ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນ​ສຸກມື້ນີ້ ແມ່ນ​ຂີດ​ໝາຍ​ຄົບ​ຮອບ 100 ວັນ ຂອງ​ການ​ສູ້​ລົບ ໃນ​ຢູ​ເຄ​ຣນ


ສະ​ມາ​ຊິກ​ຂອງ​ກຳ​ລັງ​ທະ​ຫານ​ທີ່​ນິ​ຍົມ​ຣັດ​ເຊຍ ຢູ່​ເທິງ​ຫຼັງ​ລົດ​ລຳ​ລຽງ​ພົນ ໃນ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງ​ໂພ​ພາ​ສ​ນາ (Popasna) ໃນ​ເຂດ​ລູ​ຮານ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 2 ມິ​ຖຸ​ນາ 2022.
ສະ​ມາ​ຊິກ​ຂອງ​ກຳ​ລັງ​ທະ​ຫານ​ທີ່​ນິ​ຍົມ​ຣັດ​ເຊຍ ຢູ່​ເທິງ​ຫຼັງ​ລົດ​ລຳ​ລຽງ​ພົນ ໃນ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງ​ໂພ​ພາ​ສ​ນາ (Popasna) ໃນ​ເຂດ​ລູ​ຮານ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 2 ມິ​ຖຸ​ນາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ ​ຢຶດ​ຄອງ​ດິນ​ແດນ​ຢູ​ເຄ​ຣນ ປະ​ມານ 20 ເປີ​ເຊັນ. ວັນ​ສຸກມື້ນີ້ ແມ່ນ​ຂີດ​ໝາຍ​ຄົບ​ຮອບ 100 ວັນ ໃນ​ການ​ສູ້​ລົບ​ກັນ ຊຶ່ງ​ໃນ​ເວ​ລານີ້ ພວມ​ດຳ​ເນີນ​ຢູ່​ໃນ​ຫຼາຍໆ​ເຂດ.

​ທ່ານ​ເຊ​ເລນ​ສ​ກີ ກ່າວ​ຕໍ່​ລັດ​ຖະ​ສະ​ພາ​ລຸກ​ຊຳ​ເບີກ ໃນ​ການ​ປາ​ໄສ​ທາງ​ອອນ​ລາຍ​ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ເວົ້າ​ວ່າ “ຂໍ​ໃຫ້​ວາດ​ມະ​ໂນ​ພາບ! ການ​ສູ້​ລົບ​ກັນ​ຢ່າງ​ບໍ່​ຂາດ​ໄລ​ຍະທີ່​ເນັ່ງ​ໄປ​ຕາມ​ເຂດ​ແນວ​ໜ້າ ຍາວກວ່າ 1,000 ກິ​ໂລ​ແມັດ.” ທ່ານ​ເວົ້າ​ວ່າ ດິນ​ແດນ​ຢູ​ເຄ​ຣນ​ທີ່​ຖືກ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ຢຶດ​ຄອງ​ ເມື່ອ​ປຽບ​ທຽບ​ແລ້ວ​ແມ່ນ​ໃຫຍ່​ເທົ່າ​ກັບ​ປະ​ເທດ​ເນ​ເທີ​ແລນ​ທັງ​ໝົດ.

ທ່ານ​ເຊ​ເລນ​ສ​ກີ​ບໍ່​ໄດ້​ເວົ້າ​ວ່າ ດິນ​ແດນ​ທີ່​ຣັດ​ເຊຍ​ຢຶດ​ໄດ້​ມີ​ຫຼາຍ​ປານ​ໃດ ນັບ​ແຕ່​ການ​ຮຸກ​ຮານ​ເລີ້ມ​ຂຶ້ນເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ. ຣັດ​ເຊຍ​ຢຶດ​ຄອງ​ແຫຼມ​ໄຄ​ຣ​ເມຍ​ຂອງ​ຢູ​ເຄ​ຣນ​ໃນ​ປີ 2014 ແລະ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຣັດ​ເຊຍ ກໍ​ເຂົ້າ​ຢຶດ​ເອົາ​ສ່ວນ​ນຶ່ງ​ຂອງ​ເຂດດອນ​ບາ​ສ ບ່ອນ​ທີ່​ການ​ສູ້​ລົບ​ກັນ​ພວມ​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ​ໃນ​ເວ​ລານີ້ ກ່ອນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ.

