ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ Friends Without A Border ຈັດງານ ຫາທຶນຮອນ ສ້າງໂຮງໝໍເດັກນ້ອຍ ໃນ ຫຼວງພະບາງ (ວີດີໂອ/ສະ​ໄລ​ດ໌)


ທ່ານ Kenro Izu ຜູ້​ກໍ່​ຕັ້ງ​ອົງ​ການ Friends Without A Border
ທ່ານ Kenro Izu ຜູ້​ກໍ່​ຕັ້ງ​ອົງ​ການ Friends Without A Border

ໃນ​ຕົ້ນ​ເດືອນ​ເມສາ​ຜ່ານ​ມາ​ນີ້ ທາງອົງການ Friends Without A Border ຫຼືຈະ​ແປ​ເປັນ​ພາສາ​ລາວ​ແບບ​ຕົງໆ ກໍ​ຄື ອົງການ ເພື່ອນບໍ່​ມີ​ພົມ​ແດນ ໄດ້​ຈັດ​ງານຫາ​ລາຍ​ໄດ້​ສົມທົບທຶນ​ສ້າງ​ໂຮງພະຍາບານ​ສຳ​ຫຼັບ​ພວກ​ເດັກ​ນ້ອຍ​ລາວ ທີ່​ນະຄອນຫຼວງ​ພະ​ບາງ ຊຶ່ງ​ງານ Gala ດັ່ງກ່າວ​ນີ້​ໄດ້​ຈັດ​ຂຶ້ນ​ທີ່ສະຖານໂອໂຖງ​ສວຍ​ງາມຕະການ​ຕາ ​ໃນບັນຍາກາດ​ແຄມແມ່​ນ້ຳ Hudson ​ຂອງ​ນະຄອນ​ນິວຢ໊ອກ ​ໂດຍການ​ນຳພາ
ໂຄງການ​ແລະ​ຜູ້​ລິ​ເລີ້ມຂອງທ່ານ Kenro Izu ​ພ້ອມ​ທັງ​ຄະນະ ຊຶ່ງມີນາ​ຍ​ແພດ​ຜູ້​ໃຈ​ບຸນຫຼາຍໆ​ທ່ານ​ເຂົ້າ​ຮ່ວມ ຮວມທັງອົງການຈັດຕັ້ງການກຸສົນສາກົນ​ສ່ວນ​ບຸກຄົນ ນັກທຸລະ​ກິດ ເຈົ້າ​ຂອງ​ໂຄງການ​ຕ່າງໆ ທີ່ທ່ານ Kenro Izu ໄດ້ໃຫ້ VOA ສຳພາດ
ເຖິງ​ເບື້ອງ​ຫຼັງຄວາມ​ເປັນ​ມາຊຶ່ງ​ທ່ານ Kenro ໄດ້​ເລົ່າ​ໃຫ້​ຟັງ​ດັ່ງ​ຕໍ່ໄປ​ນີ້: ​
ລິງໂດຍກົງ
ທ່ານ Kenro Izu, ​ຜູ້​ລິ​ເລີ້ມ​ແລະເຈົ້າ​ຂອງ​ໂຄງການ​ Friends Without A Border
ທ່ານ Kenro Izu, ​ຜູ້​ລິ​ເລີ້ມ​ແລະເຈົ້າ​ຂອງ​ໂຄງການ​ Friends Without A Border

ວັນນະສອນຖາມຕໍ່ໄປອີກວ່າ ທ່ານໄດ້ນຳເອົາຄວາມຊ່ອຍເຫຼືອ
ມາຈາກທາງນອກບໍ່ ເຂົ້າມາບໍລິຫານໃນລາວ?
ລິງໂດຍກົງ


ງານ Gala ສັງສັນ ຄືນນັ້ນແມ່ນເຕັມໄປດ້ວຍການປະດັບປະດາແບບລາວໆ ທັງຈັດ ວາງສະແດງຕ່າງໆ ສ້າງບັນຍາກາດໃຫ້ເປັນລາວຫຼາຍທີ່ສຸດ… ໄດ້ມີການນຳເອົາຂອງ
ມີຄ່າເຊັ່ນພາບວາດພາບຖ່າຍ ຫັດຖະກຳພະໄມ້ຈາກວັດຊຽງທອງ ຫຼວງພະບາງ ແລະເຄື່ອງໃຊ້ຂອງສອຍ ທີ່ໄດ້ຮັບບໍລິຈາກທັງຫຼາຍນັ້ນມາປະມູນກັນ. ຫຼັງຈາກທີ່
ທ່ານ Kenro ໄດ້ຂຶ້ນກ່າວເປີດງານແລ້ວ ທາງຄະນະຈັດງານກໍໄດ້ເປີດການປະມູນ
ສິ່ງຂອງຕ່າງໆນັ້ນ ການປະມູນທີ່ຖືວ່າເປັນລາຄາແພງທີ່ສຸດ ຫຼາຍໝື່ນໂດລ່າ ກໍຄືການ ປະມູນສ້າງຫ້ອງປະຕິບັດວຽກງານຕ່າງໆ ທີ່ເປັນສ່ວນນຶ່ງຂອງໂຮງໝໍ​ ສ່ວນພະໄມ້ ແລະຮູບຖ່າຍນັ້ນ ກໍປະມູນໄດ້ ລາຄາສູງເປັນໝື່ນກວ່າ ຊຶ່ງ​ງານ​ຄ່ຳ​ຄືນ​ນັ້ນ​ ໄດ້​ສ້າງທຶນ
ຮອນ​ເປັ​ນ​ແສນ​ໂດ​ລ່າ ​ເພື່ອ​ສົບ​ທົບທຶນການ​ສ້າງ​ໂຮງພະຍາບານ​ໃຫ້ເສັດ​ສິ້ນ.

