ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ສະພາກາແດງທ່ານໜຶ່ງ
ກ່າວວ່າ ຄວາມບໍ່ສະຫງົບຄັ້ງຫຼ້າສຸດນີ້ ໄດ້ເກີດຂຶ້ນໃນວັນພະຫັດ
ມື້ນີ້ ຫຼັງຈາກທີ່ຕຳຫຼວດເຂົ້າຂັດຂວາງການປະທະກັນລະຫວ່າງ
ພວກທີ່ສະໜັບສະໜຸນປະທານາທິບໍດີ ແລະພວກຝ່າຍຄ້ານ
ໃນເມືອງຫຼວງ Bujumbura.
ສານລັດຖະທຳມະນູນ ໄດ້ຕັດສິນ ໃນອາທິດນີ້ ວ່າປະທານາທິບໍດີ
Nkurunziza ມີສິດ ລົງສະໝັກເລືອກຕັ້ງ ເປັນສະໄມທີ 3 ໄດ້
ຊຶ່ງໄດ້ສ້າງຄວາມໂກດແຄ້ນ ໃຫ້ຝ່າຍຄ້ານ ທີ່ກ່າວວ່າ ມັນເປັນການ
ລະເມີດຕໍ່ລັດຖະທຳມະນູນ.
ທ່ານ Nkurunziza ໄດ້ປະຕິຍານໃນວັນພຸດວານນີ້ວ່າ ຖ້າຫາກທ່ານໄດ້ຮັບເລືອກຕັ້ງຄືນອີກ ມັນຈະເປັນສະໄໝສຸດທ້າຍຂອງທ່ານ. ແລະທ່ານໄດ້ຮຽກຮ້ອງໃຫ້ຍຸຕິການປະທ້ວງ ໂດຍກ່າວວ່າ ມັນສຳຄັນທີ່ການເລືອກຕັ້ງ ຄັ້ງວັນທີ 26 ມິຖຸນາ ເດືອນໜ້ານີ້ ມີຂຶ້ນໃນ ບັນຍາກາດອັນສະຫງົບ.
ມີຢ່າງນ້ອຍ 13 ຄົນໄດ້ເສຍຊີວິດ ນັບຕັ້ງແຕ່ການປະທ້ວງເລີ້ມຕົ້ນຂຶ້ນ ໃນວັນທີ 26 ເມສາ
ຜ່ານມານີ້ ຊຶ່ງເປັນວັນທີ ທ່ານ Nkurunziza ປະກາດວ່າ ທ່ານຈະລົງສະໝັກເລືອກຕັ້ງອີກນັ້ນ.
ພັນທະມິດ ຂອງປະທານາທິບໍດີ ຖືກໂຈມຕີ ໃນການປະທະກັນ: