ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຕິຕຽນ ຮອບໃໝ່ ຕໍ່ການໂຈມຕີ ທາງອາກາດ ຂອງ ຣັດເຊຍ ຢູ່ ຊີເຣຍ


Visitors make snowmen beside a pool at a hot spring in Hangzhou, in China's eastern Zhejiang province.
Visitors make snowmen beside a pool at a hot spring in Hangzhou, in China's eastern Zhejiang province.

ເທີ​ກີ​ໄດ້​ເພີ້ມທະວີ​ການ​ຕຳ​ໜິຕິຕຽນ​ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​
ຂອງຣັດ​ເຊຍ​ຢູ່​ໃນຊີ​ເຣຍ ຫລັງ​ຈາກໄດ້​ມີ​ການ​ໂຈມ​ຕີ​ຢ່າງ​ຮ້າຍ
​ແຮງ​ທີ່​ເມືອງ Idlib ໃນ​ພາກ​ຕາເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ​
ດັ່ງກ່າວ.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Ahmet Davutoglu ກ່າວ​ໃນ
​ວັນ​ອັງຄານ​ວານນີ້ວ່າການ​ປະຕິບັດ​ງານ​ທາງ​ທະຫານ​ຂອງ​ຣັດ
​ເຊຍ​ ຢູ່​ໃນ​ຊີ​ເຣຍ​ ​ແມ່ນໄດ້​ແນ່​ເປົ້າໝາຍ ​ໃສ່​ທີ່​ຕັ້ງ ທາງ​ພົນລະ
​ເຮືອນແລະ​ພວກ​ຕໍ່ຕ້ານ​ລັດຖະບານ​ທີ່​ນິຍົມ​ແນວທາງປານ​ກາງ
ຂອງ​ຊີ​ເຣຍ.

​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ບັນດາ​ສະມາຊິກ​ສະພາ ທ່ານ Davutoglu ຍັງໄດ້ປະນາມ
​ໃນ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຣັດ​ເຊຍ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາຕໍ່​
ເຂດ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ລັດ​ຖະບານ​ໃນ​ເມືອງ Idlib.

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ເທີ​ກີ​ໄດ້​ເພີ້ມທະວີ​ຂຶ້ນ​ໃນ​ທ້າຍ​ເດືອນ​ແລ້ວ​ຫຼັງຈາກ
ເທີ​ກີ​ໄດ້​ຍິງ​ເຮືອບິນ​ລົບ​ຂອງ​ກອງທັບຣັດ​ເຊຍ​ຕົກ ທີ່​ເທີ​ກີ​ກ່າວ​ວ່າ ​ໄດ້​ບິນລ່ວງ​ລ້ຳ​ເຂົ້າ​ໄປ
​ໃນ​ດິນ​ແດນ​ຂອງ​ຕົນ ​ໃກ້​ໆ​ເຂດ​ຊາຍ​ແດນ​ຊີ​ເຣຍ.​ ​ແຕ່ຣັດ​ເຊຍ​ໄດ້ ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ
​ດັ່ງກ່າວ.

​ແນວ​ໃດ​ກໍ​ຕາມ ກຸ່ມ​ຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍ ກໍ​ໄດ້​ຖິ້ມ​ໂທດ​ໃສ່ຣັດ​ເຊຍ​ເຊັ່ນດຽວ​ກັນ​
ໃນ​ການ​ໂຈມ​ຕີ​ທີ່​ເມືອງ Idlib ທີ່​ພວກ​ເຂົາ​ເຈົ້າກ່າວ​ວ່າ ​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ​ຫລາຍ​ກວ່າ
40 ຄົນ​ ສ່ວນ​ນຶ່ງ​ຂອງ​ຈຳນວນ​ນັ້ນ​ແມ່ນ​ເປັນ​ພົນລະ​ເຮືອນ.

ຣັດ​ເຊຍ​ເລີ້ມທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຢູ່​ຊີ​ເຣຍ​ໃນ​ທ້າຍ​ເດືອນ​ກັນຍາ​ອັນ​ເປັນພາກສ່ວນ​
ນຶ່ງ ​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ແກ່ປະທານາທິບໍດີ​ຊີ​
ເຣຍ ທ່ານ Bashar al-Assad. ຣັດ​ເຊຍ​ກ່າວ​ວ່າເປົ້າໝາຍຂອງ​ຕົນ​ແມ່ນ​ກຸ່ມ​ລັດ​ອິສລາມ
​ແຕ່​ກໍ​ໄດ້​ຮັບ​ ການ​ຕຳ​ໜິຕິຕຽນ​ຢ່າງ​ກວ້າງຂວາງ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ
ແມ່ນ​ແນ​ເປົ້າໝາຍ​ໃສ່​ທີ່​ຕັ້ງຂອງ​ກຸ່ມ​ຕໍ່ຕ້ານລັດຖະບານ​ອື່ນໆ.

ສ່ວນການ​ໂຈມ​ຕີ​ຂອງແນວ​ໂຮມ​ ພາຍ​ໃຕ້ການ​ນຳພາ​ຂອງ​ສະຫະລັດ ທີ່​ມີ​ເທີ​ກີຮວມຢູ່​ດ້ວຍ
ນັ້ນ ​ແມ່ນ​ໄດ້​ແນ​ເປົ້າໝາຍ​ໃສ່​ກຸ່ມ​ລັດ​ອິສລາມ​ໃນ​ຊີ​ເຣຍ​ແລະ​ອີ​ຣັກ.

XS
SM
MD
LG