ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພື່ອນມິດ ແລະຍາດຕິພີ່ນ້ອງ ພາກັນ ສະແດງຄວາມໂສກເສົ້າ ເສຍໃຈນຳຜູ້ເຄາະຮ້າຍ ຍ້ອນການຍິງສັງຫານ ຢູ່ລັດເທັກຊັສ


ນັກຮຽນປີທີສີ່ ທີ່ກຳລັງຈະຈົບການສຶກສາ ຂັ້ນມັດທະຍົມ ຈາກໂຮງຮຽນ ແຊນຕາ ເຟ ສະແດງອາການ ໂສກເສົ້າເສຍໃຈ ຕໍ່ການຍິງສັງຫານ ເມື່ອວັນສຸກ ທີ່ຜ່ານມາ ໃນລະຫວ່າງ ພິທີ
ພາວັນນາ ທາງສາສະໜາ ຢູ່ໂບດ Arcadia First Baptist ໃນນະຄອນ ແຊນຕາ ເຟ ລັດເທັກຊັສ, ວັນທີ 20 ພຶດສະພາ 2018.
ນັກຮຽນປີທີສີ່ ທີ່ກຳລັງຈະຈົບການສຶກສາ ຂັ້ນມັດທະຍົມ ຈາກໂຮງຮຽນ ແຊນຕາ ເຟ ສະແດງອາການ ໂສກເສົ້າເສຍໃຈ ຕໍ່ການຍິງສັງຫານ ເມື່ອວັນສຸກ ທີ່ຜ່ານມາ ໃນລະຫວ່າງ ພິທີ ພາວັນນາ ທາງສາສະໜາ ຢູ່ໂບດ Arcadia First Baptist ໃນນະຄອນ ແຊນຕາ ເຟ ລັດເທັກຊັສ, ວັນທີ 20 ພຶດສະພາ 2018.

ພວກຜູ້ເປັນພໍ່ເປັນແມ່ນທັງຫຼາຍ ລວມທັງຍາດຕິພີ່ີນ້ອງ ແລະ ເພື່ອນມິດ ຫຼາຍໆຄົນ ຂອງ
ບັນດາຜູ້ເຄາະຮ້າຍ ຍ້ອນການຍິງສັງຫານ ເມື່ອວັນສຸກຜ່ານມາ ຢູ່ໂຮງຮຽນແຫ່ງນຶ່ງ ໃນ
ລັດເທັກຊັສ ໄດ້ພາກັນໄປໂບດ ເພື່ອທຳພິທີທາງສາສະໜາ ໃນວັນອາທິດວານນີ້ ດ້ວຍ
ຄວາມໂສກເສົ້າເສຍໃຈ ນຳ 10 ຄົນ ຜູ້ທີ່ຖືກຂ້າຕາຍ ໃນສອງວັນກ່ອນ.

ຜູ້ປົກຄອງລັດເທັກຊັສ ທ່ານ ເກຣກ ແອບບັອດ ກໍໄດ້ເຂົ້າຮ່ວມ ໃນພິທີທາງສາສະໜາ
ດັ່ງກ່າວ ຢູ່ທີ່ໂບດ Arcadia First Baptist ໃນນະຄອນ ແຊນຕາ ເຟ ເມື່ອວັນອາທິດ
ວານນີ້ ຊຶ່ງທ່ານ ກໍໄດ້ອ້ອມກອດພວກອຸບປະຖຳໂບດ ທີ່ພາກັນໄວ້ທຸກນຳ. ເມື່ອສາມ
ເດືອນກ່ອນ ຫຼັງຈາກເກີດການຍິງສັງຫານ 17 ຄົນ ຢູ່ໂຮງຮຽນ ໃນເມືອງ ພາກແລນ
ລັດຟລໍຣີດາ ແລ້ວ ເຫດການນີ້ ໄດ້ເປັນຂະນວນໃຫ້ເກີດການຮຽກຮ້ອງນຳພາ ໂດຍ
ນັກຮຽນ ໃຫ້ມີກົດໝາຍຄວບຄຸມປືນ ທີ່ເຄັ່ງຂັດຂຶ້ນ ເຊິ່ງມືປືນຄົນນຶ່ງ ກໍໄດ້ສັງຫານ 10
ຄົນ ສ່ວນໃຫຍ່ແລ້ວ ແມ່ນພວກນັກຮຽນເຊັ່ນກັນ ຢູ່ທີ່ໂຮງຮຽນ ແຊນຕາ ເຟ ໃນລັດ
ເທັກຊັສ.

