ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ລະນຶກເຖິງ ວັນຄົບຮອບ 14 ປີ ໃນການໂຈມຕີ ຂອງພວກກໍ່ການຮ້າຍ


ວັນສຸກມື້ນີ້ ແມ່ນວັນຄົບຮອບ 14 ປີ ໃນການໂຈມຕີຂອງພວກກໍ່
ການຮ້າຍເມື່ອ ວັນທີ 11 ກັນຍາປີ 2001 ຢູ່ໃນສະຫະລັດ.

ພິທີລະນຶກເຖິງເຫດການດັ່ງກ່າວ ໄດ້ມີການວາງແຜນ ທີ່ຈະຈັດ
ຂຶ້ນຢູ່ໃນທົ່ວປະເທດ ເພື່ອເປັນການໄວ້ອາໄລ ໃນມື້ທີເຮືອບິນ 4
ລຳໄດ້ທຳການໂຈມຕີສະຫຼະຊີບຕໍ່ສະຫະລັດ. ເຮືອບິນ 2 ລຳໄດ້
ບິນເຂົ້າຕຳຕຶກສູນກາງການຄ້າໂລກທີ່ນະຄອນນິວຢອກ ອີກລຳ
ນຶ່ງບິນເຂົ້າຕຳຕຶກທຳນຽບຫ້າແຈ ແລະລຳທີ 4 ຕົກຢູ່ທົ່ງ Shank-
ville ລັດ Pennsylvania ກ່ອນທີ່ມີທ່າທາງວ່າ ຈະມາເຖິງເປົ້າ
ໝາຍຢູ່ນະຄອນຫຼວງວໍຊິງຕັນ.

ບັນດາຄອບຄົວຂອງພວກເຄາະຮ້າຍທີ່ນະຄອນນິວຢອກຈະໄປເຕົ້າໂຮມກັນໃນວັນສຸກມື້
ນີ້ເພື່ອຕີລະຄັງ ແລະອ່ານລາຍຊື່ ຂອງພວກເຄາະຮ້າຍ ທີ່ເສຍຊີວິດ ໃນການໂຈມຕີຂອງ ພວກ ກໍ່ການຮ້າຍ.

ປະທານາທິບໍດີບາຣັກ ໂອບາມາ ພ້ອມກັບພັນລະຍາຂອງທ່ານ ແລະບັນດາເຈົ້າໜ້າທີ່ປະ
ຈຳທຳນຽບຂາວຈະພາກັນຢືນສະຫງົບສະຕິອາລົມຊົ່ວຂະນະນຶ່ງໃນຕອນເຊົ້າຂອງວັນສຸກ
ມື້ນີ້ ຢູ່ທີ່ບໍລິເວນເດີ່ນຫຍ້າ ຂອງທຳນຽບຂາວ. ໃນຕອນບ່າຍ ປະທານາທິບໍດີ ຈະຈັດການ ພົບປະກັບພວກທະຫານທີ່ຄ້າຍ Fort Meade ຊຶ່ງ ຕັ້ງຢູ່ນອກນະຄອນຫຼວງວໍຊິງຕັນເພື່ອ ໂອ້ລົມກັບພວກທະຫານໆ ທີ່ຊ່ວຍປົກປ້ອງຄຸ້ມຄອງປະເທດຊາດໃຫ້ປອດໄພ.

ຢູ່ທີ່ທຳນຽບຫ້າແຈ ກໍຈະມີພິທີໄວ້ອາໄລ ແບບສ່ວນຕົວ ໃຫ້ແກ່ບັນດາສະມາຊິກໃນຄອບ ຄົວທີ່ສູນເສຍຊີວິດ ໃນການໂຈມຕີ ຢູ່ຕຶກກະຊວງປ້ອງກັນປະເທດສະຫະລັດ. ສ່ວນພິທີ ຢ່າງເປັນທາງການຈະຈັດຂຶ້ນໃນຕອນບ່າຍພາຍໃຕ້ການນຳພາຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ທ່ານ Ash Carter.

ໃກ້ໆທົ່ງ Shankville ໃນພາກຕາເວັນຕົກ ລັດ Pennsylvania ອະນຸສອນສະຖານແຫ່ງ ຊາດ ເພື່ອໄວ້ອາໄລໃຫ້ແກ່ຖ້ຽວບິນ 93 ກໍເປັນຂີດໝາຍ ໃນການເສັດສິ້ນລົງຂອງການກໍ່
ສ້າງສູນກາງທ່ອງທ່ຽວ ເພື່ອໄວ້ອາໄລໃຫ້ແກ່ຜູ້ໂດຍສານແລະພວກຈຸບິນ ທີ່ໄດ້ທຳການຕໍ່ ສູ້ກັບພວກຈີ້ເຮືອບິນ ເພື່ອເຂົ້າຄວບຄຸມເຮືອບິນລຳດັ່ງກ່າວ.

9/11 Anniversary
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG