ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ຕາຍ ເພີ້ມຂຶ້ນ ເປັນເກືອບ 300 ຄົນ ຢູ່ ສາທາລະນະລັດ ອາຟຣິກາກາງ (ວີດີໂອ/ສະໄລດ໌)


CAR
please wait
Embed
CAR

No media source currently available

0:00 0:00:40 0:00
ມີລາຍງານຄັ້ງໃໝ່ກ່ຽວກັບການກໍ່ຄວາມຮຸນແຮງໃນສາທາລະນະ
ລັດອາຟຣິກາກາງໃນຂະນະທີ່ໂຕເລກຜູ້ເສຍຊີວິດຈາກການສູ້ລົບ
ກັນ ເພີ້ມຂຶ້ນເປັນເກືອບ 300 ຄົນ.

ທ່ານນາງ Joanna Mariner ທີ່ເຮັດວຽກ ໃຫ້ແກ່ອົງການນິລະ
ໂທດກຳສາກົນຢູ່ທີ່ນະຄອນຫລວງບັງກີ ປະເທດອາຟຣິກາກາງ
ກ່າວຕໍ່ວີໂອເອວ່າ ມືປືນທີ່ເປັນເຄືອຂ່າຍ ຂອງກຸ່ມແນວໂຮມກະ
ບົດທີ່ໄດ້ໂຄ່ນລົ້ມ ປະທານາທິບໍດີ Francois Bozize ໃນເດືອນ ມີນາຜ່ານມາເປັນຜູ້ບຸກໂຈມຕີກໍ່ຄວາມຮຸນແຮງທີ່ນະຄອນຫລວງ
ບັງກີ.

ທ່ານນາງ Mariner ເວົ້າວ່າ ລະດັບຂອງຄວາມຮຸນແຮງໃນມື້ວັນສຸກວານນີ້ແມ່ນບໍ່ເທົ່າກັບ ໃນມື້ວັນພະຫັດຜ່ານມາ.

ສະພາກາແດງກ່າວວ່າ ພະນັກງານຂອງຕົນໄດ້ເກັບສົບຄົນຕາຍ 281 ສົບຫຼັງຈາກໄດ້ເກີດ ຄວາມຮຸນແຮງ 2 ມື້. ເຈົ້າໜ້າທີ່ສະແດງກາແດງ ເວົ້າວ່າ ພະນັກງານຂອງຕົນ ຕ້ອງໄດ້ຢຸດ ເຮັດວຽກເວລາຕາເວັນຕົກດິນໃນມື້ວານນີ້. ເຂົາເຈົ້າກ່າວວ່າ ໂຕເລກຜູ້ເສຍຊີວິດຄາດວ່າ ຈະສູງຂຶ້ນຕື່ມ ເວລາພວກເຂົາເຈົ້າກັບຄືນ ໄປເຮັດວຽກອີກໃນວັນເສົາມື້ນີ້.

ທະຫານຝຣັ່ງໃນຈຳນວນຫຼາຍຂຶ້ນໄດ້ເດີນທາງໄປເຖິງສາທາລະນະລັດອາຟຣິກາກາງໃນ
ວັນສຸກວານນີ້ ຫລັງຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ໃຫ້ການອະ ນຸມັດຕໍ່ການສົ່ງກຳລັງທະຫານຕ່າງປະເທດໄປຊ່ອຍຟື້ນຟູຄວາມເປັນລະບຽບຮຽບຮ້ອຍຢູ່
ໃນອາຟຣິກາກາງ.

XS
SM
MD
LG