ວັນນະສອນ​ ໄດ້​ນຳພາຄະນະ​ສິນລະປິນ​ເຍົາວະ​ຊົນ​ຈາກ​ອົງການ​ມໍລະ​ດົກ​ລາວ​ ຈາກ
​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ ດີຊີ ເຂົ້າປະກອບສ່ວນສະແດງຟ້ອນແລະຫຼິ້ນດົນຕີພື້ນເມືອງ
ລາວ ຊຶ່ງໄດ້ສ້າງຄວາມຕື່ນຕາ ຕື່ນໃຈໃຫ້ແຂກຜູ້ເຂົ້າຮ່ວມງານເປັນຢ່າງດີ ຄອນນີ ວຽງທິສານ ແລະນາງເບ ມະນີວົງ ຊຶ່ງເປັນແມ່ຂອງພວກເດັກນ້ອຍລາວ ທີ່ໄດ້ຮ່ວມ
ສະແດງຄັ້ງນີ້ ກ່າວເຖິງຄວາມຮູ້ສຶກຂອງພວກເຂົາເຈົ້າໃນການປະກອບສ່ວນສະແດງ
ໃນຄັ້ງນີ້ ດັ່ງ​ບົດ​ສຳພາດ​ຕໍ່​ໄປ​ນີ້:
ຄອນນີ ວຽງທິສານ
ຄອນນີ ວຽງທິສານ
ລິງໂດຍກົງ
ເບ ມະນີວົງ ພ້ອມດ້ວຍລູກໆ
ເບ ມະນີວົງ ພ້ອມດ້ວຍລູກໆ
ລິງໂດຍກົງ

ແຂກເຂົ້າຮວມໃນງານນັ້ນ ສ່ວນໃຫຍ່ຈະເປັນຊາວຕ່າງຊາດ
ແລະຍັງມີພາກສ່ວນນຶ່ງທີ່ເປັນຊາວເອເຊຍ ກໍໄດ້ມີການເຊື້ອເຊີນ
ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ປະຈຳອົງການສະຫະ
ປະຊາຊາດຂອງສປປ ລາວ ເຂົ້າຮ່ວມ ແຕ່ທ່ານບໍ່ສາມາດ​ໄປຮ່ວມ ນອກຈາກແຂກທີ່ເປັນຊາວຕ່າງຊາດແລ້ວ ຍັງມີຜູ້ອຳນວຍການ
ຈາກອົງການ Legacy of War ຈັນນະພາ ຄຳວົງສາ ແລະ
ເພັນ ຫົງທອງ ນັກຂຽນປື້ມຄົວກິນອາຫານລາວ ກໍໄດ້ເຂົ້າຮ່ວມ
ແລະໃຫ້າພາດກັບ VOA ວ່າ:
ເພັນ ຫົງທອງ ນັກຂຽນປື້ມຄົວກິນອາຫານລາວ
ເພັນ ຫົງທອງ ນັກຂຽນປື້ມຄົວກິນອາຫານລາວ
ລິງໂດຍກົງ
ທ່ານ Kenro Izu ໂອ້ລົມກັບແຂກທີ່ເຂົ້າຮ່ວມໃນງານ
ທ່ານ Kenro Izu ໂອ້ລົມກັບແຂກທີ່ເຂົ້າຮ່ວມໃນງານ

ທ່ານ Kenro ກ່າວມ້ວນທ້າຍກ່ອນຈົບການສຳພາດນີ້ວ່າ:
ລິງໂດຍກົງ

...ທັງໝົດນີ້ ​ຈຶ່ງ​ໄດ້​ກາຍ​ມາ​ເປັນ ອົງການ ​ເພື່ອນ​ທີ່​ໄຮ້​ພົມແດນ - "Friends Without A Border" ທີ່​ຈະ​ໄດ້​ຊ່ອຍ​ຊີ​ວີ​ດ​ພວກເດັກນ້ອຍ​ໃນ​ລາວ ​ໃນ​ອະນາ​ຄົດ​ຕໍ່​ໄປ​ໄດ້.​

ຖ້າທ່ານ​ໃດ​ສົນ​ໃຈ​ແລະ​ຢາກ​ຮຽນ​ຮູ້​ກ່ຽວ​ກັບໂຄງການ​ດັ່ງກ່າວນີ້ ກະລຸນາ​ຕິດ​ຕໍ່​ສອບ​ຖາມ​ເພີ້​ມຕື່ມ​ໄດ້​ທີ່ link ຂ້າງ​ລຸ່ມນີ້:
https://www.fwab.org/
XS
SM
MD
LG