ຢູ​ເຄ​ຣນ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ເຂົ້າ​ຢຶດ​ເອົາ​ເມືອງ​ນ້ອຍ​ແລະ​ບ້ານ​ຕ່າງໆ 20 ແຫ່ງ​ໃນ​ເຂດເມືອງເຄີ​ສັນ ທີ່​ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ຂະ​ນະ​ດຽວ​ກັນ ທະ​ຫານ​ຣັດ​ເຊຍ​ຍັງ​ສືບ​ຕໍ່​ການ​ບຸກ​ໂຈມ​ຕີ​ເມືອງ​ຊີ​ວີ​ໂຣ​ໂດ​ແນັດ ຊຶ່ງ​ເປັນ​ຫົວ​ເມືອງ​ສຳ​ຄັນ​ທີ່​ທະ​ຫານ​ຢູ​ເຄ​ຣນ​ຍັງ​ຄວບ​ຄຸມ​ຢູ່​ໃນ​ເຂດລູ​ຮານ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ຜູ້​ປົກ​ຄອງ​ເຂດ​ລູ​ຮານ ທ່ານ​ເຊີ​ຮີ ໄຮ​ເດ ກ່າວ​ວ່າ ຣັດ​ເຊຍ​ຄວບ​ຄຸມ​ປະ​ມານ 70 ເປີ​ເຊັນ​ຂອງ​ເມືອງ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ໄດ້​ມີ​ຂຶ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ອັງ​ກິດ ກ່າວ​ວ່າ ຣັດ​ເຊຍ​ໄດ້​ເຂົ້າ​ຄວບ​ຄຸມ​ສ່ວນ​ໃຫຍ່​ຂອງ​ເມືອງ​ດັ່ງ​ກ່າວ ແລະ​ເວົ້າ​ຕື່ມ​ວ່າ ກຳ​ລັງ​ທະ​ຫານ​ຢູ​ເຄ​ຣນ​ຄວບ​ຄຸມ​ເສັ້ນ​ທາງ​ທີ່​ສຳ​ຄັນໆ​ໄປ​ສູ່​ເມືອງ​ຊີ​ວີ​ໂຣ​ໂດ​ແນັດ ໂດຍ​ທີ່​ທະ​ຫານ​ຣັດ​ເຊຍ ໄດ້​ຮັບ “ຄວາມ​ຄືບ​ໜ້າ​ເປັນ​ລຳ​ດັບ​ຢູ່​ໃນ​ທ້ອງ​ຖິ່ນ” ​ຍ້ອນ​ໄດ້​ຮັບ​ການ​ຍິງ​ສະ​ໜັບ​ສະ​ໜຸນ​ດ້ວຍ​ປືນ​ໃຫຍ່​ຂະ​ໜາດ​ໜັກ.”

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ທະ​ຫານ​ຂອງ​ຕົນ​ຫວັງ​ວ່າ ຈະ​ເຂົ້າ​ຢຶດ​ເອົາ​ດິນ​ແດນ​ທີ່​ສູນ​ເສຍ​ໄປ ໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ​ນັ້ນ​ຄືນ ຢູ່​ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ​ສ່ວນ​ນຶ່ງ​ເພື່ອ​ກໍ່​ກວນ​ທະ​ຫານ​ຣັດ​ເຊຍ​ ທີ່​ພວມ​ເພັ່ງ​ເລັງ​ໃສ່​ການ​ສູ້​ລົບ​ກັນ​ຢູ່​ໃນ​ເຂດດອນ​ບາ​ສນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG