ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າອົງການ FBI ທີ່ຖືກປົດ ຕົກລົງ ຈະໃຫ້ການ ຕໍ່ສະພາສູງ


ຮູບປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ (ຂວາ) ວັນທີ 13 ມັງກອນ 2017 ແລະຮູບອະດີດ ຜູ້ອຳນວຍການ ອົງການ FBI ທ່ານ James Comey ທີ່ວໍຊິງຕັນ ວັນທີ 7 ກັນຍາ ປີ 2016.
ຮູບປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ (ຂວາ) ວັນທີ 13 ມັງກອນ 2017 ແລະຮູບອະດີດ ຜູ້ອຳນວຍການ ອົງການ FBI ທ່ານ James Comey ທີ່ວໍຊິງຕັນ ວັນທີ 7 ກັນຍາ ປີ 2016.

ຄະນະ​ກຳມະການ​ສືບ​ລັບ ​ຂອງ​ສະພາ​ສູງ​ສະຫະລັດ ກ່າວ​ວ່າ ອະດີດ​ຜູ້ອຳນວຍການ​
ຂອງອົງການ​ສັນຕິ​ບານ​ກາງ ຫຼື FBI ຂອງ​ສະຫະລັດ ທ່ານ James Comey ໄດ້​ຕົກ
ລົງທີ່​ຈະ​ໄປ​ໃຫ້ການຢ່າງ​ເປັນ​ການ​ເປີດ​ເຜີຍກ່ຽວ​ກັບ​ການ​ແຊກ​ແຊງຂອງຣັດ​ເຊຍ​ເຂົ້າ
ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ໃນ​ປີ 2016 ຂອງ​ສະຫະລັດ.

ຫົວໜ້າ​ກຳມະການ​ສືບ​ລັບ​ຂອງ​ສະພາ​ສູງ​ ໄດ້​ປະກາດ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ໃນ
​ວັນ​ສຸກ​ວານ​ນີ້ວ່າ ທ່ານ Comey ຈະ​ໄປ​ໃຫ້ການຕໍ່ໜ້າ​ຄະນະ​ກຳມະການ​ຊຶ່ງມີກຳນົດ​
ຈະ​ຈັດ​ຂຶ້ນ ຫຼັງ​ຈາກ​ວັນພັກ Memorial Day ຫຼືວັນ​ໄວ້ອາ​ໄລ​ໃຫ້​ແກ່​ພວກທະຫານ​ທີ່
​ໄດ້​ເສຍ​ຊີວິດ ​ໃນ​ລະຫວ່າງ​ການ​ປະຕິບັດ​ໜ້າ​ທີ່ ຄື​ວັນ​ທີ 29 ພຶດສະພາ.

ສະມາຊິກ​ສະພາ​ສູງ Richard Burr ປະທານ​ກຳມະການ​ ທີ່​ສັງກັດ​ພັກ​ຣີພັບ​ບລີກັນ
​ກ່າວ​ວ່າ “ຂ້າພະ​ເຈົ້າຫວັງ​ວ່າ ທ່ານ Comey ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງແກ່ຊາວ​ອາ
​ເມຣິກັນ ກ່ຽວ​ກັບ​ເຫດການ ​ຫວ່າງ​ບໍ່​ດົນ​ຜ່ານ​ມານີ້ ທີ່​ໄດ້​ມີ​ການ​ລາຍ​ງານຢ່າງ​ກວ້າງ
ຂວາງ​ຢູ່​ໃນ​ສື່​ມວນ​ຊົນ.”

ສ່ວນ​ສະມາຊິກ​ສະພາ​ສູງ Mark Warner ຜູ້ນຳ​ຂອງ​ພັກ​ເດ​ໂມ​ແຄຣັດ​ໃນ​ຄະນະ​ກຳ
ມະການ​ສືບ​ລັບ ກ່າວວ່າ “ຂ້າພະ​ເຈົ້າຫວັງ​ວ່າ ການ​ໃຫ້ການ ​ຂອງອະດີດ​ຜູ້ອຳນວຍ
ການ Comey ຈະ​ຊ່ອຍ​ຕອບ​ຄຳ​ຖາມ​ຈຳນວນ​ນຶ່ງ ທີ່​ໄດ້​ມີ​ຂຶ້ນນັບ ​ແຕ່​ຜູ້ອຳນວຍການ
Comey ​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ຢ່າງ​ກະທັນຫັນ ​ໂດຍປະທານາທິບໍດີ.”

ການ​ເປີດ​ເຜີຍ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ທ້າຍ​ສັບປະດານີ້ ຫຼັງຈາກ​ທີ່​ໄດ້​ເຫັນ​ເຫດການ​ຕ່າງໆ
ຢ່າງ​ບໍ່​ໜ້າ​ເຊື່ອຫລາຍໆ​ຢ່າງເກີດຂຶ້ນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານີ້ ໜັງສືພິມ New York Times ລາຍ​ງານ​ວ່າ​ປະທາ​ນາ
ທິບໍດີດໍ​ໂນ​ລ ທຣຳ ​ໄດ້​ກ່າວ​ຕໍ່ເຈົ້າໜ້າ​ທີ່ຣັດ​ເຊຍທີ່​ຫ້ອງການ​ຂອງ​ທ່ານ​ຢູ່ທຳນຽບຂາວ ​
ໃນ​ຕົ້ນ​ເດືອນ​ນີ້ວ່າ ທ່ານ​ຫາ​ກໍ​ປົດ​ທ່ານ Comey ​ແລະ​ຮ້ອງ​ທ່ານວ່າ “ຜີບ້າ.”

​ເອກ​ກະສາ​ນທີ່​ອ່ານ​ໃຫ້ແກ່ໜັງສືພິມ New York Times ​ໂດຍ​ເຈົ້າໜ້າ​ທີ່​ສະຫະລັດ
​ໄດ້​ອ້າງ​ຄຳ​ເວົ້າຂອງ​ທ່ານ​ທຣຳ ທີ່​ກ່າວ​ວ່າ “ຂ້າພະ​ເຈົ້າຫາ​ກໍ​ປົດ​ຫົວໜ້າອົງການ FBI.
ລາວ​ເປັນ​ຄົນ​ຜີບ້າ ​ເປັນ​ບ້າ​ແທ້ໆ.”

ອີງ​ຕາມ​ເອກ​ກະສາ​ນນີ້​ແລ້ວ ທ່ານ​ທຣຳ ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມກົດ​
ດັນ​ຢ່າງ​ໃຫຍ່ ຍ້ອນຣັດ​ເຊຍ. ​ເວລາ​ນີ້​ແມ່ນ​ໝົດ​ໄປ​ແລ້ວ.”

ນອກ​ນັ້ນຍັງ​ມີ​ລາຍ​ງານ​ວ່າ ທ່ານ​ທຣຳໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າບໍ່​ໄດ້​ຢູ່​ ພາຍ​ໃຕ້ການ
​ສືບສວນ​ໃດໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG