ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສູງ​ສຸດຂອງ​ກຸ່ມ​ IS ຢູ່​ໃນ​ອັ​ຟກາ​ນິສຖານ ອາດ​ຈະເສ​ຍ​ຊີວິດແລ້ວ


ກຳລັງພິເສດຂອງ ອັຟການິສຖານ ກຳລັງລາດຕະເວນ ບ່ອນຖີ້ມລະເບີດ MOAB ''ແມ່ຂອງລະເບີດໃຫຍ່ທັງໝົດ."
ກຳລັງພິເສດຂອງ ອັຟການິສຖານ ກຳລັງລາດຕະເວນ ບ່ອນຖີ້ມລະເບີດ MOAB ''ແມ່ຂອງລະເບີດໃຫຍ່ທັງໝົດ."

ຫົວໜ້າສູງ​ສຸດຂອງ​ກຸ່ມ​ກໍ່​ການ​ຮ້າຍລັດ​ອິສລາມ​ ຢູ່​ໃນ​ອັ​ຟກາ​ນິສຖານອາດ​ຈະເສ​ຍ​ຊີວິດ
​ແລ້ວ ຍ້ອນຖືກ​ສະຫະລັດ ​ແລະ​ອັ​ຟການິສຖານ​ແນ​ເປົ້າ​ໝາຍໃສ່​ໃນໄລຍະ​ທໍາ​ມີການ​
ຖະຫລົ່ມ​ຢູ່​ໃນຖໍ້າແລະເຂດອຸບໂມງ​ແຫ່ງ​ນຶ່ງ ທີ່ໄດ້ເຮັດ​ໃຫ້ທະຫານ​ຂອງກຳລັງ​ປະຕິບັດ​
ງານພິ​ເສດ ຂອງສະຫະລັດ ສອງ​ຄົນ​ເສຍ​ຊີວິດນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳນຽບຫ້າ​ແຈ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ເຂົາ​ເຈົ້າ​ສົງ​ໄ​ສ ທ້າວ Abdul
Hasib ຜູ້ນຳ​ແຂວ​ງ Khorasan ຂອງ​ກຸ່ມ IS ​ໄດ້​ຖືກ​ສັງຫານຢູ່​ໃນໄລຍະ​ທີ່​ມີ​ການຍິງສູ້​
ກັນ ຢ່າງຮຸນແຮງເປັນ​ເວລາສາມ​ຊົ່ວ​ໂມງ ຢູ່​ໃນ​ຮ່ອມ​ພູ Momand ​ໃນເມື​ອງ Achin
ຂອງແຂວງ Nangarhar ຂອງອັຟການິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ນັກ​ລົບກຸ່ມ IS ອີກ 35 ຄົນ​ໄດ້ເສຍ​ຊີວິດ ​ແລະ​ກ່າວ​ວ່າ
​ເຂົາ​ເຈົ້າ​ກຳລັງ​ສືບ​ສວນເຖິງການ​ຕາຍ​ຂອງ​ທະຫານ​ສະຫະລັດ ​ທີ່​ອາດ​ເປັນ​ໄປວ່າຍ້ອນ​
ເປັນ​ຜູ້​ເຄາະ​ຮ້າຍ​ຂອງການ​ຍິງໃສ່ຝ່າຍ​ດຽວ​ກັນ.

ເຂດເມືອງ Achin ປະເທດອັຟການິສຖານ.
ເຂດເມືອງ Achin ປະເທດອັຟການິສຖານ.

ຮ້ອ​ຍ​ເອກ Jeff Davis ໂຄສົກ​ທຳນຽບຫ້າ​ແຈ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ນີ້ິ​ໄດ້​ເປັນ
​ການ​ປະ​ຕິ​ບັດ​ງານທີ່​ເປັນ​ອັນ​ຕະລາຍ ​ແລະ​ພວກ​ເຮົາ​ຮູ້​ວ່າມັນ​ມີ​ກໍລະນີ​ນີ້​ເກີດ​ຂຶ້ນຢູ່.
ພວກເຮົາ​ຮູ້​ວ່າ ທ້າວ Hasib ​ໄດ້​ຖືກ​ປົກ​ປ້ອງ​ຢ່າງ​ດີ ​ແລະ​ເຂົາ​ເຈົ້າ​ຈະ​ສູ້​ລົບ​ຢ່າງ​ໜັກ
​ເພື່ອ​ປ້ອງກັນບໍ່​ໃຫ້​ລາວ​ຖືກ​ຈັບ​ກຸມ​ ຫລື​ຖືກສັງຫານ. ​ແລະ​ອັນ​ນັ້ນ​ທີ່​ຈິງ​ແລ້ວ ​ແມ່ນ​ສິ່ງ​ທີ່​
ເກີດ​ຂຶ້ນ​ແທ້ໆ.”

ການ​ປະ​ຕິ​ບັດ​ງານ​ເພື່ອ​ຈັບ​ກຸມ​ ຫລືສັງຫານທ້າວ Hasib ​ໄດ້​ເລີ້ມຂຶ້ນຕອນ 10:30 ກາງ
ຄືນ ວັນ​ພຸດ​ຜ່ານ​ມາ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ​ໃນ​ຂະນະ​ທີ່​ທະຫານ​ລາດຕະ​ເວນ​ຂອງ​ກອງ
ທັບ​ບົກ ສະຫະລັດ ​50 ຄົນ ແລະນັກ​ລົບໜ່ວຍກ້າ​ຕາຍ​ຂອງ​ອັຟກາ​ນິສຖານ 40 ຄົນ ​ໄດ້
​ຂີ່​ຍົນ​ເຮ​ລິ ຄອບ​ເຕີ​ຟປ​ເຖິງ ​ເຂດຄຸ້ມບ່ອນຢູ່​ຂອງ​ກຸ່ມ​ລັດ​ອິສລາມ ທີ່​ມີ​ກໍາລັງ​ປ້ອງ​ກັນ​ອັນ
​ແໜ້ນ​ແກ່ນ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG