ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດ​ເຫດ​ລະ​ເບີດ​ຄັ້ງ​ໃໝ່​ ໃນ​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣ​ນ


ຜູ້​ຊາຍ​ຄົນ​ນຶ່ງ​ລົ້ມ​ລົງ​ພື້ນ ​ລຸນຫຼັງ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ໃນ​ນະ​ຄອນຫຼວງ ກີ​ຢິບ ທ່າມ​ກາງ​ການ​ບຸກ​ລຸກ​ໂດຍ ຣັດ​ເຊຍ, 17 ຕຸ​ລາ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ລົ້ມ​ລົງ​ພື້ນ ​ລຸນຫຼັງ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ​ໃນ​ນະ​ຄອນຫຼວງ ກີ​ຢິບ ທ່າມ​ກາງ​ການ​ບຸກ​ລຸກ​ໂດຍ ຣັດ​ເຊຍ, 17 ຕຸ​ລາ 2022.

ມີ​ລະ​ເບີດ​ແຕກຫຼາຍ​ຄັ້ງ​ຢູ່​ນະ​ຄອນຫຼວງ​ຂອງ​ປະ​ເທດ ຢູ​ເຄ​ຣນ ໃນ​ວັນ​ຈັນ​ມື້ນີ້, ໂດຍ​ຫົວ​ໜ້າ​ຂອງ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ເວົ້າ​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ທຳ​ການ​ໂຈມ​ຕີ​ດ້ວຍ​ການ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຜ​ະ​ລິດ​ໂດຍ ອີ​ຣ່ານ.

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ຄ​ລິ​ຈ​ໂກ ໄດ້​ກ່າວ​ວ່າ​ການ​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ໃຈ​ກາງ​ເມືອງ ເຊັ​ຟ​ເຈັນ​ໂກ, ເຂດ​ດຽວ​ກັນ​ທີ່​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້ຕົກ​ໃສ່​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີ​ທາງ​ອາ​ກາດ​ທີ່ກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ.

ທ່ານ ຄ​ລິ​ຈ​ໂກ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງວັນ​ຈັນ​ມື້​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຕຶກ​ອາ​ພາດ​ເມັ້ນຫຼາຍຫຼັງ ແລະ ໄດ້​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ໃນ​ຕຶກ​ທີ່ບໍ່​ເປັນ​ທີ່​ພັກ​ອາ​ໄສ.

ທ່ານ ແອນດ​ຣີ ເຢີ​ມັກ, ຫົວ​ໜ້າ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ເຊິ່ງໄດ້​ໃຫ້​ເຫດ​ຜົນ​ກາ​ນ​ໂຈມ​ຕີ​ດັ່ງ​ກ່າວ​ໃສ່​ສິ່ງ​ທີ່​ເອີ້ນ​ວ່າ ໂດ​ຣນ​ກ້າ​ຕາຍນັ້ນ, ເປັນ​ກົນ​ລະ​ຍຸດ​ຂອງ ຣັດ​ເຊຍ ທີ່​ໄດ້​ໃຊ້​ເມືອບໍ່​ດົນ​ມານີ້​ເພື່ອສົ່ງໂດ​ຣນຫຼາຍ​ລຳ​ເຂົ້າ​ຕຳ​ໃສ່​ເປົ້າ​ໝາຍ.

ການ​ໂຈ​ມ​ຕີເມື່ອອາ​ທິດ​ທີ່​ຜ່ານ​ມາ ໄດ້​ກໍ່​ກວນ​ນະ​ຄອນຫຼວງ ​ເຊິ່ງ​ຂ້ອນຂ້າງ​ມີ​ຄວາມ​ສະ​ຫງົບ​ຢ່າງ​ຍາວ​ຢຽດ.

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ພວກນີ້ ແລະ ຢູ່​ບ່ອນ​ອື່ນ​ເປັນ​ການ​ແກ້​ແຄ້ນ​ສຳ​ລັບ​ການ​ໂຈມ​ຕີ​ໃສ່​ຂົວ​ທີ່​ສຳ​ຄັນ​ເຊືອມ​ຕໍ່​ແຫຼມ​ໄຄ​ຣ​ເມຍ ກັບ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG