ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະແສຟອງ ການທູດຂອງຈີນຄັ້ງໃໝ່ ເຮັດໃຫ້ການຕ້ານຢັນ ສຫລ ແຂງແກ່ນຂຶ້ນໃນ ເອເຊຍຕາເວັນອອກສຽງໃຕ້


ທ່ານຫວາງ ຢີ (ກາງ), ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະພວກເຂົ້າຮ່ວມກອງປະຊຸມໃສ່ໜ້າກາກປິດປາກໄວ້ ເພື່ອຫລຸດຜ່ອນການແຜ່ລະບາດຂອງໄວຣັສໂຄໂຣນາ ຂະນະທີ່ຟັງການກ່າວຄໍາປາໄສ ຂອງທ່ານ Ban Ki-moon ອະດີດເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຖ່າຍທອດທາງໂທລະພາບຢູ່ກອງປະຊຸມສົນທະນາກ່ຽວກັບການຈັດລໍາດັບປະເທດໃນສາກົນ
ທ່ານຫວາງ ຢີ (ກາງ), ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະພວກເຂົ້າຮ່ວມກອງປະຊຸມໃສ່ໜ້າກາກປິດປາກໄວ້ ເພື່ອຫລຸດຜ່ອນການແຜ່ລະບາດຂອງໄວຣັສໂຄໂຣນາ ຂະນະທີ່ຟັງການກ່າວຄໍາປາໄສ ຂອງທ່ານ Ban Ki-moon ອະດີດເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຖ່າຍທອດທາງໂທລະພາບຢູ່ກອງປະຊຸມສົນທະນາກ່ຽວກັບການຈັດລໍາດັບປະເທດໃນສາກົນ

ນັກວິເຄາະໃນຂົງເຂດເຊື່ອວ່າ ຈີນໄດ້ຮັບຄະແນນສູງກວ່າ ຢູ່ໃນເອເຊຍຕາເວັນອອກສຽງໃຕ້ເມື່ອທຽບໃສ່ກັບສະຫະລັດ, ເຊິ່ງເປັນປະເທດມະຫາອຳນາດຄູ່ແຂ່ງທີ່ພະຍາຍາມຈະຫຼຸດຜ່ອນອິດທິພົນຂອງຈີນຢູ່ຕ່າງປະເທດ, ໂດຍຜ່ານການຢ້ຽມ ຢາມຫລາຍປະເທດຂອງລັດຖະມົນຕີ ໃນອາທິດແລ້ວນີ້.

ສຳນັກຂ່າວຕ່າງໆ ໃນຈີນກ່າວວ່າ ທ່ານຫວາງ ຢີ (Wang Yi), ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບກັບເຈົ້າໜ້າທີ່ກຳປູເຈຍ, ລາວ, ມາເລເຊຍ ແລະໄທໃນລະຫວ່າງວັນທີ 11 ຫາ 15 ຕຸລາຜ່ານມານີ້. ການຢ້ຽມຢາມຂອງທ່ານ ແມ່ນມີຂຶ້ນພາຍຫຼັງມີການເດີນທາງ ຂອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ທ່ານ ເຫວີຍ ເຟງກີ (Wei Fenghe) ໄປໃນເຂດເອເຊຍຕາເວັນອອກ ສຽງໃຕ້ໃນເດືອນກັນຍາຜ່ານມາ.

ການພົບປະຂອງທ່ານຫວາງ (Wang) ຢູ່ໃນບັນດາປະເທດທີ່ມີຄວາມເຫັນອົກເຫັນໃຈທາງປະຫວັດສາດຕໍ່ຈີນ, ຊຶ່ງບາງຄັ້ງກໍ່ຫລີກລ້ຽງອິດທິພົນຂອງສະຫະລັດນັ້ນຈະຊ່ວຍຕ້ານຕໍ່ຄວາມພະຍາຍາມຂອງວໍຊິງຕັນເພື່ອເຮັດໃຫ້ລັດຖະບານຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ທີ່ມີພົນລະເມືອງ 650 ລ້ານຄົນນັ້ນ ເຂົ້າຝ່າຍຂອງຕົນ, ອີງຕາມພວກນັກຊ່ຽວຊານເວົ້າ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານ ໄມຄ໌ ພອມພຽວ ໄດ້ໃຫ້ຄຳໝັ້ນສັນຍາໃນເດືອນກໍລະກົດຜ່ານມາວ່າຈະສະໜັບສະໜູນ ບັນດາປະເທດທີ່ຖືກຂົ່ມຂູ່ຈາກການຂະຫຍາຍຕົວຂອງຈີນ, ແລະຈີນໄດ້ທໍາການລົບກວນ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼາຍຂຶ້ນໂດຍການເສີມກຳລັງໃນເຂດທະເລທີ່ມີການຂັດແຍ້ງກັນ. ໃນຕົ້ນເດືອນນີ້, ທ່ານ ພອມພຽວ (Pompeo) ໄດ້ກ່າວຫາພັກຄອມມູນິສທີ່ປົກຄອງຈີນວ່າ "ທໍາການຂູດຮີດ, ສໍ້ລາດບັງຫຼວງ ແລະບີບບັງຄັບ."

ທ່ານຄາລ ເທເຢີ (Carl Thayer), ອາຈານສອນທີ່ອອກກິນເບ້ຍບໍານານແລ້ວ ທີ່ມີຄວາມຊ່ຽວຊານສະເພາະດ້ານເອເຊຍຕາເວັນອອກສຽງໃຕ້ ຢູ່ມະຫາວິທະຍາ ໄລ ນີວ ຊາວ ເວລສ໌ (New South Wale) ໃນອອສເຕຣເລຍກ່າວວ່າ "ການຢ້ຽມຢາມຂອງທ່ານ ຫວາງ (Wang) ແມ່ນແນ່ນອນເພື່ອຕອບໂຕ້ຕໍ່ການຮຽກຮ້ອງຂອງທ່ານພອມພຽວ (Pompeo) ໃຫ້ສາມັກຄີກັນຕໍ່ຕ້ານພັກຄອມມູນິສຈີນ ແລະນະໂຍບາຍຂອງພັກນັ້ນ". ທ່ານກ່າວອີກວ່າ "ມັນເປັນສຽງສະທ້ອນໂຕ້ຕອບກັບຄືນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG