ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເພື່ອນມິດ ຂອງ ທ. ວິຕທະເກີ ກ່າວວ່າ ທ່ານ ມີສາຍສຳພັນ ໃກ້ຊິດ ກັບ ທ. ທຣຳ


ທ. ແມັຕ ວິຕທະເກີ ເປັນສະມາຊິກສະພາສູງ ຈາກລັດ ໄອໂອວາ ກ່າວໃນລະຫວ່າງ ງານລ້ຽງອາຫານຄ່ຳປະຈຳປີ ວັນ ລິງຄອນ ຂອງ ພັກຣີພັບບລີກັນ.
ທ. ແມັຕ ວິຕທະເກີ ເປັນສະມາຊິກສະພາສູງ ຈາກລັດ ໄອໂອວາ ກ່າວໃນລະຫວ່າງ ງານລ້ຽງອາຫານຄ່ຳປະຈຳປີ ວັນ ລິງຄອນ ຂອງ ພັກຣີພັບບລີກັນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນສຸກວານນີ້ ວ່າ ທ່ານບໍ່
“ຮູ້ຈັກ” ຜູ້ທີ່ທ່ານແຕ່ງຕັ້ງໃຫ້ເປັນ ຜູ້ຮັກສາການ ລັດຖະມົນຕີ ກະຊວງຍຸຕິທຳ ສະຫະ
ລັດ ຄົນໃໝ່ ພຽງສອງວັນເທົ່ານັ້ນ ຫຼັງຈາກ ທີ່ທ່ານໄດ້ແຕ່ງຕັ້ງຜູ້ກ່ຽວໃຫ້ເປັນເຈົ້າໜ້າ
ທີ່ພິທັກກົດໝາຍ ລະດັບສູງຂອງປະເທດ.

ໃນການກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ດ້ານນອກທຳນຽບຂາວ ທ່ານປະທານາທິ
ບໍດີ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ຮູ້ຈັກ ທ່ານ ແມັຕ໌ ວິຕທະເກີ” ແຕ່ທ່ານຍັງໄດ້ກ່າວວ່າ ອະດີດໄອຍະການ ສະຫະລັດ ອາຍຸ 49 ປີ ຈາກ ລັດໄອໂອວາ ແມ່ນ “ໄດ້ຮັບຄວາມ
ນັບຖືເປັນຢ່າງສູງ”
ພາຍໃນບັນດາເຈົ້າໜ້າທີ່ພິທັກກົດໝາຍ.

ທ່ານ ວີລລ້ຽມ ກຸສຕັອຟ ຜູ້ທີ່ເປັນຄູ່ຮ່ວມກໍ່ຕັ້ງ ບໍລິສັດກົດໝາຍ ກັບ ທ່ານ ວິຕທະເກີ
ແລະ ຍັງຄົງຕິດຕໍ່ກັນກັບ ຜູ້ຮັກສາການ ລັດຖະມົນຕີ ຢູ່ນັ້ນ ໄດ້ກ່າວວ່າ ຄວາມເຫັນ
ຂອງທ່ານທຣຳ ອາດໝາຍຄວາມພຽງແຕ່ ວ່າ ທັງສອງທ່ານ ບໍ່ຮູ້ຈັກກັນ “ຢ່າງຊະນິດ
ຊະໜົມ.”

ເຖິງຢ່າງໃດກໍດີ ບັນດາເພື່ອນມິດ ແລະ ຄູ່ຮ່ວມງານຂອງທ່ານ ວິຕທະເກີ ກ່າວວ່າ ອະດີດດາຣານັກຫຼິ້ນຟຸດບອນ ຂອງມະຫາວິທະຍາໄລ ໄອໂອວາ ໄດ້ທຳງານຢ່າງໃກ້
ຊິດຕິດແທດກັບທ່ານທຣຳ ນັບຕັ້ງແຕ່ ໄດ້ເຂົ້າປະຈຳ ໃນກະຊວງຍຸຕິທຳ ຫຼືເອີ້ນຫຍໍ້
ວ່າ DOJ ເມື່ອລະດູໃບໄມ້ລົ່ນປີກາຍນີ້ ໃນຖານະເປັນ ຫົວໜ້າເສນາທິການໃຫ້ແກ່ ລັດຖະມົນຕີວ່າການກະຊວງຍຸຕິທຳ ທ່ານ ແຈັຟ ແຊສສັນສ໌ ໃນເວລານັ້ນ.

After Scrutiny, Trump Seems to Back Away from Acting Attorney General
please wait

No media source currently available

0:00 0:02:14 0:00

ສາຍສຳພັນການທຳງານ ໄດ້ພັດທະນາຂຶ້ນໄປເລື້ອຍ ໃນຂະນະທີ່ ທ່ານວິຕທະເກີ ໄດ້ເລີ້ມຕົ້ນເດີນທາງຕິດຕາມ ທ່ານແຊສສັນສ໌ ໄປກອງປະຊຸມຢູ່ທຳນຽບ ຂາວ ຫຼັງ
ຈາກທີ່ ທ່ານວິຕທະເກີ ໄດ້ເຂົ້າປະຈຳ ຢູ່ DOJ ຈາກ ມູນນິທິ ເພື່ອຄວາມເຊື່ອໝັ້ນ ໃນດ້ານຄວາມຮັບຜິດຊອບ ແລະຄວາມຮຽບຮ້ອຍ ຫຼືເອີ້ນຫຍໍ້ວ່າ FACT ຊຶ່ງເປັນ
ອົງການອານຸລັກນິຍົມ ທີ່ສິ້ງຊອມເບິງໃນດ້ານຈັນຍາບັນ ທີ່ໄດ້ຟ້ອງຮ້ອງຕໍ່ບັນດາ
ນັກການເມືອງ ສັງກັດພັກເດໂມແຄຣັດ.

ຜູ້​ນຳສຽງ​ສ່ວນ​ຫຼາຍ ສະ​ພາ​ສູງ ຂອງພັກ​ຣີ​ພັບ​ບ​ລິ​ກັນ ທ່ານ​ມິ​ຕຈ໌ ແມັກ​ຄອ​ນ​ແນ​ລ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 6 ຕຸ​ລາ 2018.
ຜູ້​ນຳສຽງ​ສ່ວນ​ຫຼາຍ ສະ​ພາ​ສູງ ຂອງພັກ​ຣີ​ພັບ​ບ​ລິ​ກັນ ທ່ານ​ມິ​ຕຈ໌ ແມັກ​ຄອ​ນ​ແນ​ລ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 6 ຕຸ​ລາ 2018.

ມີຈັກຄັ້ງທີ່ ທີ່ທ່ານວິຕທະເກີ ແລະ ທ່ານ ທຣຳ ໄດ້ພົບປະກັນ ນັ້ນ ແມ່ນຍັງບໍ່ມີ
ຄວາມຈະແຈ້ງເທື່ອ.

ທ່ານ ຊາຣສ໌ ລາຣສັນ ອະດີດປະທານ ຂອງພັກຣີພັບບລີກັນປະຈຳລັດໄອໂອວາ
ໄດ້ກ່າວວ່າ ທ່ານ ວິຕທະເກີ ໄດ້ແຈ້ງໃຫ້ທ່ານທຣຳຊາບ ແລະ “ເຮັດວຽກໄປໄດ້
ຢ່າງດີເລີດ.”

ທ່ານ ລາຣສັນ ກ່າວຕໍ່ໄປວ່າ ສ່ວນທ່ານປະທານາທິບໍດີ “ນັບຖື” ທ່ານ ວິຕທະເກີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG