັ້ງຢູ່ອາ ຟຣິກາຕາເວັນ
ຕົກ ຫຼັງຈາກການເລືອກຕັ້ງແຫ່ງຊາດໄດ້ສິ້ນສຸດລົງໃນ ຕອນແລງວັນຈັນວານນີ້.

ການລົງຄະແນນສຽງໄດ້ສະແດງໃຫ້ເຫັນການແຂ່ງຂັນທີ່ສູສີກັນ ລະຫວ່າງ ປະທານາທິບໍ
ດີ ນານາ ອາກູໂຟ-ອັດໂດ (Nana Akufo-Addo) ຈາກພັກຮັກຊາດໃໝ່ (New Patriotic Party) ແລະຄູ່ແຂ່ງຂອງທ່ານ ຄືທ່ານ ຈອນ ມາຮາມາ (John Mahama) ຈາກພັກສະພາປະຊາທິປະໄຕແຫ່ງຊາດ (National Democratic Congress Party.)

ການແຂ່ງຂັນດັ່ງກ່າວເປັນຂີດໝາຍເທື່ອທີສາມທີ່ພວກເພິ່ນໄດ້ປະເຊີນໜ້າກັນ ແລະກັນ.

ຜູ້ປ່ອນບັດຊາວການາ ໄດ້ເລືອກເອົາຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ 12 ຄົນ
ແລະບັນດາສະມາຊິກສະພາສຳລັບຜູ້ອາໄສຢູ່ໃນ 275 ເມືອງ.

ບັນຫາທີີ່ສຳຄັນຂອງຜູ້ປ່ອນບັດລວມມີ ການສຶກສາ, ສຸຂະພາບ, ການຫວ່າງງານ ແລະ
ໂຄງຮ່າງພື້ນຖານຂອງປະເທດ.

ພວກເຈົ້າໜ້າທີ່ເລືອກຕັ້ງມີເປົ້າໝາຍທີ່ຈະອອກຜົນການເລື້ອກຕັ້ງໃນຕອນແລງ ວັນອັງ
ຄານມື້ນີ້

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG