ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມີຢ່າງນ້ອຍ 8 ຄົນ ຖືກສັງຫານ ໃນການປະທະກັນ ໃນ ຢູເຄຣນ


Ukraine CNPK
please wait
Embed

No media source currently available

0:00 0:01:01 0:00

ເຈົ້າ​ໜ້າ​ທີ່ຢູ​ເຄຣນ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ການ​ສູ້​ລົບ​ກັນ
​ຮອບໃໝ່ ​ລະຫວ່າງ​ກອງ​ກຳລັງ​ທະຫານ​ຢູ​ເຄຣນ​ແລະກຸ່ມ​ຫົວ​ແບ່ງ​
ແຍກ​ດິນ​ແດນ​ທີ່​ໜຸນຫຼັງ​ໂດ​ຍຣັດ​ເຊຍ ​ໄດ້​ສັງຫານ​ຢ່າງ​ນ້ອຍ 5 ຄົນ
​ໃນ​ຂົງ​ເຂດ​ເມືອງ Donestk.

ເຈົ້າ​ໜ້າ​ທີ່ ໃນ​ເມືອງ Donestk ທີ່​ຄວບຄຸມ ​ໂດຍພວກກະບົດ​ແບ່ງ​
ແຍກ​ດິນ​ແດນ ​ໄດ້​ກ່າວ​ວ່າ ມີ​ຢ່າງ​ນ້ອຍ 13 ຄົນ ​ໄດ້​ຮັບ​ບາດ​ເຈັບ
​ໃນ​ການ​ປະ​ທະ​ກັນ ກາຍ​ກວ່າ 24 ຊົ່ວ​ໂມງກ່ອນ​ໜ້າ​ນີ້.

ການ​ຕໍ່ສູ້​ກັນ ​ໄດ້​ລະເບີດຂຶ້ນ ​ໃນ​ເຂດ​ທີ່​ປະກາດຕົນເອງເປັນເຂດປົດຄອງຂອງພວກຫົວ​ແບ່ງ​ແຍກໃນເມືອງ Donestk ​ແລະ Luhansk. ​ໂດຍ​ສະ​ເພາະ ​ໃນ​ເຂດ​ອ້ອມ​ແອ້ມ​ເມືອງ Debaltseve ທີ່​ຄວບ​ຄຸມ​ໂດຍ​ຢູ​ເຄຣນ ນັບ​ຕັ້ງ​ແຕ່​ການ​ເຈລະຈາ​ສັນຕິພາບ​ໃນປະເທດ Belarus ລະ​ຫວ່າງລັດຖະບານ​ຢູ​ເຄຣນ ແລະກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ ​ໄດ້ພັງທະລາຍ​
ລົງໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

ຍັງ​ມີ​ຄວາມ​ຢ້ານ​ ກົວ​ວ່າ ຄວາມ​ຮຸ​ນ​ແຮງ​ຈະ​ເພີ້​ມຂຶ້ນໃນໄວໆນີ້. ​ໃນ​ວັນ​ຈັນ​ວານ​ນີ້ ຜູ້ນຳກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນທີ່​ນຳ​ຍົມຣັດ​ເຊຍ ​ໄດ້​ປະກາດ “ການ​ລະດົມພົນທົ່ວໄປ” ​ໂດຍ​ມີ​ຈຸດປະສົງ ທີ່​ຈະ​ເພີ້​ມກອງ​ກຳລັງ​ທະຫານ​ຂອງພວກແບ່ງແຍກດິນແດນຂຶ້ນເປັນ​ເກືອບ​ວ່າ 100 ພັນ​ຄົນ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ສະຫະລັດ ກ່າວ​ວ່າ ຕົນ​ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈ​ໃດໆ​ເທື່ອ ​ໃນ​ການທີ່​ຈະ​ສະໜອງ​ຢູ​ເຄຣນ ດ້ວຍ​ການຊ່ອຍເຫຼືອດ້ານອາວຸດ​ຍຸດ​ໂທ​ປະກອນຮ້າຍແຮງ ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ຫົວ​ແບ່ງ​ແຍກ​ດິນນັ້ນ.

XS
SM
MD
LG