ສະຖານທີ່ໄວ້ອາໄລຊົ່ວຄາວ ເພື່ອລຳລຶກເຖິງ ພວກຜູ້ເຄາະຮ້າຍ ທີ່ໄດ້ເສຍຊີວິດ ຈາກການຍິງສັງຫານ ເມື່ອວັນສຸກທີ່ຜ່ານມານີ້ ຢູ່ທີ່ ໂຮງຮຽນມັດທະຍົມ ແຊນຕາ ເຟ ໃນນະຄອນແຊນຕາ ເຟ ລັດເທັກຊັສ, ວັນທີ 20 ພຶດສະພາ 2018.
ສະຖານທີ່ໄວ້ອາໄລຊົ່ວຄາວ ເພື່ອລຳລຶກເຖິງ ພວກຜູ້ເຄາະຮ້າຍ ທີ່ໄດ້ເສຍຊີວິດ ຈາກການຍິງສັງຫານ ເມື່ອວັນສຸກທີ່ຜ່ານມານີ້ ຢູ່ທີ່ ໂຮງຮຽນມັດທະຍົມ ແຊນຕາ ເຟ ໃນນະຄອນແຊນຕາ ເຟ ລັດເທັກຊັສ, ວັນທີ 20 ພຶດສະພາ 2018.

ໃນຕອນເຊົ້າວັນອາທິດວານນີ້ ຮອງຜູ້ປົກຄອງລັດ ທ່ານ ແດນ ແພດທຣິກ ໄດ້ເຊື່ອມໂຍງ
ຄວາມຮຸນແຮງຈາກປືນ ໃສ່ກັບ ຄວາມຮຸນແຮງ ຈາການຫລິ້ນ ວີດີໂອເກມ ແລະ ສື່ສັງຄົມ
ໂດຍກ່າວວ່າ ສະຫະລັດ ໄດ້ເຮັດໃຫ້ “ຊີວິດໄດ້ກາຍເປັນສິ່ງທີ່ບໍ່ມີຄຸນຄ່າ.”

ທ່ານແພດທຣິກ ໄດ້ບອກລາຍການ “This Week” ຂອງໂທລະພາບ ABC ໃນຕອນ
ເຊົ້າ ວັນອາທິດວານນີ້ ວ່າ “ບໍ່ວ່າ ຈະມາຈາກການທຳແທ້ງລູກ ບໍ່ວ່າຈະເປັນການແຕກ
ແຍກຂອງຄອບຄົວ ຈະມາຈາກພວກຮູບເງົາທີ່ມີຄວາມຮຸນແຮງ ແລະ ໂດຍສະເພາະ
ພວກວີດີເກມທີ່ຮຸນແຮງ”
ໂດຍຈະເນັ້ນຢ້ຳວ່າ ໃຫ້ພວກນາຍຄູມີອາວຸດຕິດໂຕໄວ້ ແມ່ນ
ມີຄວາມຈຳເປັນ ອັນເປັນການແກ້ໄຂທີ່ໄດ້ຖືກນຳສະເໜີຂຶ້ນມາ ໂດຍພວກນັກເຄື່ອນໄຫວ
ເພື່ອສິດທິ ໃນການຄອບຄອງປືນ ເຊິ່ງໄດ້ກາຍເປັນບັນຫາຖົກຖຽງກັນ.

ທ່ານ ແຟຣດ ກຸຕຕັນເບີກ ຜູ້ປົກຄອງ ຂອງນຶ່ງໃນຈຳນວນພວກເດັກນ້ອຍ ທີ່ໄດ້ຖືກຂ້າ
ຕາຍ ໃນເມືອງພາກແລນ ເມື່ອເດືອນກຸມພາຜ່ານມາ ໄດ້ເອີ້ນການໃຫ້ຄຳເຫັນດັ່ງກ່າວ
ວ່າ “ໂງ່ຈ້າ” ແລະ “ຜີບ້າ” ແລ້ວກໍໄດ້ຮຽກຮ້ອງ ໃຫ້ມີກົດໝາຍຄວບຄຸມປືນ ທີ່ເຂັ້ມງວດ
ຫຼາຍຂຶ້ນແທນ.

ບັນດາເຈົ້າໜ້າທີ່ລັດເທັກຊັສ ໄດ້ກ່າວຟ້ອງ ຊາຍໜຸ່ມ ອາຍຸ 17 ປີ ດ້ວຍຂໍ້ຫາຄາດຕະກຳ
ທີ່ມີໂທດໜັກເຖິງຂັ້ນປະຫານຊີວິດ ຫຼັງຈາກເກີດການຍິງສັງຫານທີ່ຮ້າຍແຮງ ເຖິງແກ່
ຊີວິດ ຢູ່ໂຮງຮຽນມັດທະຍົມ ແຊນຕາ ເຟ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG