ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານ ​ລັດຖະບານ​ ແລະ​ພວກ​ກະບົດ ສູ້ລົບກັນ ຄັ້ງໃໝ່ ໃນຄອງ​ໂກ (ວີດີໂອ)


dr congo
please wait
Embed

No media source currently available

0:00 0:00:43 0:00
ການ​ສູ້​ລົບ​ກັນໄດ້​ລະ​ເບີດຂຶ້ນ​ໃໝ່​ອີກ ​ໃນ​ວັນ​ສຸກວັນ​ວານນີ້ລະ
ຫວ່າງທະຫານ​ລັດຖະບານ​ແລະ​ກໍ​າລັງ​ຂອງ​ພວກ​ກະບົດ ຢູ່​ໃນ
ສາທາລະນະ​ລັດປະຊາທິປະໄຕ ຄອງ​ໂກ ບໍ່​ພໍ​ເທົ່າໃດ​ມື້​ຫລັງ​
ຈາກການ​ເຈລະ​ຈາ​ສັນຕິພາບ ​ໄດ້ແຕກ​ຫັກ​ລົງ.

ຄະນະປະຕິບັດ​ງານສະຫະ​ປະຊາ​ຊາດຢູ່​ໃນ​ຄອງ​ໂກ ລາຍງານ
ວ່າ ທັງ​ສອງຝ່າຍ ​ໄດ້​ປະ​ທະ​ກັນ ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ເມືອງ
Kimbumba 15 ຫລັກ​ກິ​ໂລ​ແມັດ​ຢູ່ທາງ​ເໜືອຂອງເມືອງ Goma.
ລາຍງານ​ກ່າວ​ວ່າ ມີ​ການ​ໃຊ້ປືນ​ຄົກ ​ແລະ​ປືນ​ອັດຕະ​ໂນ​ມັດຍິງ​
ຕໍ່ສູ້​ກັນ ​ແລະ​ພົນລະ​ເຮືອນ 5,000 ຄົນ​ໄດ້​ຂ້າມ​ຊາຍແດນ​ເຂົ້າ
ໄປ​ໃນ Rwanda ​ເພື່ອ​ລລົບ​ໜີການ​ສູ້ລົບ.

ຢູ່​ທີ່ສະຫະ​ປະຊາ​ຊາດ ​ເອກ​ອັກຄະ​ລັດຖະທູດ Rwanda ທ່ານ
Eugene Gasana ກ່າວ​ວ່າ ລູກປືນໃຫຍ່ທີ່​ຍິງ​ຕໍ່ສູ້​ກັນ ​ໄດ້​ຕົກ
ລົງ​ໃສ່​ດິນ​ແດນ Rwanda.

​ໃນ​ການໃຫ້ສໍາພາດ​ກັບວີ​ໂອ​ເອ ທ່ານ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານຈະ​ບໍ່​ປ່ອຍ​ໃຫ້ ​ເກີດຄວາມ​ບໍ່​ສະ​ຫງົບ ຢູ່ຕາມ​ຊາຍ​ແດ​ນຂອງ​ຕົນ.

“ພວກ​ເຮົາ​ໄດ້​ບອກ​ໃຫ້​ພວກເ​ຂົາໜີ​ໄປ​ໄກໆ. ​ແມ່ນ​ໃຜ​ກໍ​ແລ້ວ​ແຕ່. ພວກ​ເຮົາ​ຈະ​ບໍ່​ປ່ອຍ​
ໃຫ້​ພວກເຂົາ ​ດຳ​ເນີນ​ການຕໍ່​ໄປ​ອີກ. ພວກ​ເຮົາ​ໄດ້​ເຕືອນພວກ​ເຂົາແລ້ວ ​ເຕືອນລັດຖະ
ບານວ່າ​ ​ໃຫ້ພວກເຂົາ​ໜີ​ອອກ​ໄປ​ໄກໆຈາກ​ຊາຍ​ແດນ​ຂອງພວກ​ເຮົາ ​ແລະຢ່າມາ​ຍິງ
ລະເບີດ​ໃສ່ Rwanda ຫລືແມ່ນ​ຫຍັງ​ກໍ​ຕາມ​ໃນ​ທຳນອງ​ນັ້ນ. ບໍ່​ດັ່ງ​ນັ້ນ ພວກ​ເຮົາ​ຈະຕອບ
ໂຕ້ໃນ​ທັນ​ທີ.”

ທະຫານ​ຄອງ​ໂກ ​ແລະ​ກຸ່ມ​ກະບົດ M23 ຕ່າງ​ກໍກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ​ເປັນ​ຜູ້​ເລີ້ມ​
ທໍາ​ການ​ໂຈມ​ຕີ​ກ່ອນ.

ທະຫານ ທີ່ສັງກັດ​ຢູ່​ໃນ​ໜ່ວຍ​ປະຕິບັດ​ງານ​ສະຫະ​ປະຊາ​ຊາດ ທີ່ຮູ້​ກັນໃນ​ນາມ
MONUSCO ​ມີ​ລາຍ​ງານວ່າ ຕຽ​ມພ້ອມ​ແລ້ວທີ່​ຈະ​ເຂົ້າ​ແຊກ​ແຊງ ​ຖ້າ​ຫາກ​ມີ​ຄວາມ​ຈໍາ​
ເປັນ. ​ໂຄສົກສະຫະ​ປະຊາ​ຊາດ ທ່ານ Martin Nesirky ກ່າວ​ວ່າ ກຳລັງ​ຂອງ
MONUSCO ເລີ້ມ​ທຳ​ການ​ສອດ​ແນມທາງ​ອາກາດ ​ໃນ​ເຂດດັ່ງ ກ່າວ​ແລ້ວ.
XS
SM
MD
LG