ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໝູ່ຂອງ ອະດີດ ປ. ເກົາຫຼີໃຕ້ ຖືກສານຕັດສິນ ລົງໂທດ ຕິດຄຸກ 20 ປີ


ນາງ Choi Soon-sil, ແມ່ຍິງທີ່ເປັນສູນກາງ ຂອງຄະດີການເມືອງ ເກົາຫຼີໃຕ້ ຜູ້ຊຶ່ງເປັນໝູ່ ກັບອະດີດປະທານາທິບໍດີ Park Geun-hye, ກຳລັງຍ່າງເຂົ້າໄປຟັງ ຄຳຖະແຫຼງຂອງສານ ໃນການດຳເນີນຄະດີ ປ. Park Geun-hye ທີ່ສານ
ລັດຖະທຳມະນູນ ໃນນະຄອນໂຊລ, ເກົາຫຼີໃຕ້, 16 ມັງກອນ 2017.
ນາງ Choi Soon-sil, ແມ່ຍິງທີ່ເປັນສູນກາງ ຂອງຄະດີການເມືອງ ເກົາຫຼີໃຕ້ ຜູ້ຊຶ່ງເປັນໝູ່ ກັບອະດີດປະທານາທິບໍດີ Park Geun-hye, ກຳລັງຍ່າງເຂົ້າໄປຟັງ ຄຳຖະແຫຼງຂອງສານ ໃນການດຳເນີນຄະດີ ປ. Park Geun-hye ທີ່ສານ ລັດຖະທຳມະນູນ ໃນນະຄອນໂຊລ, ເກົາຫຼີໃຕ້, 16 ມັງກອນ 2017.

ແມ່ຍິງ ຜູ້ທີ່ເປັນໝູ່ ກັບອະດີດປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye
ທີ່ໄດ້ກໍ່ໃຫ້ເກີດ ການສໍ້ລາດບັງຫຼວງຂະໜາດໃຫຍ່ ທີ່ຍັງຜົນໃຫ້ ທ່ານນາງ Park ຕ້ອງ
ໄດ້ຖືກປົດ ອອກຈາກອຳນາດ ແລະຖືກຕັດສິນໂທດ ຈຳຄຸກ ເປັນເວລາ 20 ປີ.

ນາງ Choi Soon-sil ໄດ້ຖືກຕັດສິນໂທດ ໃນວັນອັງຄານມື້ນີ້ ທີ່ສານເຂດໃຈກາງຂອງ
ນະຄອນໂຊລ ໃນຄະດີທີ່ວ່າ ໄດ້ໃຊ້ອຳນາດໄປໃນທາງທີ່ຜິດ, ໃຫ້ສິນບົນ ແລະເຂົ້າໄປ
ກ້າວກ່າຍວຽກບ້ານການເມືອງ. ສານຍັງໄດ້ປັບໃໝຢ່າງໜັກ ໃນເງິນຈຳນວນເກືອບ 17
ລ້ານໂດລາ ຕໍ່ນາງ Choi.

ອະດີດປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye ທີ່ຖືກປົດ ອອກຈາກອຳນາດ ກຳລັງຍ່າງເຂົ້າໄປ ຮັບຟັງຄຳໃຫ້ການຂອງສານ ໃນສູນພາກກາງຂອງນະຄອນໂຊລ, 25 ພຶດສພາ 2017.
ອະດີດປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye ທີ່ຖືກປົດ ອອກຈາກອຳນາດ ກຳລັງຍ່າງເຂົ້າໄປ ຮັບຟັງຄຳໃຫ້ການຂອງສານ ໃນສູນພາກກາງຂອງນະຄອນໂຊລ, 25 ພຶດສພາ 2017.

ນາງ Choi ໄວ 62 ປີ ແມ່ນໄດ້ຖືກກ່າວຫາວ່າ ໄດ້ໃຊ້ ບໍ່ພຽງແຕ່ມີອິດທິພົນ ແຕ່ຍັງໄດ້
ຄວບຄຸມນາງພາກ ແບບ “ເຄັ່ງຄັດຕໍ່ລັດທີໃດນຶ່ງ” ເຖິງແມ່ນວ່າ ນາງບໍ່ມີບົດບາດ ໃນ
ໜ້າທີ່ໃນລັດຖະບານກໍຕາມແລະໄດ້ຫາຜົນປະໂຫຍດຈາກສາຍພົວພັນສ່ວນຕົວຂອງ
ນາງ ກັບອະດີດ ປະທານາທິບໍດີ ທີ່ບັງຄັບໃຫ້ ບໍລິສັດທັງຫຼາຍ ບໍລິຈາກເງິນຫຼາຍກວ່າ
68 ລ້ານໂດລາ ບ່ອນທີ່ນາງໄດ້ຍັກຍອກແລະສົ່ງຜ່ານທາງອົງການບໍ່ຫາຜົນກຳໄລທັງ
ຫຼາຍ ທີ່ທ່ານນາງຄວບຄຸມນັ້ນ.

ສານຍັງໄດ້ກ່າວໂທດຕໍ່ທ່ານ ຊິນ ດົງ-ບິນ (Shin Dong-bin) ປະທານຂອງກຸ່ມບໍລິສັດ
Lotte ຊຶ່ງເປັນນຶ່ງບໍລິສັດຍັກໃຫຍ່ ທີ່ຄວບຄຸມຫຼາຍບໍລິສັດຂອງເກົາຫຼີ ໃຫ້ຕິດຄຸກເປັນ
ເວລາ 2 ປີເຄິ່ງ ໃນຖານໃຫ້ເງິນສິນບົນ. ທ່ານໄດ້ຖືກກ່າວໂທດ ດ້ວຍການບໍລິຈາກເງິນ
ຈຳນວນຫຼາຍກວ່າ 6 ລ້ານໂດລາ ເຂົ້າໃນມູນນິທິ ທີ່ໜຸນຫຼັງໂດຍ ນາງ Choi ເພື່ອແລກ
ປ່ຽນກັບໃນອະນຸຍາດ ເພື່ອເປີດຫ້າງຮ້ານປອດພາສີ ແລະຜົນປະໂຫຍດອື່ນໆນຳ.

ໃນຄະດີອັນທີ 3 ທີ່ກ່ຽວຂ້ອງນັ້ນ ແມ່ນທ່ານ Ahn Jong-beom ອະດີດຜູ້ຊ່ອຍອະວຸໂສ
ຂອງອະດີດປະທານາທິບໍດີ Park ແມ່ນໄດ້ຖືກຕິດຄຸກ ເປັນເວລາ 6 ປີ ໃນຖານະທີ່ໃຊ້
ອຳນາດໄປໃນທາງທີ່ຜິດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານ Ahn Jong-beom ອະດີດເລຂາຂອງອະດີດປະທານາທິບໍດີ Park ກຳລັງຍ່າງເຂົ້າໄປຍັງຫ້ອງການໄອຍະການ ເພື່ອສອບປາກຄຳ ໃນນະຄອນໂຊລ, 2 ພະຈິກ 2016.
ທ່ານ Ahn Jong-beom ອະດີດເລຂາຂອງອະດີດປະທານາທິບໍດີ Park ກຳລັງຍ່າງເຂົ້າໄປຍັງຫ້ອງການໄອຍະການ ເພື່ອສອບປາກຄຳ ໃນນະຄອນໂຊລ, 2 ພະຈິກ 2016.

XS
SM
MD
LG