ເຮືອບິນເຮລິຄອບເຕີ ຂອງສະຫະປະຊາຊາດຫຼາຍລໍາ ບໍ່ສາມາດທີ່ຈະສະ ກັດກັ້ນພວກກະບົດບໍ່ໃຫ້ເຂົ້າຢຶດອີກຫົວເມືອງນຶ່ງ ໃນເຂດພາກຕາເວັນອອກຂອງສາທາລະນະລັດປະຊາທິປະໄຕຄອງໂກ.
ໂຄສົກສະຫະປະຊາຊາດ ເວົ້າວ່າ ພວກກະບົດຈາກກຸ່ມ M23 ໄດ້ສູ້ລົບກັບກອງທັບລັດ ຖະບານເມື່ອວັນເສົາວານນີ້ ແລະເຂົ້າຍຶດເອົາເມືອງ Kibumba ທີ່ຕັ້ງປະມານ 30 ກິໂລແມັດຫ່າງຈາກເມືອງ Goma ໄປທາງທິດເໜືອ ຊຶ່ງເປັນເມືອງຫຼວງຂອງແຂວງ North Kivu ທີ່ບໍ່ມີຄວາມສະຫງົບສຸກນັ້ນ.
ພົນລະເຮືອນຫຼາຍພັນຄົນພາກັນຫຼົບໜີຈາກເຂດດັ່ງກ່າວ ທ່າມກາງຄວາມ ເປັນຫ່ວງວ່າ ພວກກະບົດອາດພະຍາຍາມຍຶດເອົາເມືອງ Goma ນຳດ້ວຍ .
ການສູ້ລົບກັນຄືນອີກລະຫວ່າງພວກກະບົດ ແລະທະຫານຂອງລັດຖະບານ ຄອງໂກ ແມ່ນໄດ້ລະເບີດຂຶ້ນເມື່ອວັນພະຫັດຜ່ານມາ ໂດຍທີ່ທັງສອງຝ່າຍຕ່າງກໍຖິ້ມໂທດໃສ່ກັນແລະກັນວ່າເປັນຜູ້ເລີ່ມກໍ່ເຫດຂຶ້ນກ່ອນ.
ກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ທີ່ເອີ້ນຫຍໍ້ວ່າ MONUSCO ນັ້ນ ເວົ້າວ່າ ກຸ່ມ M23 ໄດ້ທໍາການບຸກໂຈມຕີດ້ວຍອາວຸດໜັກ ເມື່ອຕອນເຊົ້າວັນເສົາວານນີ້ ແຕ່ທ່ານກໍບໍ່ໄດ້ຢືນຢັນ ການກ່າວຫາຂອງລັດຖະບານຄອງໂກທີ່ວ່າ ມີຊາວ Rwanda ຫຼາຍພັນຄົນໄດ້ເຂົ້າໄປໃນດິນແດນຄອງໂກ ເພື່ອສະໜັບສະໜຸນພວກກະບົດ.
ໂຄສົກກຳລັງຮັກສາສັນຕິພາບສະຫະປະຊາຊາດ ເວົ້າວ່າ ທ່ານ ພັນ ຄີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ເວົ້າກັບປະທາ ນາທິບໍດີ Rwanda ທ່ານ Paul Kagame ຮຽກຮ້ອງໃຫ້ທ່ານໃຊ້ອິດທິພົນຂອງທ່ານຕໍ່ກຸ່ມ M23 ເພື່ອໃຫ້ສະຖານະການສະຫງົບລົງ.