ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທະກັນ ຮອບໃໝ່ ລະຫວ່າງ ກຳລັງ ລັດຖະບານ ແລະກຸ່ມກະບົດ ທີ່ຄອງໂກ


ທະຫານຄອງໂກ ນັ່ງຢູ່ໃນລົດກະບະຂົນສົ່ງ
ທະຫານຄອງໂກ ນັ່ງຢູ່ໃນລົດກະບະຂົນສົ່ງ
ການ​ສູ້​ລົບ​ຮອບໃໝ່​ໄດ້​ລະ​ເບີດ​ຂຶ້ນ ລະຫວ່າງທະຫານລັດຖະ
ບານ ​ແລະ​ກໍາລັງ​ພວກ​ກະບົດ ຢູ່​ທີ່​ສາທາລະນະ​ລັດ ປະຊາທິ
ປະ​ໄຕ ຄອງ​ໂກ ບໍ່ພໍ​ເທົ່າ​ໃດ​ມື້​ຫລັງ ຈາກ​ໄດ້​ມີ​ໂຈະ ການເຈລະ
ຈາ​ສັນຕິ​ພາບ.

ທັງ​ຝ່າຍລັດຖະບານ ​ແລະ​ ສະມາຊິກ ​ກຸ່ມ​ກະບົດ M23 ​ຕ່າງ​ກໍ​
ໄດ້​ຖິ້ມ​ໂທດ​ໃສ່ອີກຝ່າຍ​ນຶ່ງຈາກ​ລາຍ​ງານການ​ປະ​ທະ​ກັນ​ຢ່າງ​
ໜັກ​ ໃນ​ຕອນ​ເຊົ້າ​ວັນສຸກມື້​ນີ້ ຢູ່​ໃນ​ເຂດພາກ​ຕາ​ເວັນ​ອອກທີ່​ມີ​
ຄວາມ​ວຸ້ນວາຍຂອງ​ປະ​ເທດ. ຍັງ​ບໍ່​ມີ​ລາຍ​ງານກ່ຽວ​ກັບການ
ບາດ​ເຈັບລົ້ມຕາຍ​ເທື່ອ.

ການ​ເຈລະຈາສັນຕິພາບ​ລະດັບ​ສູງ ​ຢູ່​ທີ່ Uganda ລະຫວ່າງລັດຖະບານແລະກຸ່ມ​ກະບົດ M23 ​ໄດ້​ແຕກ​ຫັກລົງ​ໃນ​ວັນ​ຈັນຜ່ານ​ມາ. ທັງ​ສອງ​ຝ່າຍບໍ່​ສາມາດ​ບັນລຸການ​ຕົກລົງກັນ​ໄດ້ ກ່ຽວ​ກັບ​ການ​ໃຫ້ອະ​ໄພ​ຍະ​ໂທດ​ແກ່​ພວກ​ກະບົດ ​ແລະ​ການ​ເຂົ້າ​ຊັບ​ຊ້ອນ​ຢູ່​ໃນກອງທັບ.

ກຸ່ມ M23 ​ປະກອບ​ດ້ວຍພວກ​ນັກ​ລົບ​ກະບົດທີ່​ໄດ້​ເຂົ້າ​ຮ່ວມ​ຢູ່ໃນກອງທັບ​ຄອງ​ໂກໃນ​ການ​ຕົກລົງ​ສັນຕິພາບປີ 2009 ​ແຕ່ຕໍ່​ມາ​ຫລັງ​ຈາກ​ນັ້ນ ໄດ້​ໂຕນ​ເຂົ້າປ່າ​ລຸນຫລັງທີ່​ມີ​ການ​ຈົ່ມວ່າ ​ບໍ່ໄດ້​ຮັບ​ການປະຕິບັດ​ຕໍ່​ແບບ​ຍຸຕິ​ທຳ. ປີ​ກາຍ​ນີ້ ກຸ່ມ​ດັ່ງ​ກ່າວ​ໄດ້​ຍຶດ​ເອົາດິນ​ແດນ ​ໃນແຂວງ Kivu ​ເໜືອ.
XS
SM
MD
LG