ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼືອ ຝ່າຍຄ້ານ ຊີເຣຍ ຈະບໍ່ເຮັດໃຫ້ ວິກິດການ ສິ້ນສຸດລົງ (ສະໄລດ໌)


ທ່ານ John Kerry ປະກາດ​ໃຫ້ການ​ຊ່ວ​ຍ​ເຫລືອ​ 60 ລ້ານໂດລາ​​​
ໃນ​ທັນ​ທີແກ່​ພວກຝ່າຍ​ຄ້ານ​ຊີ​ເຣຍ
ທ່ານ John Kerry ປະກາດ​ໃຫ້ການ​ຊ່ວ​ຍ​ເຫລືອ​ 60 ລ້ານໂດລາ​​​ ໃນ​ທັນ​ທີແກ່​ພວກຝ່າຍ​ຄ້ານ​ຊີ​ເຣຍ
ຣັດ​ເຊຍກ່າວ​ວ່າ ການ​ຕັດສິນ​ໃຈໃນອາທິດ​ນີ້ ທີ່​ກອງ​ປະຊຸມ​
ເພື່ອນ​ມິດ ​ຊີເຣຍ ​ໃນ​ຂະນະ​ທີ່ສະຫະລັດ​ໃຫ້​ຄຳ​ໝັ້ນສັນຍາ
ຄັ້ງ​ໃໝ່​ ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຝ່າຍ​ຄ້ານ​ຊີ​ເຣຍນັ້ນ
ຈະ​ບໍ່​ຊ່ວຍເຮັດ​ໃຫ້​ວິ​ກິດ​ການ​ທີ່​ດຳເນີນມາເກືອບ​ສອງ​ປີ​ແລ້ວ
ນັ້ນ ສິ້ນສຸດ​ລົງ​ແຕ່​ຢ່າງ​ໃດ.

ຢູ່​ໃນ​ຖະ​ແຫ​ລງການ​ສະບັບ​ນຶ່ງ​ໃນວັນ​ສຸກມື້ນີ້ ກະຊວງການ​
ຕ່າງ​ປະ​ເທດ ຣັດ​ເຊຍກ່າວ​ວ່າ ການຕັດສິນ​ໃຈ​ທີ່​ໄດ້​ປະກາດ​
ຢູ່​ກອງ​ປະຊຸມ​ເພື່ອນ​ມິດ ຊີ​ເຣຍ ທີ່​ກຸງ​ໂຣມ ຈະ “​ເປັນ​ການ​ຊຸກ
ຍູ້​ແກ່​ພວກ​ຫົວ​ຮຸນ​ແຮງ​ໂດຍ​ກົງ” ​ທີ່ຢາກ​ເຂົ້າກຳ​ອໍານາດ​ໃນ​
ຊີ​ເຣຍ.

​ໃນ​ວັນ​ພະຫັດວານ​ນີ້ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ
John Kerry ​ໄດ້​ປະກາດ​ໃຫ້ການ​ຊ່ວ​ຍ​ເຫລືອ​ 60 ລ້ານ
ໂດລາ​ໃນ​ທັນ​ທີແກ່​ພວກຝ່າຍ​ຄ້ານ​ຊີ​ເຣຍ ຮວມ​ທັງ​ອາຫານ
ອຸປະກອນ​ການ​ແພດ ແລະ​ການ​ຊ່ວຍ​ເຫລືອໂດຍ​ກົງ​ ທີ່ບໍ່​
ແມ່ນ​ອາວຸດ ​ໃຫ້​ແກ່​ກໍາລັງ​ບາງ​ກຸ່ມ​ຂອງ​ເຂົາ​ເຈົ້າ. ທ່ານ
Kerry ​ເດີນທາງ​ຕໍ່​ໄປ​ຍັງ​ເທີ​ກີ​ໃນ​ວັນ​ສຸກ​ມື້​ນີ້ ເພື່ອ​ເຈລະ
ຈາ​ຫາລື​ກ່ຽວ​ກັບວ່າຈະໃຫ້ການ​ຊ່ວຍ​ເຫຼືອ​ເພີ້ມຕື່ມຢ່າງ​ໃດ​ຈຶ່ງ​ຈະ​ດີ​ທີ່​ສຸດ​ສຳລັບ ພວກ​ຕໍ່ຕ້ານ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ກຸ່ມ​ຝ່າຍ​ຄ້ານ ​ໄດ້​ລາຍ​ງານ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂື້ນ​ໃໝ່ໆ​ທົ່ວ​ຊີ​ເຣຍ. ອົງການ​ສີ້​ງຊອມ​ສິດທິມະນຸດຊີ​ເຣຍ​ທີ່​ມີຫ້ອງການ​ໃນ​ອັງກິດກ່າວ​ຕໍ່ວີ​ໂອ​ເອວ່າ ຊາກ​ສົບ​ຂອງ​ຜູ້​ຊາຍ 10 ຄົນ​ ໄດ້​ຖືກ​ພົບ​ເຫັນ​ຖີ້ມ​ໄວ້​ຢູ່​ໃກ້​ທົ່ວ​ນາ​ແຫ່ງ​ນຶ່ງ​ໃກ້​ກັບນະຄອນ​ຫລວງ​ດາ​ມັສກັສ. ລາຍ​ ງານແຈ້ງ​ວ່າ ສົບ​ຂອງຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ຖືກ​ຕັດອອກ​ເປັນ​ຕ່ອນໆ ​ແລະ​ຄົນ​ອຶ່ນໆ​ໄດ້​ຖືກ​ຍິງຢູ່ຫົວ. ​ພວກເຂົາ​ເຈົ້າ​ແມ່ນ​ໃຜ ​ບໍ່​ເປັນ​ທີ່​ຊາບ​ໄດ້.

ກຸ່ມ​ດັ່ງກ່າວ​ຍັງເວົ້າ​ວ່າ ການ​ສູ້​ລົບ​ກັນ​ໄດ້​ເກີດ​ຂື້ນ​ໃນ​ວັນ​ສຸກມື້ນີ້ ຢູ່​ໃນ​ເຂດ​ຂັດ​ແຍ້​ງກັນ
ທີ່ແຂວງ Aleppo ​ແຂວງ Reef Dimashq ​ແລະ​ແຂວງ Hama. ລາຍ​ງານ​ທັງ​ໝົດ​ນີ້ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ຈາກ ​ແຫຼ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ເທື່ອ.

XS
SM
MD
LG